ນິນສີຂຽວທະເລ Dom Pedro ຂຶ້ນມາແທນທີ່ Hope Diamond (ວີດິໂອລາວ/ອັງກິດ)
Your browser doesn’t support HTML5
ນິນສີຂຽວທະເລ Dom Pedro ຂຶ້ນມາແທນທີ່ Hope Diamond
ພິພິທະພັນ ປະຫວັດສາດທໍາມະຊາດແຫ່ງຊາດ ຫລື National Museum of Natural History ຊຶ່ງເປັນ
ພິພິທະພັນນຶ່ງ ທີ່ລວມຢູ່ໃນລະບົບພິພິທະພັນ Smithsonian ຂອງລັດຖະບານສະຫະລັດ ຕັ້ງຢູ່ໃຈກາງ
ນະຄອນຫລວງວໍຊິງຕັນນັ້ນ ມີສິ່ງວາງສະແດງອັນໃໝ່ ທີ່ສົ່ງແສງເຫຼື້ອມມອງໆ ດຶງດູດເອົາຜູ້ມາຊົມຢ່າງໃຫຍ່. ຜູ້ສື່ຂ່າວວີໂອເອ Susan Logue ມີລາຍງານ ເພີ່ມຕື່ມກ່ຽວກັບເລຶ່ອງນີ້ ຊຶ່ງດາຣາຈະນໍາມາສະເໜີທ່ານ.
WASHINGTON —
ເພັດ Hope ຫຼື Hope Diamond
ໄດ້ເປັນດາວອັນງົດງາມລໍ້າຄ່າ ທີ່ໂຕ້ແຍ້ງບໍ່ໄດ້ ຂອງພິທິທະພັນ
Natural History ມາເປັນເວລາດົນນານ ແຕ່ເມື່ອໄວໆມານີ້
Hope Diamond ໄດ້ຖືກປັດເຂ່ຍໃຫ້ຕົກຕໍາແໜ່ງໄປ ໃນການ
ເປີດຕົວແກ້ວນິນໃໝ່ອັນນຶ່ງ ທີ່ຖືກນໍາມາວາງສະແດງໃນພິພິທະ
ພັນດັ່ງກ່າວ ຄືແກ້ວນິນ aquamarine Dom Pedro ສີຂຽວ
ທະເລ ໜັກ 10,363 ກາຣັດ ຈາກປະເທດ ບຣາຊິລ.
Jeffrey Post ຜູ້ກໍາກັບດູແລ ພະແນກສະສົມເພັດນິນຂອງພິພິທະພັນແຫ່ງນີ້ ເວົ້າວ່າ:
“ມັນເປັນສິ່ງທີ່ຫາຍາກຫຼາຍ ແລະຜິດທໍາມະດາຫລາຍ ທີ່ຈະມີແຮ່ພອຍຊະນິດໃດ
ຜະລິດແກ້ວເຈຍລະໄນອອກມາໄດ້ໃຫຍ່ຂະໜາດນີ້ ແລະມີຄຸນນະພາບເຫລື້ອມເປັນປະກາຍ ຄືກັນກັບນິນ Dom Pedro aquamarine ແທ່ງນີ້.”
ນິນສີຂຽວທະເລ Dom Pedro aquamarine ແທ່ງນີ້ ທີ່ມີລັກສະນະ ເປັນເຫລັກຕະປູ ແມ່ນເປັນນິນ aquamarine ທີ່ເຈຍລະໄນແລ້ວ ທີ່ໃຫຍທີ່ສຸດຂອງໂລກ ທີ່ຂຸດຂຶ້ນມາໄດ້ທີ່ປະເທດບຣາຊິລ ໃນທ້າຍຊຸມປີ 1980 ແລະຕັ້ງຕາມຊື່ຂອງຈັກກະພັດສອງອົງທໍາອິດຂອງບຣາຊິລ.
ແລະເພັດນິນຈິນດາສ່ວນຫຼາຍແມ່ນຈະຖືກເຈຍຣະໄນ
ເຮັດເປັນເຄື່ອງເອ້ ໃຫ້ສວມໃສ່ໄດ້. ແລະນັ້ນກໍອາດໄດ້
ເປັນຊະຕາກໍາຂອງນິນ Dom Pedro ແທ່ງນີ້ ຖ້າຫາກວ່າ
ນັກສະສົມເພັດພອຍທີ່ຮັ່ງມີ Jane Mitchell ແລະ ສາມີ
Jeffrey Bland ບໍ່ໄດ້ຊື້ເອົາໄວ້. Jane Mitchell ເວົ້າວ່າ: