ປະທານາທິບໍດີແກມເບຍຄົນໃໝ່ທ່ານ Adama Barrow ໄດ້ເລືອກເອົາແມ່ຍິງເປັນຮອງປະທານາທິບໍດີທີ່ມີຄວາມສຳຄັນໃນການຊ່ວຍເຕົ້າໂຮມບັນດາພັກຝ່າຍຄ້ານ ຕໍ່ຕ້ານ ອະດີດຜູ້ນຳປະເທດ ທ່ານ Yahya Jammeh.
ການເລືອກເອົາທ່ານນາງ Fatoumata Tambajang ມີຂຶ້ນໃນຂະນະທີ່ສືບຕໍ່ ການກະ ກຽມເພື່ອກັບຄືນແກມເບຍຂອງທ່ານ Borrow ຈາກປະເທດເຊເນການ ທີ່ເປັນເພື່ອນບ້ານ ບ່ອນທີ່ທ່ານສາບານໂຕເຂົ້າຮັບຕຳແໜ່ງ ໃນອາທິດແລ້ວນີ້ ໃນຂະນະທີ່ທ່ານ Jammeh ໄດ້ປະຕິເສດ ບໍ່ຍອມລາອອກຈາກຕຳແໜ່ງ.
ຜູ້ນຳແກມເບຍ ທີ່ປະລາໄຊ ທ່ານ Yahya Jammeh ໂບກມືລາບັນດາຜູ້ໜັບສະໜູນ.
ທ່ານ Jammeh ໄດ້ອອກຈາກແກມເບຍ ໃນວັນເສົາທີ່ຜ່ານມາ ພາຍໃຕ້ການຂົ່ມຂູ່ຂອງທະຫານຈາກປະຊາຄົມເສດຖະກິດບັນດາລັດອາຟຮິກາຕາເວັນຕົກ ຫລື ECOWAS. ອະດີດປະທານາທິບໍດີ ໄດ້ປະຕິເສດບໍ່ຍອມຮັບເອົາໄຊຊະນະໃນການເລືອກຕັ້ງປະທານາ ທິບໍດີຂອງທ່ານ Barrow ເມື່ອວັນ 1 ທັນວາ.
ທ່ານ Barrow ໄດ້ກ່າວໃນການສຳພາດກັບວີໂອເອ ໃນວັນອາທິດທີ່ຜ່ານມານີ້ວ່າ ທ່ານ ຈະຕັ້ງຄະນະກຳມາທິການຄົ້ນຫາຄວາມຈິງແລະປອງດອງຊາດ ເພື່ອພິຈາລະນາ ກ່ຽວກັບການກ່າວຫາ ໃນການປົກຄອງປະເທດທີ່ຜິດພາດຂອງທ່ານ Jammeh ເປັນເວລາ 22 ປີ.
ປະທານາທິບໍດີແກມເບຍ ທ່ານ Adama Barrow ກ່າວຕໍ່ນັກຂ່າວ ວີໂອເອ ທ່ານ Sainey Marenah ທີ່ປະເທດ Senegal.
ທ່ານ Borrow ກ່າວວ່າ “ຊາວສອງປີເປັນເວລາດົນນານ ປະຊາຊົນຕ້ອງຮູ້ຄວາມຈິງ.”
ທີ່ປຶກສາຄົນນຶ່ງຂອງທ່ານ Barrow ກ່າວຕໍ່ບັນດານັກຂ່າວ ໃນວັນຈັນວານນີ້ກ່ອນອອກຈາກປະເທດໃນວັນເສົາທີ່ຜ່ານມາວ່າ ທ່ານ Jammeh ໄດ້ລັກເອົາ ເງິນຂອງລັດ 11 ລ້ານໂດລາ ແລະມີລົດຫລູຫລາຫລາຍຄັນສົ່ງອອກໄປທາງເຮືອບິນ. ບັນດາກຸ່ມປົກປ້ອງສິດທິມະນຸດໄດ້ກ່າວຫາທ່ານມາກ່ອນກ່ຽວກັບການ ລະເມີດສິດທິມະນຸດ ລະຫວ່າງການປົກ ຄອງຂອງທ່ານ ຮວມທັງການຈຳຄຸກບັນ ດານັກການເມືອງທີ່ບໍ່ເຫັນພ້ອມ ແລະພວກນັກຂ່າວ.
ກຳລັງທະຫານເຊເນການ ເຂົ້າມາທຳນຽບລັດທະບານ ທີ່ເມືອງ Banjul ປະເທດແກມແບຍ.
ນັກຂ່າວທ່ານ Sainey Marenah ໂອ້ລົມກັບທ່ານ Barrow ທີ່ນະຄອນ Dakar ບ່ອນທີ່ທ່ານສາບານໂຕໃນວັນສຸກທີ່ຜ່ານມາ ຢູ່ທີ່ສະຖານທູດແກມເບຍ.
ປະທານາທິບໍດີຄົນໃໝ່ກ່າວວ່າ ທ່ານໄດ້ປະຕິເສດ ຕໍ່ຄຳຮຽກຮ້ອງຈາກທ່ານ Jammeh ທີ່ຂໍຢູ່ໃນແກມເບຍຕໍ່ໄປ ຍ້ອນເຫດຜົນທີ່ທ່ານບໍ່ສາມາດຄໍ້າປະກັນຄວາມປອດໄພໃຫ້ແກ່ ທ່ານ Jammeh ໄດ້.