ໃນວັນຈັນວານນີ້ ສານອຸທອນໃນ Gambia ໄດ້ສັ່ງ ໃຫ້ອະນຸຍາດປະກັນໂຕ ນັກການເມືອງຝ່າຍຄ້ານທີ່ສຳຄັນສຸດ ທ່ານ Ousseinou Darbo ແລະພວກປະທ້ວງອຶ່ນໆອີກ 18 ຄົນ ທີ່ໄດ້ຖືກຈັບໃນເດືອນເມສາພາຍໃຕ້ລັດຖະບານປະ ທານາທິບໍດີທີ່ຈະພົ້ນຈາກຕຳແໜ່ງ ທ່ານ Yahya Jammeh. ນີ້ແມ່ນມີຂຶ້ນຫຼັງ ຈາກການໄດ້ຮັບໄຊຊະນະ ຂອງທ່ານ Adama Barrow ໃນການເລືອກຕັ້ງປະ ທານາມິບໍດີ ໃນອາທິດແລ້ວນີ້.
ທ່ານ Adama Barrow ຜູ້ນຳພາປະສົມເຈັດພັກການເມືອງຝ່າຍຄ້ານ ໃນ Gambia ຄຳນັບບັນດາຜູ້ສະໜັບສະໜູນ.
ປະທານາທິບໍດີຖືກເລືອກໃໝ່ ໄດ້ປະກາດທີ່ຈະປ່ອຍນັກໂທດຕື່ມອີກ. ທ່ານໄດ້ກ່າວຕໍ່ອົງ ການຂ່າວ AP ວ່າ “ບັນດານັກໂທດການເມືອງຈະຖືກປ່ອຍໂຕ ເຂົາເຈົ້າທັງໝົດ. ຖ້າຫາກວ່າເປັນການເມືອງ ເຈົ້າຈະຖືກປ່ອຍອອກ”. ຢູ່ໃນຖະແຫຼງ ການສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນຈັນວານນີ້ ອົງການນິລະໂທດກຳສາກົນໄດ້ສະແດງຄວາມຍິນດີ ກັບການເຄື່ອນໄຫວດັ່ງກ່າວວ່າ ເປັນບາດກ້າວໃນທາງບວກ. ແຕ່ກໍໄດ້ເຕືອນຕໍ່ “ການຫລົງລືມບັນດານັກໂທດຈິດສຳນຶກຄົນອຶ່ນໆທີ່ຍັງສືບຕໍ່ໄດ້ຮັບຄວາມທຸກທໍລະມານຢູ່ໃນຄຸກ ພຽງແຕ່ໄດ້ສະແດງຄວາມຮູ້ສຶກຂອງເຂົາເຈົ້າ ຫລືໄດ້ເຂົ້າຮ່ວມການປະທ້ວງແບບສັນຕິ.”
Your browser doesn’t support HTML5
Barrow: Political Prisoners Will be Released, Gambia Won't Withdraw from ICC
ນອກນັ້ນ ປະທານາທິບໍດີທີ່ຖືກເລືອກໃໝ່ ຍັງໄດ້ປະກາດວ່າ Gambia ຈະບໍ່ຖອນອອກຈາກສານອາຍາສາກົນ ທີ່ກົງກັນຂ້າມກັບ ກັບທີ່ປະທານາທິບໍດີຄົນ ກ່ອນຕ້ອງການນັ້ນ. ທ່ານ Christopher Fomunyoh ແຫ່ງສະຖາບັນປະຊາ ທິປະໄຕແຫ່ງຊາດ ກ່າວຕໍ່ວີໂອເອ ໂດຍທາງໂທລະສັບຈາກນະຄອນ Accra ປະເທດ Ghana ບ່ອນທີ່ທ່ານພ້ອມແລ້ວ ຈະເຂົ້າຮ່ວມສັງເກດການເລືອກຕັ້ງປະທານາທິບໍດີຢູ່ທີ່ນັ້ນ ທີ່ຈະເກີດຂຶ້ນໃນທ້າຍອາທິດນີ້.
ທ່ານ Yahya Jammeh ເວລານັ້ນຍັງເປັນປະທານາທິບໍດີ Gambia.
ທ່ານ Fomunyoh ໄດ້ສະແດງອອກມາວ່າ “ໃນ 2 ທົດສະວັດທີ່ຜ່ານມານີ້ ພວກເຮົາໄດ້ເຫັນການລະເມີດສິດທິມະນຸດຫລາຍໆຢ່າງ ນັກກົດໝາຍຫລາຍ ຄົນ ພວກນັກຂ່າວ ແລະບັນດານັກເຄື່ອນໄຫວສິດທິມະນຸດໄດ້ຖືກຕິດຄຸກ. ເພາະສະນັ້ນມັນຈຶ່ງໂລງໃຈທີ່ຜູ້ໃດຜູ້ນຶ່ງໄດ້ກ່າວວ່າ ທ່ານຈະບໍ່ຍິນຍອມຮັບເອົາຜົນຂອງການປ່ອນບັດ.”
ຜູ້ນຳທີ່ໄດ້ລາອອກໄປ ທ່ານ Jammeh ໄດ້ກ່າວຕໍ່ຄູ່ແຂ່ງຂັນ ສັນລະເສີນທາງໂທລະສັບຫລັງຈາກການລົງຄະແນນສຽງວ່າ “ຂ້າພະເຈົ້າອວຍພອນໃຫ້ທ່ານຈົ່ງໂຊກດີທີ່ສຸດ ປະເທດຈະຢູ່ໃນກຳມືຂອງທ່ານໃນເດືອນມັງກອນ.”
ຊາວກຳເບຍພາກັນສະຫລອງໄຊຊະນະ ຜູ້ສະໝັກເປັນປະທານາ ທິບໍດີ ປະສົມຝ່າຍຄ້ານ ທ່ານ Adama Barrow.
ທ່ານ Jammeh ອາຍຸ 51 ປີ ໄດ້ປົກຄອງປະເທດນ້ອຍໆຂອງ ອາຟຣິກາຕາເວັນຕົກ ນັບແຕ່ໄດ້ກຳອຳນາດຈາກ ທ່ານ Dawda Kairaba Jawara ໃນການເຮັດລັດຖະປະຫານທະຫານໃນປີ 1994. ທ່ານ Fomunyoh ກ່າວວ່ານີ້ເປັນສິ່ງສຳຄັນທີ່ສຸດ.