ຮ່າງກົດໝາຍ ຄວາມຝັນໃໝ່ ຈະສະເໜີ ຍົກໂທດ ໃຫ້ຊາວໜຸ່ມ ທີ່ບໍ່ມີເອກກະສານ

ສະມາຊິກສະພາສູງ Lindsey Graham ສັງກັດພັກຣີພັບບລິກັນ ຈາກລັດ South Carolina ແລະສະມາຊິກ ສະພາສູງ Dick Durbin ສັງກັດພັກເດໂມແຄຣັດ ຈາກລັດ Illinois.

ສະມາຊິກ​ສະພາ​ສູງ​ສະຫະລັດສອງ​ທ່ານ ​ໄດ້​ສະ​ເໜີ​ຮ່າງ​ກົດໝາຍຂອງສອງພັກການ​
ເມືອງ ​ທີ່​ຈະ​ໃຫ້ອະ​ໄພ​ໂທ​ດ​ແກ່​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ ​ທີ່​ໄດ້​ຖືກ​ນຳ​ເຂົ້າ​ມາສະ​ຫະ
ລັດ ​ໃນເວລາຍັງເປັນ​ເດັກນ້ອຍ.

ສະມາຊິກ​ສະພາ​ສູງ​ Dick Durbin ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດ ​ແລະສະມາ​ຊິກສະພາ
ສູງ Linsey Graham ທີ່ສັງກັດ​ພັກຣີພັບ​ບລິ​ກັນ ພາກັນ​ຮ່ວມ​ສະ​ເໜີ ຮ່າງ​ກົດໝາຍ
​ຄວາມ​ຝັນຂອງ​ປີ 2017 ທີ່​ຈະ​ໃຫ້ການ​ຄໍ້​າປະກັນ ​ຖານະ​ຢູ່​ໃນ​ສະຫະລັດໄດ້​ຢ່າງເປັນ
ການຖາວອນ ​ແກ່​ຊາວ​ໜຸ່ມປະມານນຶ່ງ​ລ້ານ​ຄົນ ທີ່​ຮູ້​ກັນ​ວ່່າເປັນພວກທີ່​ມີ​ຄວາມ​ຝັນ
ຍ້ອນ​ຮ່າງ​ກົດໝາຍ​ຄວາມ​ຝັນ​ປີ 2001 ​ທີ່​ໄດ້​ຖືກນຳ​ເຂົ້າ​ມາ​ໃນສະ​ຫະລັດ ຂະນະ​ທີ່​ມີ
ອາຍຸ​ຕໍ່າ​ກວ່າ 17 ປີ ​ແລະ​ໄດ້​ຢູ່​ໃນ​ປະ​ເທດນີ້ມາ ​ເປັນ​ເວລາ​ຢ່າງ​ໜ້ອຍ​ສີ່​ປີ.

ຮ່າງ​ກົດໝາຍນີ້ ຖ້າ​ຫາກມີ​ການ​ຮັບ​ຜ່ານ ກໍຈະ​ເປັນ​ເສັ້ນ​ສາຍ​ຊີ​ວິດໃຫ້ແກ່​ພວກ​ຊາວ​ໜຸ່ມ
​ທີ່​ໄດ້​ລົງ​ທະບຽນ​ໄປ​ແລ້ວ​ຢູ່​ໃນໂຄງການ​ເລື່ອນ​ການ​ເອົາ​ມາດ​ຕະການຕໍ່​ພວກ​ເດັກນ້ອຍ
ທີ່​ມາ​ເຖິງ ທີ່​ເອີ້ນຫຍໍ້​ວ່າ DACA ​ໃນ​ສະ​ໄໝ​ທ່ານ Obama.

ໂຄງການ DACA ​ເຖິງ​ຢ່າງ​ໃດ​ກໍ​ດີ ກຳລັງ​ຢູ່ໃນ​ອັນ​ຕະລາຍ. ​ໃນອາທິ​ດ​ແລ້ວ​ນີ້ ລັດຖະ
ມົນຕີກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ທ່ານ John Kelly ກ່າວ​ຕໍ່​ບັນດາ​ສະມາ
ຊິກສະພາ ​ສັງກັດ​ກຸ່ມຮິ​ສ​ແປ​ນິກ​ວ່າ ກະຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ ຈະ​ບໍ່ຕັດ
ສິນ​ໃຈ​ປ້ອງ​ກັນໂຄ​ງການນີ້ຢູ່​ໃນ​ສານ ​ເພາ​ະວ່າ​ພວກ​ທະນາຍ ຄວາ​ມຂອງ​ກະຊວງ​ກ່າວ
​ວ່າ ​ໂຄງການ DACA ມີ​ທ່າ​ທາງ​ວ່າຈະ​ບໍ່​ລອດ​ຕໍ່​ການ​ທ້າ​ທາຍທາງ​ກົດໝາຍ ທີ່​ໄດ້​ໃຫ້
​ຄຳ​ໝັ້ນ​ສັນຍາໂດຍ​ກຸ່ມ​ເຈົ້າໜ້າທີ່​ຈາກ 10 ລັດຂອງ​ລັດ​ພັກຣິພັບ​ບລິ​ກັນ.

ບັນດາ​ລັດ​ຕ່າງໆໄດ້ກ່າວ​ວ່າ​ ເຂົາ​ເຈົ້າ​ຈະ​ຟ້ອງ​ ລັດຖະບານ​ປະທານາທິບໍດີ​ທຣໍາ ​ຖ້າ​
ຫາກ​ບໍ່​ຍຸບ​ໂຄງການ DACA ພາຍ​ໃນ​ວັນ​ທີ 5 ກັນຍາ.

ບັນດານັກເຄື່ອນໄຫວປະຊາຄົມ ເດີນຂະບມນ ລະຫວ່າງເຫດການເລື່ອນເອົາມາດຕະການແກ່ພວກເດັກນ້ອຍທີ່ມາເຖິງ (DACA) ແລະເລື່ອນເອົາມາດຕະການຜູ້ປົກຄອງ (DAPA) ໃນນະຄອນ Los Angeles.

ສະມາຊິກ​ສະພາ​ຕໍ່າ Luis Gutierrez ສະມາຊິກພັກ​ເດ​ໂມ​ແຄຣັດຈາກ​ລັດຈາກລັດ
Illinois ກ່າວ​ຢູ່​ໃນ​ຖະ​ແຫລ​ງການ ຫຼັງ​ຈາກ​ກອງ​ປະຊຸມ​ຂອງ​ກຸ່ມແລ້ວວ່າ “ທ່ານ Kelly
ພຽງ​ແຕ່​ບອກ​ພວກ​ເຮົາ​ວ່າ ​ໂຄງການ DACA ກຳລັງ​ປະ​ເຊີນ​ໜ້າ​ກັບ​ໂທ​ດປະຫານ​ຊີ
ວິດ. ”ການ​ທັບ​ມ້າງ​ໂຄງການ DACA ຈະ​ເຮັດ​ໃຫ້ພວກ​ທີ່​ຈົດທະບຽນເກືອບ 800,000
ຄົນ​ ​ໃນ​ໂຄງ​ການ​ປັດຈຸບັນນີ້ ກາຍ​ເປັນ​ພວກ​ທີ່ເຂົ້າ​ເມືອງ​ຜິດ​ກົດໝາຍ ​ແລະ​ເປີດ​ໂອ
ກາດ​ໃຫ້ເຂົາ​ເຈົ້າ​ຖືກເນລະ​ເທດ.

ທ່ານ Raul and Jorge ຜູ້ຕາງໜ້າການເລື່ອນເອົາມາດຕະການພວກເດັກນ້ອຍທີ່ມາເຖິງ (DACA)

ທ່ານ Gramham ​ແລະທ່ານ Durbin ເຄີຍ​ນຳ​ສະ​ເໜີ​ຮ່າງ​ກົດໝາຍຄວາ​ມຝັນມາ
​ແລ້ວ​ຈຳນວນ​ນຶ່ງ ​ໃນ​ສະ​ໄໝ​ລັດຖະບານ​ຂອງ​ປະທານາ​ທິບໍດີ George W. Bush
​ແຕ່​ວ່າ​ສະພາ​ບໍ່​ເຄີຍ​ສາມາດ​ເຫັນ​ພ້ອມນຳ ກ່ຽວ​ກັບ​ຮ່າງ​ກົດໝາຍ​ຂັ້ນສຸດທ້າຍ​ດັ່ງກ່າວ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ