ເຊີນຊົມ ວີດີໂອ ບັນດານັກຄົ້ນຄວ້າ ມີຄວາມຫວັງ ໃນທາງບວກ ກ່ຽວກັບ ການປິ່ນປົວ ໂຣກມະເຮັງ ໃນອະນາຄົດ
Your browser doesn’t support HTML5
ໃນການກ່າວຄຳປາໄສ ລາຍງານສະພາບການຂອງປະເທດຊາດ
ໂດຍປະ ທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາເມື່ອວັນ
ອັງຄານ ທີ 12 ມັງກອນຜ່ານມານີ້ ທ່ານໄດ້ສະເໜີຂໍ້ລິເລີ້ມໃໝ່
ເພື່ອເພີ້ມການຄົ້ນຄວ້າ ໃນການຊອກຫາຊ່ອງທາງປິ່ນປົວໂຣກ
ມະເຮັງ. ໃນການທີ່ຈະສຶກສາເພື່ອຊອກຫາຊ່ອງທາງນີ້ ນັກຂ່າວ
VOA Ardita Dunellari ໄດ້ໂອ້ລົມ ກັບນັກຄົ້ນຄ້ວາ 2 ທ່ານທີ່
ສູນກາງ Sydney Kimmel ຂອງ ມະຫາວິທະຍາໄລ Johns
Hopkins ຊຶ່ງ ເປັນສະຖາບັນຄົ້ນຄວ້າໂຣກມະເຮັງ ທີ່ໂດ່ງດັງ
ຂອງໂລກ ດັ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີ
ທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.