ລົມແຮງ ຍັງສືບຕໍ່ ເຮັດໃຫ້ໄຟປ່າ ໄໝ້ລາມ ຢູ່ລັດຄາລີຟໍເນຍ

ແປວໄຟທີ່ໄໝ້ຕຶກອາຄານ ໃນຂະນະທີ່ໄຟປ່າລິແລັກ ກຳລັງໄໝ້ ຢູ່ເມືອງບອນໄຊ ລັດຄາລິຟໍເນຍ ວັນທີ 8 ທັນວາ 2017.

ພວກ​ເຈົ້າໜ້າທີ່​ດັບ​ໄຟ ​ຍັງສືບຕໍ່ທຳການ​ຕໍ່ສູ້​ກັບ​ໄຟ​ປ່າທີ່ມີລົມຊ່ວຍໃຫ້ໄໝ້ລາມ ​ໃນ
​ເຂດພາກ​ໃຕ້ ​ຂອງ​ລັດ​ຄາ​ລິ​ຟໍ​ເນຍ ຮວມທັງ​ແປວ​ໄຟໃໝ່ ທີ່ກຳລັງໄໝ້ລາມ ຢ່າງວ່ອງ
ໄວຢູ່​ທາງ​ພາກ​ເໜືອຂອງນະຄອນ​ແຊນ​ດີ​ເອ​ໂກ.

ພ​ວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໃນໄລຍະ​ຫ້າ​ວັນ​ທີ່​ຜ່ານ​ມານີ້ ​ໄຟ​ໄດ້​ທຳລາຍ​ຕຶກ​ອາ​ຄານ ຢ່າງ
​ໜ້ອຍ 500 ​ຫລັງແລະ​ໄດ້​ບັງຄັບ​ໃຫ້​ປະມານ 190,000 ຄົນ​ຍົກຍ້າຍ​ອອກ​ ຈາກ​ບ້ານ​
ເຮືອນ​ເຂົາ​ເຈົ້າ.

ມີພວກ​ເຈົ້າ​ໜ້າ​ທີ່​ດັບ​ໄຟ​ຫລາຍ​ກວ່າ 5,700 ຄົນ ພ້ອມ​ດ້ວຍ​ເຮືອບິນ​ເຮ​ລິ​ຄອບ​ເຕີ ພາກັນ​
ສີດ ​ແລະ​ໂຮຍ​ນໍ້າ ​ຕະຫລອດທັງ​ຝຸ່ນ​ດັບ​ໄຟ​ເພື່ອ​ເຮັດ​ໃຫ້​ໄຟ​ທີ່ກຳລັງ ໄໝ້ ຢູ່ໃນ 6 ບໍລິເວນ
ໃຫຍ່ໆ ​ລາມອອກຊ້າ​ລົງ ​ແລະ​ບ່ອນ​ທີ່ໄຟໄໝ້ ຂະໜາດ ນ້ອຍ​ອື່ນ​ໆ​ ທີ່ໄດ້​ເລີມມາ​ແຕ່​ວັນ​
ຈັນ​ແລ້ວ.

​ໄຟ​ໄດ້​ໄໝ້​ຢ່າງ​ບໍ່​ລົດລະ ຍ້ອນມີ​ລົມ​ພັດ​ມາ​ຈາກ​ທາງ​ພາກ​ຕາ​ເວັນ​ຕົກຂອງ​ເມືອງ​ຊານ​ຕາ​ອານາໄດ້ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ຢູ່​ຕາມ​ເຂດ​ແຄມ​ຝັ່ງ​ມະຫາສະໝຸດ​ປາຊິ​ຟິກ ແຕ່ນະຄອນ​
ແຊນ​ດີ​ເອ​ໂກ ​ໄປ​ຫາ​ເ​ມື​ອງ​ແຊ​ນຕາ ບາບາຣາ ປະມານ 370 ກິ​ໂລ​ແມັດ​ໄປ​ທາງ​ເໜືອ.

ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້​ອອກ​ປະກາດ​ພາວະ​ສຸກ​ເສີນຂອງລັດຖະບານກາງສຳ
ລັບ​ລັດ​ຄາ​ລີ​ຟໍ​ເນຍ ເພື່ອແຜ້ວ​ທາງ​ໃຫ້ບັນດາ​ອົງການຕ່າງໆຂອງ​ລັດຖະບານ​ກາງ ​ ໃຫ້
ການ​ຊ່ວຍ​ເຫລືອປະສານ​ງານໃນຄວາມ​ພະຍາຍາມ​ບັນ​ເທົາທຸກ.

ແປວໄຟ​ທີ່​ໃຫຍ່​ສຸດ ​ແລະຮ້າຍ​ແຮງ​ສຸດ​ແມ່ນແປວ​ໄຟ​ໂທ​ມັສ ປະມານ 90 ກິ​ໂລ​ແມັດ​ ຢູ່
ທາງ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ ຂອງ​ນະຄອນ ​ລັອ​ສ​ແອນ ເຈີ​ລິ​ສ. ​ໄຟ​ໃດ້ແຜ່​ຂະຫຍາຍ
ອອກ​ໄປ​ ຫລາຍ​ກວ່າ 466 ຕາຕະລາງກິ​ໂລ​ແມັດ ​ແລະ​ໄດ້ທຳ ລາຍຕຶກ​ອາຄານປະມານ
430 ຫລັງ. ພວກ​ດັບ​ໄຟ​ ໄດ້ທຳຄວາມຄືບ​ໜ້າ​ ພໍສົມຄວນ ເພື່ອຮັບມືກັບ​ໄຟ​ໄໝ້ ຢູ່ໃນ
ເຂດ​ນະຄອນ​ລັອສ​ ແອນ​ເຈີ​ລິ​ສ ທີ່​ຈະ​ຍົກ​ເລີກ​ຄຳ​ສັ່ງ​ການ​ຍົກ​ຍ້າຍ.

ຮູບພາບປັນສີທີ່ບໍ່ມີຄວາມຈິງ ຈາກອົງການອະວະກາດຢູໂຣບ ດາວທຽມ ຊັນຕີແນນ-2 ສະແດງໃຫ້ເຫັນ ໄຟປ່າໂທມາສ ທີ່ພາກເໜື້ອເມືອງເວັນຕູຣາ ລັດຄາລີຟໍເນຍ.

ໄຟ​ໄໝ້​ໃໝ່​ທີ່​ຮ້ອງ​ວ່່າ ລີ​ລັກ ​ໄດ້​ບັງຄັບ​ໃຫ້​ຜູ້​ປົກຄອງ​ລັດ ທ່ານ​ແຈຣີ ບຣາວນ໌ ປະກາດ​
ພາວະ​ສຸ​ກເສີນ​ສຳລັບເຂດເມືອງ​ແຊນ​ດີເອ​ໂກ 200 ກິໂລ​ແມັດກວ່າໆ​ຫ່າງຈາກນະຄອນ
​ລັອສ ​ແອນ​ເຈີ​ລິ​ສໄປທາງທິດໃຕ້.

ການຮັບມືກັບໄຟໄໝ້ປ່າຢູ່ ລັດຄາລິຟໍເນຍ

ຫລັງ​ຈາກ​ເກີດ​ໄຟ​ໄໝ້​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ​ໄຟໄດ້​ໄໝ້​ລາມອອກ​ໄປ​ເຖິງ 16 ຕະລາງ
ກິ​ໂລ​ແມັດ ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ໃນ​ຂະນະ​ທີ່​ໄຟປ່າໄດ້ລາມໄປ​ສູ່​ບ່ອນທີ່ມີຜູ້​ຄົນອາໄສ​ຢູ່
​ໜາ​ແໜ້ນ ​ໃນຄຸ້ມສະ​ໂມ​ສອນ​ປະຊາ​ຄົມ ແຣນ​ໂຈ ມອນ​ເຊີ​ຣາສ ​ແລະ​ເມືອງ​ນ້ອຍໆ​ຟອນ
​ບຣຸກທີ່​ເປັນ​ບ່ອນຕັ້ງຂອງຄອກ​ມ້າຈຳນວນນຶ່ງ​ແລ​ະສວນ ປູກ​ໝາກ​ອາ​ໂວ​ກາ​ໂດ. ພວກ
ເຈົ້າ​ໜ້າ​ທີ່​ກ່າວ​ວ່າ 85 ຕຶກ​ອາຄານ​ໄດ້​ຖືກ​ທຳ​ລາຍ​ຢ່າງ​ວ່ອງ​ໄວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Califirnia Wildfires