ນັກວິທະຍາສາດ neutrino ໄດ້ຮັບລາງວັນ ໂນແບລ ຂະແໜງຟີສິກ ໃນປີນີ້

ບັນດາສາສະດາຈານ Anne L'Huillier (ຊ້າຍ-ຂວາ) Goran K. Hansson ແລະ Olga Botner ສະມາຊິກ ສະພາໂນແບລ ກ່າວຕໍ່ບັນດານັກຂ່າວ.

ທ່ານ Takaaki Kajita ​ແລະ ທ່ານ Arthur Macdonald ​ໄດ້
ຊະນະລາງ ວັນໂນ​ແບ​ລ ຂະ​ແໜງ Physics ຂອງ​ປີ 2015 ໃນ​
ການ​ຄົ້ນ​ພົ​ບ neutrino oscillations ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ
neutrinos ອັນເປັນອະນຸພາກທີ່ມີຫຼາຍທີ່ສຸດເປັນອັນດັບສອງ
ຢູ່​ໃນຈັກກະວານ ໃກ້​ກັບ photons ທີ່ເປັນມວນສານນັ້ນ.

ຄະນະ​ກຳ​ມະ​ການລາງວັນ​ໂນ​ແບ​ລ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ
​ວ່າ ການ​ຄົ້ນຄວ້າ ຂອງ ທ່ານ Kajita ທີ່ມະຫາວິທະຍາ​ໄລ
Tokyo ​ແລະ ທ່ານ Macdonald ​ທີ່ ມະຫາວິທະຍາ​ໄລ
Queen ທີ່​ປະ​ເທດ Canada ​ໄດ້​ປ່ຽນ​ຄວາມ​ເຂົ້າ​ໃຈ​ຂອງ​
ໂລກ​ກ່ຽວກັບເລື້ອງ​ການ​ເຮັດ​ວຽກຢ່າງເລິກ​ແລບຂອງສະສານ.

​ໃນວັນ​ຈັນວານ​ນີ້ ຄະນະ​ກຳ​ມະ​ການລາງວັນໂນ​ແບ​ລ ​ກໍໄດ້​ປະກາດບັນດາ​ຜູ້​ຊະນະ​ລາງ​
ວັນດັ່ງກ່າວໃນຂະແໜງ​ຢາ​ປົວ​ພະຍາດ ຊຶ່ງໄດ້​ແກ່​ນັກວິທະຍາ ສາດຈາກໄອຣ໌​ແລນ ຍີ່​ຢຸ່ນ
​ແລະ​ຈີນ.

ທ່ານ Jan Andersson, Juleen Zierath ແລະ Hans Forssberg, ສະມາຊິກ ສະຖາບັນ Karolinska Institute Nobel ທີ່ນະຄອນ Stockholm.

ທ່ານ William Campbell ຈາກ ​ໄອ​ຣ໌​ແລນ ​ແລະ​ທ່ານ Satoshi Omura ຈາກ ຍີ່ປຸ່ນ ​
ໄດ້ແບ່ງປັນ​ລາງວັນ​ໃນ​ການ​ຄົ້ນ​ພົບ ການ​ປິ່ນປົວ​ໃໝ່​ແກ່ ການ​ຕິດ​ແປດທີ່​ເກີດ​ຈາກ ບັນ
ດາ​ພະຍາດ​ໂຕ​ກົມ.

​ແລະ​ ທ່ານນາງ Tu Youyou ຈາກຈີນ ໄດ້​ຄົ້ນ​ພົບ​ຢາ ທີ່ມີ​ຄວາມ​ສຳຄັນໃນ​ການ​ຫລຸດ​
ຜ່ອນອັດຕາການຕາຍຂອງຄົນເຈັບ ທີ່ໄດ້ຮັບຄວາມເຈັບປວດຈາກໄຂ້ຍຸ່ງ ແລະທ່ານ
ນາງກໍ​ຈະ​ແບ່ງປັນ​ລາງວັນນີ້​ເຊັ່ນ​ດຽວ​ກັນ.

ລາງວັນ​ໂບແບ​ລ ໄດ້​ມີການມອບ​ໃຫ້​ແຕ່ລະ​ປີ​ໃນ​ຂະແໜງຢາ​ປົວ​ພະຍາດ ​ຟິຊິກ ​ເຄມີ
ວັນນະ​ຄະ​ດີ ສັນຕິພາບ ​ແລະ​ ວິທະຍາສາດ​ເສດຖະກິດ. ​ເງິນ​ລາງວັນ​ນີ້ ແມ່ນມາຈາກ
ມໍລະດົກ​ຕົກ​ທອດ​ມາ​ ຂອງນັກ​ຜະ​ລິດ​ຄິດ​ສ້າງຊາວ​ສະ​ວິດ ທ່ານ Alfred Nobel ​ແລະ
ລາງວັນນີ້ ເລີ້ມມາຕັ້ງແຕ່ປີ 1901 ໄດ້ກາຍມາເປັນລາງ ວັນສຳລັບຜູ້ທີ່ປະສົບຄວາມ
ສຳເລັດສຸດ​ຍອດ ໃນແຕ່ລະດ້ານ ​ຂອງທຸກໆ​ປີ.

Your browser doesn’t support HTML5

Nobel Prize Physics