ທ່ານ Netanyahu ກ່າວວ່າ ການຮື້ຟື້ນ ການເຈລະຈາ ສັນຕິພາບ ແມ່ນສໍາຄັນທີ່ສຸດ (ວີດິໂອ)

ນາຍົກ ລມຕ ອິສຣາແອລ ທ່ານ Benjamin Netanyahu (ຍົກມື) ກ່າວຢູ່ໃນກອງປະຊຸມ ຄະນະລັດຖະບານ, ວັນທີ 21 ກໍລະກົດ 2013.

ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາ​ແອ​ລ
​ເວົ້າວ່າ ການ​ເຈລະຈາ​ກັນຄືນ​ໃໝ່​ກັນ​ປາ​ແລສ​ຕາຍ​ນ໌ນັ້ນ ​ແມ່ນ
​ມີ​ຜົນ​ປະ​ໂຫຍ​ດດ້ານ​ຍຸ​ທະ​ສາດ​ທີ່​ສໍາຄັນ​ທີ່​ສຸດ​ ຕໍ່​ອິສຣາ​ແອ​ລ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງອອກ​ເມື່ອ​ຕອນ​ແລງ​ວັນ​ເສົາ​ວານ​ນີ້
ທ່ານ​ນາ​ຍົກ ລັດຖະມົນຕີ ​ເວົ້າ​ວ່າ ການ​ເຈລະຈາ​ບໍ່​ພຽງແຕ່​ສໍາ
ຄັນຕໍ່​ການ​ຍຸຕິ​ຂໍ້​ຂັດ​ແຍັງ​ກັນ​ລະຫວ່າງ​ອິສຣາ​ແອ​ລກັບ​ປາ​ແລສ​
ຕາຍ​ນ໌​ເທົ່າ​ນັ້ນ ​ແຕ່​ມັນ​ຍັງ​ສໍາຄັນ​ຍ້ອນ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ອິສ
ຣາແອ​ລກໍາລັງປະ​ເຊີນ​ຢູ່ ຈາກ​ອິຣ່ານແລະ​ຊີ​ເຣຍນັ້ນ​ນໍາ.

ຄໍາ​ເຫັນ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູ​ ໄດ້​ມີ​ຂຶ້ນລຸນຫຼັງທີ່​ອິສຣາ​ແອ​ລ​ໄດ້​
ປະກາດ​ອອກ​ມາວ່າ ຕົນຈະປ່ອຍ​ຕົວ​ພວກ​ນັກ​ໂທດ​ຊາວ​ປາ​ແລສ
​ຕາຍ​ນ໌ ​ຈໍານວນ​ຈໍາ​ກັດ​ຈຸນຶ່ງ ​ເພື່ອ​ເປັນ​ທ່າ​ທີສະ​ແດງ​ເຖິງເຈດ​ຕະ
ນາ​ດີ. ທ່ານ Yuval Steinitz ລັດຖະມົນຕີໃນ​ຄະນະ​ລັດຖະ
ບານອິສຣາແອ​ລ ​ໄດ້​ປະກາດເລຶ່ອງນີ້ ​ເມື່ອ​ວັນ​ເສົາ​ວານ​ນີ້ ​ແຕ່ບໍ່
​ໄດ້​ໃຫ້ລາຍ​ລະອຽດ​ທີ່​ສະ​ເພາະ​ແຕ່​ຢ່າງ​ໃດ ກ່ຽວ​ກັບຈໍານວນນັກ
​ໂທດທີ່​ຈະ​ປ່ອຍ​ ຫຼືຊື່​ສຽງ​ລຽງ​ນາມ.

ແລງ​ວັນ​ສຸກ​ຜ່ານ​ມາ ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​
ສະຫະລັດ ​ໄດ້ປະກາດ​ແຜນການຮື້​ຟື້ນ​ການ​ເຈລະຈາ​ຄືນ​ໃໝ່ ຫຼັງ
ຈາກ​ການ​ພົບ​ປະ​ກັບ​ທ່ານ Mahmoud Abbas ປະທານາ​ທິບໍດີ​ປາ​
ແລສຕາຍ​ນ໌ ຊຶ່ງ​ທ່ານ ແຄ​ຣີ ​ເວົ້າ​ວ່າ ຍັງກໍາລັງ​ມີ​ການ​ຮ່າງ​ລະອຽດ​ຂອງ​ເລຶ່ອງນີ້​ຢູ່ ​ແລະ​ວ່າ ຖ້າ​ທຸກ​ສິ່ງ​ທຸກ​ຢ່າງ​ດໍາ​ເນີນ​ໄປ​ດ້ວຍ​ດີ​ ທັງເຈົ້າໜ້າ​ທີ່​ອິສຣາ​ແອ​ລ​ແລະ​ປາ​ແລສ​ຕາຍ​ນ໌ກໍຈະ
​ເດີນທາງ​ໄປ​ຍັງ​ວໍ​ຊິງ​ຕັນ ​ເພື່ອ​ເລີ່​ມການ​ເຈລະຈາ​ກັນພາຍໃນ​ອາທິດ​ ສອງ​ອາທິດ​ນີ້.

ວີດິໂອ: ປະທານາທິບໍດີອິສຣາແອລ ທ່ານ Simon Peres ວ່າ ຄວາມພະຍາຍາມຂອງທ່ານແຄຣີ ປະສົບກັບຄວາມກ້າວໜ້າ:

Your browser doesn’t support HTML5

Israeli President: Kerry Making Progress on Resuming Mideast Peace Talks