ທ່ານເນທັນຢາຮູ ຈະຈັດຕັ້ງ ລັດຖະບານປະສົມ ຫຼັງຈາກ ພັກຂອງທ່ານ ຊະນະການເລືອກຕັ້ງ

ທ່ານເນທັນຢາຮູ ໂບກມືໃສ່ພວກສະໜັບສະໜຸນທ່ານ ທີ່ສຳນັກ ງານໃຫຍ່ຂອງພັກ ທີ່ນະຄອນ Tel Aviv ວັນທີ 18 ມີນາ 2015

ນາຍົກລັດຖະມົນຕີ Benjamin Netanyahu ​ແຫ່ງອິສຣາ​ແອ​ລ
ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ​ຕັ້ງ​ໃຈ​ທີ່​ຈະ​ພະຍາຍາມ​ຈັດ​ຕັ້ງ​ລັດຖະ
ບານ​ຂຶ້ນ​ໃນ ອີກ​ສອງ​ຫຼື​ສາມ​ອາທິດ​ຕໍ່ໜ້າ​ນີ້ ຊຶ່ງ​ຈະ​ອຳນວຍ​ໃຫ້
​ທ່ານ​ໄດ້​ເປັນ​ນາຍົກລັດຖະມົນຕີສະ​ໄໝ​ທີສີ່ ຫຼັງ​ຈາກ​ພັກ Likud
ນິຍົມ​ແນວ​ທາງ​ເດີມ​ຂອງ​ທ່ານຊະນະ​ການ​ເລືອກ​ຕັ້ງລັດຖະສະພາ​
ຂອງ​ອິສຣາ​ແອ​ລນັ້ນ.

ຫຼັງ​ຈາກ​ມີການ​ນັບ​ບັດ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ເກືອບ​ໝົດ​ແລ້ວ ພັກ
Likud ​ໄດ້​ຮັບ​ບ່ອນ​ນັ່ງ 30 ບ່ອນ​ ຊະນະ​ຄູ່​ແຂ່ງຂັນ​ຈາກ​ພັກ Zio
nist Union ທີ່​ໄດ້​ຮັບ​ບ່ອນ​ນັ່ງ 24 ບ່ອນ​ນັ້ນ.

ທ່ານ Netanyahu ຈະສ້າງຕັ້ງ ລັດຖະບານ

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຈາກ​ຫ້ອງການ​ທ່ານ​ເນ​ທັນ​ຢາ​ຮູ ກ່າວ​ວ່າທ່ານ ເນ​ທັນ​ຢາ​ຮູ​ໄດ້​ຕິດ
​ຕໍ່​ກັບ​ພວກ​ພັກ​ນ້ອຍໆ​ຕ່າງໆແລ້ວ ​ເພື່ອ​ປະກອບ​ຄະນະລັດຖະບານ​ປະສົມ​ຂຶ້ນ ​ທີ່​ຕ້ອງການ​ບ່ອນ​ນັ່ງ​ທັງ​ໝົດ61 ບ່ອນ​ນັ່ງ ເພື່ອ​ຈະ​ປົກຄອງ​ປະ​ເທດ​ໄດ້. ພັກ​ນຶ່ງ​ທີ່​ສຳຄັນ ກໍ​ຈະ​ແມ່ນ​ພັກ Kulanu ນິຍົມ​ແນວທາງ​ປານ​ກາງ ຊຶ່ງ​ໄດ້​ຮັບ​ບ່ອນ​ນັ່ງ 10 ບ່ອນ ​ໃນ​ການ​ປ່ອນ​ບັດ​ເລືອກ
​ຕັ້ງ​ໃນ​ວັນ​ອັງຄານ​ວານ​ນີ້.

Your browser doesn’t support HTML5

Israelis Vote for New Parliament in Tight Election

ທ່ານ​ເນ​ທັນ​ຢາ​ຮູ ກ່າວ​ວ່າ “ ພົນລະ​ເມືອງ​ຂອງ​ອິສຣາ​ແອ​ລຄາດ​ຫວັງ​ໄວ້​ໃຫ້​ພວກ​ເຮົາ​ຈັດ​ຕັ້ງ​ຜູ້ນຳ​ພາ​ປະ​ເທດ​ຂຶ້ນ​ຢ່າງ​ໄວ ທີ່​ຈະ​ດຳ​ເນີນ​ງານ ສຳລັບ​ເຂົາ​ເຈົ້າ ກ່ຽວ​ກັບ​ຄວາມ​ປອດ​ໄພ ​ເສດຖະກິດ ​ແລະ​ສັງຄົມ ດັ່ງ ທີ່​ພວກ​ເຮົາ​ໄດ້​ໃຫ້​ຄຳ​ໝັ້ນ​ໝາຍ​ໄວ້​ນັ້ນ ​ແລະ​ພວກ​ເຮົາ​ກໍ​ຈະ​ດຳ​ເນີນ​ການ​ເຊັ່ນ​ນັ້ນ.”

ທ່ານ Isaac Herzog ຫົວໜ້າ​ພັກ Zionist Union ​ໄດ້​ຍອມຮັບ​ເອົາ ການປາ​ໄຊໃນ​ການ​ເລືອກ​ຕັ້ງ​ແລ້ວ ​ແລະ​ກ່າວ​ວ່າ ທ່ານ​ໄດ້​ກ່າວ​ຊົມ​ເຊີຍ​ທ່ານ​ເນ​ທັນ​ຢາ​ຮູ​ທາງ​ໂທລະສັບ. ທ່ານ Herzog ກໍ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ເຊັ່ນ​ກັນ​ວ່າ ພັກ​ຂອງ​ທ່ານ​ຈະ​ສືບ​ຕໍ່​ດຳ​ເນີນ​ງານ​ເພື່ອ​ປະຊາຊົນ​ອິສຣາ​ແອ​ລ ​ໃນ​ຖານະ​ເປັນ​ສະມາຊິກ​ຝ່າຍ​ຄ້ານ.

Your browser doesn’t support HTML5

Israel election