ທ່ານ ເນທານຢາຮູ ຄາດວ່າ ຈະໂຕ້ຕອບ ທ່ານ ອັບບາສ ໃນການປາໄສ ທີ່ ສປຊ

ທ່ານ ມາກມູດ ອັບບາສ ປະທານາທິບໍດີ ຂອງ ປາເລໄຕນ໌, ກ່າວສຸນທອນພົດໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 70. 30 ກັນຍາ, 2015 ທີ່ສຳນັກງານໃຫຍ່ ສະຫະປະຊາຊາດ.

ນາຍົກລັດຖະມົນຕີ ອິສຣາ​ແອ​ລ ທ່ານ Benjamin Netanyahu ມີ​ກຳນົດ​ທີ່​ຈະ​ຂຶ້ນ​ປາ​ໄສໃນກອງ​ປະຊຸມ​ສະມັດຊາໃຫຍ່​ ສະຫະ​ປະຊາ​ຊາດ ​ໃນ​ນະຄອນ ນິວຢອກ ວັນ​ພະຫັດ​ມື້​ນີ້, ມື້​ໜຶ່ງ​ຫຼັງ​ຈາກ​ຜູ້ນຳ​ປາ​ເລ​ສໄຕນ໌ ທ່ານ Mahmoud Abbas ​ໄດ້​ກ່າ​ວ​ຕໍ່ກອງ ປະຊຸມ​ວ່າ ປາ​ເລ​ສໄຕນ໌ ບໍ່​ໄດ້​ຜູກ​ມັດ​ກັບ​ສັນຍາ​ສັນຕິ​ພາບ Oslo ທີ່​ມີ​ອາຍຸ​ດສອງ​ທົດ​ສະ​ວັດ​ກັບ ອິສຣາ​ແອລ ອີກ​ຕໍ່​ໄປ​ແລ້ວ.

​ໃນ​ການ​ກ່າວ​ສຸນທອນພົດ​ຂອງ​ທ່ານ ຕໍ່​ສະຫະ​ປະຊາ​ຊາດ​ ໃນ​ວັນ​ພຸດ​ວານ​ນີ້, ທ່ານ Abbas ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ອົງການສະຫະ ປະຊາຊາດ ສະໜອງ​ການ​ປົກ​ປ້ອງສຳລັບ​ປະຊາ​ຊົນ ປາ​ເລສ ໄຕນ໌ ​ແລະ ກ່າວ​ຫາ ອິສຣາ​ແອ​ລ​ ​ທີ່ປະຕິ​ເສດ​ບໍ່ຍອມປ່ອຍ​ນັກ​ໂທດ ປາ​ເລສໄຕນ໌ ​ໃນ​ຂະນະທີ່ມີການຕັ້ງຖິ່ນ​ຖານໃໝ່ຂອງປະຊາ​ຊົນ ອິສຣາ​ແອລ ​ໃນ​ເຂດຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດນແລະພາກຕາເວັນອອກຂອງນະຄອນ Jerusalem.

Your browser doesn’t support HTML5

Palestinian Flag Raised at UN Headquarters

ທ່ານ Abbas ​ໄດ້​ກ່າວ​ຕໍ່​ອົງການ ສະຫະ​ປະຊາ​ຊາດ​ວ່າ ປະຊາ​ຊົນ ປາ​ເລ​ສໄຕນ໌ ບໍ່​ສາມາດ​ສືບ​ຕໍ່ເຄົາລົບ​ສົນທິສັນຍາ​ສັນ​ຕິ​ພາບປີ 1993 ​ແລະ “ອິສຣາ​ແອ​ລ ຄວນ​ຍອ​ມຮັບ​ເອົາ​ຄວາມ​ຮັບຜິດຊອບ ທັງ​ໝົດ​ຢ່າງ​ເຕັມທີ່​ໃນ​ຖານະ​ທີ່ເປັນກຳລັງຍຶດ​ຄອງ.” ທ່ານ​ Abbas ​ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ “ປາ​ເລ​ສໄຕນ໌ ຄວນເປັນ​ສະມາຊິກ​ສົມບູນ​ຂອງ ສະຫະ​ປະຊາ​ຊາດ ​ແລະ ຖືກຮັບ​ຮູ້​ເປັນ ​ປະ​ເທ​ດໜຶ່ງ.

ທ່ານ Netanyahu ​ໄດ້​ກ່າວ​ໂຕ້​ຕອບ​ຢ່າງ​ກະທັນຫັນ ​ຕໍ່​ຄຳ​ເວົ້າ​ຂອງ ທ່ານ Abbas ​ໂດຍເອີ້ນ ການ​ກ່າ​ວສຸນທອນ​ພົດ​ວ່າ “ຫຼ​ອກລວງ” ​ແລະ ກ່າວ​ເພີ່ມ​ເຕີມ​ວ່າມັນ “ສົ່ງ​ເສີມ​ຍຸຍົງ ​ແລະ ການ​ທຳລາ​ຍ ​ໃນ​ຕາ​ເວັນ​ອອກ​ກາງ.” ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ຜູ້ນຳ​ ປາ​ເລ​ສໄຕນ໌ “ປະຕິ ບັດຕົນແບບ​ມີ​ຄວາມ​ຮັບຜິດຊອບ” ​ແລະ ເຂົ້າຮ່ວມ​ການ​ເຈ​ລະ​ຈາ​ສັນຕິພາບ​ໂດຍ​ປາສະຈາກ​ເງື່ອນ​ໄຂ​ລ່ວງໜ້າ.

ຜູ້ນຳ ປາ​ເລ​ສໄຕນ໌ ​ໄດ້​ທຳ​ການ​ຮຽກຮ້ອງ​ ກ່ອນ​ພິທີ​ຊັກ​ທຸງ​ປາ​ເລ​ສໄຕນ໌ ຂຶ້ນ​ສູ່ຍອດ​ເສົາ​ ທີ່​ອົງການ​ສະຫະປະຊາຊາດ​ເປັນ​ຄັ້ງ​ທຳ​ອິ​ດ, ​ໂດຍ​ຈັດ​ຢູ່​ຄຽງ​ຂ້າງ​ກັບ​ທຸງ​ຂອງສະມາຊິ​ກສະຫະ​ປະຊາ​ຊາດ 193 ປະ​ເທດ.

ທ່ານ​ໄດ້​ຮຽກຮ້ອງໃຫ້ “ບັນດາ​ປະ​ເທດ​ ທີ່ຍັງ​ບໍ່​ທັນ​ໄດ້​ຮັບຮູ້ ປະເທດ ປາ​ເລ​ສໄຕນ໌ ​ເທື່ອ ໃຫ້ຮັບຮູ້ເສຍ.”

Your browser doesn’t support HTML5

Palestinians Israel