ທ່ານ ເນຕັນຢາຮູ ເດີນໜ້າແຜນການໂຈມຕີ ເມືອງຣາຟາ ຂະນະທີ່ ການຢຸດຍິງ ລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ພວມຢູ່ໃນການເຈລະຈາ  

  • ວີໂອເອ

ເດັກນ້ອຍຍິງຊາວປາແລັສໄຕນ໌ ທີ່ຫຼົບໜີຈາກບ້ານ ຍ້ອນການໂຈມຕີຂອງອິສຣາແອລ ກຳລັງປ້ອນອາຫານນ້ອງຊາຍຂອງນາງ ຢູ່ສູນອົບພະຍົບ ໃກ້ກັບຊາຍແດນອີຈິບ ໃນເມືອງຣາຟາ ທາງພາກໃຕ້ຂອງເຂດກາຊາ, ວັນທີ 25 ກຸມພາ 2024.

ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວໃນວັນອາທິດວານນີ້ວ່າ ທ່ານກຳລັງເລັ່ງເດີນໜ້າແຜນການບຸກໂຈມຕີທາງພາກພື້ນດິນຢູ່ໃນເມືອງ ຣາຟາ ຂອງເຂດ ກາຊາ ເພື່ອຖອນຮາກຖອນໂຄນພວກຫົວຮຸນແຮງ ຮາມາສ, ເຖິງແມ່ນວ່າ ບັນດາຜູ້ໄກ່ເກ່ຍຈະດຳເນີນການກ່ຽວກັບການຢຸດຍິງຄັ້ງໃໝ່ ເປັນເວລາຫຼາຍອາທິດໃນສົງຄາມຫ້າເດືອນ ທີ່ຍັງຮຽກຮ້ອງໃຫ້​ມີການປ່ອຍ​ຕົວ​ປະກັນທີ່ກຸ່ມຮາມາສ ຈັບໄວ້ ຕື່ມອີກ.

ຜູ້ນຳ​ອິສຣາ​ແອ​ລ ກ່າວ​ວ່າ ທ່ານ​ຈະ​ປະຊຸມ​ກັບຄະນະລັດຖະມົນຕີ​ສົງຄາມ​ຂອງ​ທ່ານ​ໃນ​ອາທິດ​ນີ້ ​ເພື່ອ "ອະນຸມັດ​ແຜນການ​ປະຕິບັດ​ງານ​ ສຳລັບ​ປະຕິບັດການ​ໃນ​ເມືອງ ຣາຟາ." ທ່ານໄດ້ກ່າວຕໍ່ລາຍການ “Face the Nation” ຂອງອົງການຂ່າວ CBS ວ່າ ເມື່ອກອງກຳລັງອິສຣາແອລ ເລີ່ມປະຕິບັດການ ຣາຟາ, ບ່ອນທີ່ຊາວປາແລັສໄຕນ໌ ຫຼາຍກວ່ານຶ່ງລ້ານຄົນ ໄດ້ໄປລີ້ໄພ ເພື່ອພະຍາຍາມທີ່ຈະປ້ອງກັນຕົນເອງຈາກສົງຄາມ, ມັນຈະເປັນເວລາຫຼາຍອາທິດຈາກໄຊຊະນະໃນເຂດກາຊາ.

ທ່ານ ເນຕັນຢາຮູ ກ່າວ​ວ່າ ມັນ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ວ່າ ຂໍ້​ຕົກລົງ​ຢຸດ​ຍິງ ​ແລະ ​ຕົວ​ປະກັນ​ ຈະເກີດຂື້ນ ​ຈາກ​ການ​ເຈລະຈາ​ຄັ້ງໃໝ່​ຢູ່​ໃນ​ກາ​ຕາ ​ຫລື​ບໍ່, ​ໂດຍ​ກ່າວ​ວ່າ ກຸ່ມ ຮາມາສ ຈຳເປັນຕ້ອງ "ລົງມາຢູ່ໃນສະຖານະການທີ່​ສົມ​ເຫດ​ສົມ​ຜົນ." ທ່ານ​ກ່າວ​ວ່າ ທ່ານ​ຈະ​ພົບ​ປະກັນ​ໃນຕອນແລງ​ວັນ​ອາທິດອີກ​ ​ເພື່ອທົບທວນ​ຄືນ​ແຜນການທາງທະຫານ​ສອງ​ຝ່າຍ ເຊິ່ງລວມທັງ​ການ​ຍົກຍ້າຍ​ພົນລະ​ເຮືອນ​ປາ​ແລັ​ະ​ໄຕ​ນ໌ ​ອອກ​ຈາກພາກພື້ນຂອງເຂດ ກາຊາ ໃກ້​ກັບ​ຊາຍ​ແດນ​ອີ​ຈິບ.

ທ່ານ​ກ່າວ​ວ່າ ຖ້າ​ອິສຣາ​ແອ​ລມີ​ຂໍ້​ຕົກລົງ​ຢຸດ​ຍິງ, ການ​ບຸກ​ໂຈມ​ຕີ ເມືອງຣາຟາ “ຈະ​ຊັກ​ຊ້າ​ອອກໄປໜ້ອຍນຶ່ງ, ​ແຕ່​ມັນ​ຈະ​ເກີດ​ຂຶ້ນ. ຖ້າພວກເຮົາບໍ່ມີການຕົກລົງ, ພວກເຮົາກໍຈະດຳເນີນການຕໍ່ໄປ ບໍ່ວ່າແນວໃດກໍຕາມ.”

ສະຫະລັດໄດ້ເປັນພັນທະມິດຫຼັກຂອງອິສຣາແອລໃນສົງຄາມຕໍ່ຕ້ານກຸ່ມຮາມາສ, ແຕ່ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ເຈກ ຊຸລລີວັນ ກ່າວຕໍ່ລາຍການ “Meet the Press” ຂອງອົງການຂ່າວ NBC ວ່າ ທ່ານ ເນຕັນຢາຮູ ບໍ່ໄດ້ແຈ້ງໃຫ້ວໍຊິງຕັນຮູ້ ກ່ຽວກັບແຜນການໂຈມຕີ ຣາຟາ ແລະການຍົກຍ້າຍຊາວປາແລັສໄຕນ໌.

ອ່ານຂ່າວນີ້ເປັນພາສາອັງກິດ