ປະຊາຊົນທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວໃນເນປານ ແມ່ນຂາດແຄນນຳດື່ມແລະສິ່ງຂອງຈຳເປັນຂັ້ນພື້ນຖານອື່ນໆ ໃນວັນອັງຄານມື້ນີ້ ໃນຂະນະທີ່ເຈົ້າໜ້າທີ່ຊ່ອຍກູ້ໄພ ແລະອົງການມະນຸດສະທຳ ໄດ້ສືບຕໍ່ດຳເນີນຄວາມພະຍາຍາມທີ່ຈະເຂົ້າໄປຍັງປະເທດດັ່ງກ່າວ ແລະ ຜູ້ຄົນຍັງຖືກທັບຖົມຢູ່ຕາມຊາກຫັກພັງຈາກເຫດແຜ່ນດິນໄຫວຄັ້ງນີ້.
ອົງການສະຫະປະຊາຊາດ ໄດ້ກ່າວວ່າ ໄພພິບັດຄັ້ງນີ້ ໄດ້ມີຜົນກະທົບຕໍ່ປະຊາຊົນ 8 ລ້ານຄົນ ຊຶ່ງຈຳນວນ 1 ລ້ານ 4 ແສນຄົນນັ້ນ ແມ່ນຕ້ອງການ ຄວາມຊ່ອຍເຫລືອໃນດ້ານເຂົ້າປາອາຫານ. ເຈົ້າໜ້າທີ່ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ຈຳນວນຜູ້ເສຍຊີວິດ ໄດ້ຖີບຕົວຂຶ້ນຫຼາຍກວ່າ 4 ພັນ 300 ຄົນແລ້ວ ແລະມີປະມານ 8 ພັນຄົນບາດເຈັບ. ພວກເຂົາໄດ້ກ່າວວ່າ ຈຳນວນຜູ້ເຄາະຮ້າຍ ອາດຈະເພີ້ມຂຶ້ນຕື່ມ ໃນຂະນະທີ່ພວກເຈົ້າໜ້າທີ່ກູ້ໄພ ໄດ້ຊ່ອຍເອົາພວກທີ່ຍັງຕົກຄ້າງຢູ່ຕາມຊາກຫັກພັງອອກມາ ແລະເຂົ້າໄປເຖິງຂົງເຂດທີ່ຫ່າງໄກສອກຫຼີກນັ້ນ.
ພາບກ່ຽວກັບແຜ່ນດິນໄຫວ ຢູ່ເນປາລ ວັນທີ 27 ເມສາ
ຜູ້ຄົນຈຳນວນບໍ່ໜ້ອຍ ໄດ້ພາກັນຫລັບນອນຕື່ມອີກຄືນນຶ່ງຢູ່ຂ້າງນອກ ຫຼືບໍ່ກໍ່ໃນຕູບຜ້າຕັ້ງ ໃນຂະນະທີ່ແຜ່ນດິນໄຫວ ທີ່ມີຄວາມແຮງ ຂະໜາດ 4 ແລະ 5 ຍັງສັ່ນສະເທືອນໃນຂົງເຂດ ທີ່ຕິດຕາມມາ ຂອງແຜ່ນດິນໄຫວ ທີ່ວັດແທກໄດ້ 7.8 ໃນວັນເສົາທີ່ຜ່່ານມານີ້.
ນັກຂ່າວຂອງ VOA ທ່ານ Steve Herman ຜູ້ຊຶ່ງປະຈຸບັນນີ້ ເກັບກຳຂ່່າວທີ່ນະຄອນຫຼວງ Kathmandu ໄດ້ກ່າວວ່າ ການເດີນທາງໄປຍັງນະຄອນຫຼວງຂອງປະເທດ ແມ່ນບໍ່
ປະເຊີນກັບບັນຫາໃດໆ ໃນວັນອັງຄານມື້ນີ້, ແຕ່ວ່າ ການທີ່ຈະເຂົ້າເຖິງຂົງເຂດທີ່ຢູ່ອ້ອມ ແອ້ມນັ້ນ ແມ່ນຍັງມີຄວາມທ້າທາຍຢູ່.
ເບິ່ງ: ພາບວີໂດ ທີ່ກ່ຽວຂ້ອງ ຈາກນັກຂ່າວ Zlatica Hoke ຈາກ VOA
Your browser doesn’t support HTML5
Nepal Cremates Victims, Coordinates Aid
ທ່ານ Steve Herman ໄດ້ກ່າວວ່າ “ຄວາມເປັນຫ່ວງກັງວົນທີ່ໃຫຍ່ຫຼວງທີ່ສຸດນັ້ນແມ່ນ ໝູ່ບ້ານທີ່ຢູ່ໃກ້ກັບ ຈຸດສູນກາງຂອງແຜ່ນດິນໄຫວ,” ຊຶ່ງທ່ານໄດ້ກ່າວວ່າ“ມັນບໍ່ມີທາງ
ທີ່ຈະເຂົ້າເຖິງຂົງເຂດທີ່ວ່ານີ້ດ້ວຍທາງລົດ. ວິທີທາງດຽວທີ່ຈະເຂົ້າໄປຮອດທີ່ນັ້ນແມ່ນ
ໂດຍທາງເຮືອບິນເຮລິຄອບເຕີ ແລະພວກເຮົາ ໄດ້ຮັບລາຍງານກ່ຽວກັບໝູ່ບ້ານນີ້ວ່າ ມີປະຊາຊົນປະມານ 500 ຄົນ ແລະອີກໝູ່ບ້ານນຶ່ງນັ້ນ ແມ່ນມີ ປະມານ 1 ພັນຄົນ ແລະມີໝູ່ບ້ານອື່ນໆ ໃນທຳນອງດຽວກັນນີ້ ແມ່ນຖືກທຳລາຍຮາບເປັນໜ້າກອງເລຍ.”
ເຈົ້າໜ້າທີ່ສາທາລະນະສຸກ ໄດ້ເຕື່ອນກ່ຽວກັບຄວາມສ່ຽງໃນການລະບາດຂອງພະຍາດ
ຕ່າງໆ ດ້ວຍຂາດແຄນນ້ຳດື່ມສະອາດ ແລະມີຜູ້ຄົນຮວມຕົວກັນຢູ່ຢ່າງເປັນກຸ່ມກ້ອນ
ໃນຈຳນວນຫຼວງຫຼາຍຂ້າງນອກກາງແປນນີ້.