ການປຸກລະດົມໃຫ້ຄົນເຊົາຖ່າຍໜັກ ຢູ່ແຄມນໍ້າຫລືກາງແຈ້ງ ໃນເນປານ

  • ບົວສະຫວັນ ສິມມາລາ

ເດັກນ້ອຍແນປານສອງຄົນກຳລັງຮຽນລ້າງມືໃຫ້ຖືກວິທີ ເພື່ອປ້ອງກັນການຕິດເຊື້ອໂຣກຕ່າງໆ

ໃນຂະນະທີ່ປາກິສຖານກຳລັງດິ້ນຮົນຮັບມືກັບໄພນໍ້າຖ້ວມ ທີ່ສ້າງຄວາມເສຍຫາຍຮ້າຍແຮງ ນັ້ນ ເນປານກໍາລັງຕໍ່ສູ້ກັບບັນຫາທີ່ເກີດມາຈາກນໍ້າເຊ່ນກັນ ນັ້ນກໍຄືບັນຫານໍ້າເປັນພິດຍ້ອນ ອາຈົມ ເພາະມີການຖ່າຍໜັກຢູ່ແຄມນໍ້າຫລືກາງທົ່ງ ຢ່າງແຜ່ຫລາຍໃນປະເທດນີ້ ຈົນວ່າ ພວກນັກອະນາໄມໄດ້ພາກັນຖືເອົາຄວາມພະຍາຍາມ ໃນການປ່ຽນວິທີການແລະບ່ອນໄປປົດ ທຸກຢູ່ກາງແຈ້ງນັ້ນ ຮູ້ສຶກອັບອາຍ.

ເມື່ອ​ເວລາ​ເຮົາຈໍາ​ເປັນ​ຕ້ອງ​ໄປຖ່າຍ ​ເຮົາກໍ​ຕ້ອງ​ໄປ​ ເພາະວ່າເຮົາບໍ່ສາມາດຈະ​ອົດກັ້ນມັນໄວ້​ໄດ້ ຊຶ່ງ​ກໍ​ເປັນ​ເລື້ອງ​ທໍາ​ມະ​ຊາດ​ ແລະ​ ສຳລັບ​ຄົນ​ເນ​ປານ​ສ່ວນ​ຫລາຍແລ້ວ ກໍແມ່ນ​ແລ່ນ​ອອກ​ ໄປ​ຫາ​ທໍາ​ມະ​ຊາດ​ແທ້ໆ ຄື​ອອກ​ໄປ​ຖ່າຍຫລື​ປົດ​ທຸກຢູ່​ນອກ​ເຮືອນ ຢູ່​ແຄມ​ນໍ້າຫລື​ວ່າ​ຢູ່​ກາງ​ທົ່ງ. ​ ທ່ານ Roshan Raj Shrestha ຊຶ່ງ​ເຮັດວຽກນຳ​ອົງການ​ສະຫະ​ປະຊາ​ຊາດ​ວ່າດ້ວຍ​ບ່ອນຢູ່​ອາ​ໃສ ຫລື UN Habitat ທີ່​ນະຄອນຫລວງກາດ​ມັນ​ດູ ໃຫ້​ຄວາມ​ເຫັນວ່າ:

"ເຂົາ​ເຈົ້າ​ຮູ້ສຶກ​ວ່າການ​ຖ່າຍໜັກຢູ່​ກາ​ງທົ່ງ ຫລືໃນ​ບ່ອນ​ກາງ​ແຈ້ງນັ້ນ ມັນຮູ້ສຶກ​ສະບາຍ​ໃຈ​ຫລາຍ​ສໍາລັບ​ເຂົາ​ເຈົ້າ​ ຢູ່ໃນເຂດ​ຊົນນະບົດຂອງ​ປະ​ເທດ."

ທ່ານ Shrestha ເວົ້າວ່າ ​ເກືອບ 60% ຂອງ​ພົນລະ​ເມືອງ​ເນ​ປານ​ບໍ່ມີ​ຫ້ອງ​ນໍ້າຢູ່​ໃນ​ເຮືອນ. ນີ້ກໍໝາຍຄວາມ​ວ່າ ປະມານ 16 ລ້ານ​ຄົນ ​ແມ່ນພາກັນ​ຖ່າຍໜັກຢູ່​ຂ້າງ​ນອກ. ທ່ານ Shrestha ກ່າວ​ຕໍ່​ໄປ​ວ່າ:

"ເຫດຜົນ​ນຶ່ງ​ກໍ​ແມ່ນ​ວ່າ ​ເຂົາ​ເຈົ້າ​ບໍ່​ສາມາດ​ລົງທຶນ​ສ້າງ​ຫ້ອງ​ນໍ້າ ​ແລະ​ເຂົາ​ເຈົ້າກໍ​ຮູ້ສຶກ​ວ່າ ການ​ຖ່າຍໜັກ​ໃນ​ທີ່ກາງ​ແຈ້ງ​ ກໍແມ່ນ​ເຮັດໄດ້​ສະບາຍສົມຄວນ​ສໍາລັບ​ ເຂົາ​ເຈົ້າ​ ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ຄຶດ​ແລະ​ບໍ່​ກັງວົນ."

ພວກ​ເຂົາ​ເຈົ້າຄວນ​ຈະກັງວົນ​ຫລືບໍ່? ທ່ານ Shrestha ​ເວົ້າວ່າພວກ​ເຂົາ​ເຈົ້າຄວນ​ຈະ​ກັງ ວົນ​ແລະຄຶດ​ເຖິງ​ບັນຫານີ້ ຖ້າ​ຫາກ​ວ່າເຂົາ​ເຈົ້າ​ເປັນ​ຫ່ວງ​ນໍາສຸຂະ​ພາບ​ຂອງ​ຕົນ. ທ່ານຊີ້​ແຈງວ່າ:

"ໃນ​ປີ​ແລ້ວ​ນີ້ ​ໃນໄລຍະພຽງ 2 ​ເດືອນ ປະຊາຊົນ​ປະມານ 300 ຄົນ​ເສຍ​ຊີວິດໄປ ​ຍ້ອນ​ພະຍາດ​ໂຣຄາ​ຕ່າງໆ​ທີ່​ເກີດ​ຈາກ​ນໍ້າ​ ແລະຍ້ອນໂຣກທ້ອງຂີ້​ຮາກ ຫລື​ອະຫິວາໂດຍ​ສະ​ເພາະ​. ແລະເຫດຜົນ​ນຶ່ງ​ໃນ​ຫລາຍໆ​ເຫດຜົນ​ກໍ​ແມ່ນ​ວ່າຢູ່ໃນ​ຂົງ​ ເຂດ​ເຫລົ່າ​ນັ້ນບໍ່​ມີ​ຫ້ອງ​ນໍ້າ​ເລີຍ."

ມີ​ຄົນ​ຫລາຍ​ຄົນຢູ່​ເນ​ປານທີ່​ຖ່າຍໜັກຢູ່​ກາງທົ່ງຫລືຕາມ​ແຄມ​ນໍ້າ ຊຶ່ງ​ເຮັດ​ໃຫ້​ນໍ້າຈາກເທິງ ໜ້າດິນ​ແລະ​ໃຕ້​ພື້ນ​ດິນທີ່ເອົາ​ມາ​ໃຊ້​ດື່ມ​ແລະເຮັດອາຫານ​ກິນນັ້ນ ຖືກ​ປົນ​ເປື້ອນດ້ວຍ​ອາຈົມ ທີ່​ໄຫລ​ໄປ​ຕາມ​ກະ​ແສນໍ້າຫລື​ຊຶມລົງ​ໄປໃສ່ນໍ້າ​ໃນ​ບໍ່​ໃຕ້​ພື້ນ​ດິນສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ​ຂອງ ​ປະຊາຊົນພາໃຫ້​ເກີດ​ໂຣກທ້ອງສຸ ແມ່ທ້ອງ​ແລະໂຣກກະ​ເພາະ​ອັກ​ເສບຢ່າງ​ແຜ່​ຫລາຍ.

ກຸ່ມ​ນັກ​ພັດທະນາ​ໄດ້​ໃຊ້​ຄວາມ​ພະຍາຍາມ​ຕັ້ງຫລາຍ​ປີ ​ໃນ​ການ​ຊີ້​ໃຫ້​ເຫັນ​ເຖິງການ​ພົວພັນ ​ກັນ​ລະຫວ່າງການຖ່າຍໜັກຢູ່​ນອກ​ເຮືອນ, ສຸຂະພາບ​ຊຸດ​ໂຊ​ມ​ແລະຄວາມ​ສາມາດ​ຜະລິດ​ໃນ​ລະດັບ​ຕໍ່າ. ​ແຕ່​ວ່າ ການໃຊ້ປ້າຍ​ໂຄ​ສະ​ນາປຸກ​ລະດົມ​ແລະການ​ສັ່ງສອນໃນເລື້ອງນີ້ບໍ່​ໄດ້ຜົນ ຢູ່​ສະ​ເໝີ​ໄປ. ​ແຕ່​ໃນ​ທາງກົງ​ກັນ​ຂ້າມ ການ​ເຮັດ​ໃຫ້ອັບອາຍກັບ​ເປັນ​ວີ​ທີ​ທີ່​ໃຊ້​ໄດ້ຜົນ​ດີ​ທີ່​ສຸດ.

ທ່ານ Lal Shrestra ທີ່​ເຮັດວຽກນຳ ອົງການ UNICEF ​ໃນ​ເນ​ປານ​ເວົ້າວ່າ​ ໄດ້​ມີ​ການ​ລະດົມ​ເອົາ​ເດັກນ້ອຍ​ໃນທົ່ວປະ​ເທດ ​ໃຫ້​ພາກັນ​ຜີວປາກ ​ໃສ່​ຜູ້​ໃດ​ທີ່ໄປ​ຖ່າຍ​ຢູ່​ແຄມ​ນໍ້າ ຫລື​ໃນ​ທົ່ງ​ກາງ​ແຈ້ງ​ນັ້ນ. ທ່ານ​ອະທິບາຍ​ວ່າ:

"ຕອນເຊົ້າໆ ພວກເຂົາເຈົ້າຈະພາກັນໄປຍັງຕາຝັ່ງ​ແມ່ນໍ້າ ຫລືບ່ອນ​ກາງ​ແຈ້ງ​ ບ່ອນທີ່ພວກຄົນ​ໄປຖ່າຍໜັກ. ພວກເຂົາເຈົ້າຈະໄປທີ່ນັ້ນ ແລະກໍຈະຜິວປາກ ຢູ່ທີ່ນັ້ນ. ຂ້າພະເຈົ້າໝາຍຄວາມວ່າ ພວກເຂົາເຈົ້າ​ເຮັດ​ໃຫ້ພວກທີ່ໄປຖ່າຍໜັກ ຢູ່ຕາມເດີ່ນທີ່ເປີດແປນນັ້ນ ໂມ​ໂຫ​ແລະຮູ້ສຶກ​ໜ້າ​ອາຍ."

ທ່ານ​ Shresta ເວົ້າວ່າ​ ພວກເດັກນ້ອຍ​ພາກັນ​ເດີນທາງ​ໄປ​ກວດ​ຕະ​ເວນຕາມ​ຖະໜົນ ຫົນທາງ ​ແລະຕາມ​ແຄມ​ນ້ຳເປັນ​ກຸ່ມໆ ເພື່ອເຮັດ​ໃຫ້​ພວກ​ຕົນມີ​ຄວາມໝັ້ນ​ໃຈຫລາຍ​ຂຶ້ນ. ​ສ່ວນພວກ​ທີ່ຖືກຜີວ​ປາກ​ໃສ່ນັ້ນ ​ແນ່ນອນ​ແມ່ນບໍ່ຄ່ອຍ​ຈະໝັ້ນ​ໃຈ​ປານ​ໃດວ່າຕົນ​ກໍາລັງ​ເຮັດ​ ໃນ​ສິ່ງ​ທີ່​ຖືກຕ້ອງ​ຫລື​ບໍ່. ທ່ານ​ກ່າວ​ວ່າ:

"ມັນເປັນເລຶ່ອງທີ່ໜ້າສົນໃຈຫລາຍ. ພວກຄົນ​ທີ່​ໄປ​ຖ່າຍຫັ້ນ ເຂົາເຈົ້າຮູ້ສຶກເສົ້າ ໃຈທີ່​ມີ​ຄົນ​ໄປ​ລົບ​ກວນ ແຕ່ເລື່ອງມັນກໍຄືວ່າ ພວກເຂົາເຈົ້າຕ້ອງມີຄວາມຮູ້ສຶກວ່າ ພວກເຂົາເຈົ້າເຮັດໃນສິ່ງທີ່ຜິດ. ມີບາງຄົນທີ່​ສະ​ແດງປະຕິ​ກິລິ​ຍາ​ຕອບ ແຕ່ຕໍ່ມາ ​ເຂົາ​ເຈົ້າກໍສໍານຶກ​ໄດ້ວ່າ ພວກເດັກນ້ອຍເຫລົ່ານີ້ ແມ່ນໄດ້ພາກັນເຮັດໃນສິ່ງທີ່ດີ​ແລະຖືກຕ້ອງ."

ທ່ານ Lal Shrestra ​ກ່າວ​ຕື່ມວ່າ ນອກ​ນັ້ນ ພວກ​ເດັກນ້ອຍ​ຍັງ​ພາກັນ​ປັກ​ທຸງ​ໃສ່ເຂດຫລື​ບໍລິ​ເວນ​ທີ່​ຄົນ​ໄປ​ຖ່າຍໜັກ​ໃສ່​ນັ້ນ ຄື​ກັນ​ກັບປັກ​ທຸງໝາຍພື້ນ​ທີ່ ​ບ່ອນ​ທີ່ມີ​ລະ​ເບີດ​ຝັງ​ດິນ ຊຶ່ງ ທ່ານຊີ້​ແຈງ​ດັ່ງ​ນີ້:

"ພວກເດັກນ້ອຍເຫລົ່ານີ້ຢາກໃຫ້ຄົນທັງຫລາຍຮູ້ວ່າ ບ່ອນ​ໃດ​ເປັນ​ບ່ອນທີ່ຜູ້​ຄົນ​ ມັກໄປຖ່າຍໃສ່ນັ້ນ ​ແລະ​ຢູ່​ບ່ອນ​ຫັ້ນ ມັນເປື້ອນເປີຫລາຍສໍ່າໃດ."

ແຕ່​ວ່າ ກຸ່ມ​ນຶ່ງ​ຢູ່​ບ້ານ ຊີ​ດິບ​ເປີ ກຳລັງ​ໃຊ້​ວິທີ​ການ​ນຶ່ງ​ທີ່​ເຮັ​ດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ ​ໂດຍ​ການ​ບອກ​ໃຫ້​ຄົນຮູ້ວ່າ​ ​ໃນປີ​ນຶ່ງໆ ພວກ​ເຂົາ​ເຈົ້າກິນ​ອາຈົມ 2 ກິ​ໂລ ຍ້ອນ​ການບໍ່​ໄດ້​ລ້າງ​ມື​ໃຫ້​ຖືກ​ວິທີ ຫລື​ໃຊ້​ພາ​ສະ​ນະ​ໃສ່ນ້ຳກິນ​ທີ່​ບໍ່ສະອາດ. ​ອີກ​ອົງການ​ນຶ່ງ​ຢູ່ Darechwork ​ໃກ້​ກັບ​ເມືອງ Kurintar, ​ໃຊ້​ວິທີ​ທີ່​ຄິດ​ວ່າ​ຈະໄດ້ ຜົນຫລາຍ​ກ່ວາ​ນັ້ນ ຄືຈ່າຍ​ເງິນ​ໃຫ້ຄົນ​ທີ່ໃຊ້​ວິດຖ່າຍ. ຢູ່​ຕາມ​ທາງ​ຫລວງ ມີປ້າຍໂຄສະນາຕິດ​ຢູ່​ແຄມ​ທາງເປັນ​ໄລຍະໆ ​ຊຶ່ງ​ມີ​ເນື້ອ​ໃນ​ວ່າ “​ໄປ​ຖ່າຍ​ເບົາ ຢູ່​ຫ້ອງ​ນ້ຳ ​ແລ້ວ​ຈະໄດ້​ເງິນ​ນື່ງຣູປີ.”

ປາກົດ​ວ່າ ການ​ລົງທຶນ​ໃນ​ດ້ານ​ນີ້ ກໍາລັງໄດ້ຜົນຢ່າງ​ຊ້າໆ. ທ່ານ Kabir Rajbhandari ຜູ້​ຈັດການ​ໂຄງການ​ຂອງ​ອົງການ WaterAid ຫລື ການ​ຊ່ວຍ​ເຫລືອ​ນໍ້າຢູ່​ເນ​ປານນັ້ນ​ເວົ້າວ່າ ນັບ​ແຕ່​ເດືອນ​ມັງກອນຫາ​ເດືອນ​ມິຖຸນາປີ​ນີ້, ຫລາຍ​ກວ່າ 78 ປະຊາ​ຄົມ ທີ່​ທາງອົງການ WaterAid ໄດ້​ເຂົ້າໄປເຮັດວຽກນຳ​ນັ້ນ​ ໄດ້​ຖືກປະກາດ​ວ່າ ​ເປັນປະຊາ​ຄົມ​ທີ່​ປອດ​ຈາກການ ຖ່າຍໜັກຢູ່​ນອກ​ເຮືອນ​ແລ້ວ. ​ແລະທ່ານ​ກ່າວ​ວ່າ ມີອຳນາດການ​ປົກຄອງ​ທ້ອງ​ຖິ່ນໃນ​ຈໍານວນ ຫລາຍ​ຂຶ້ນ ທີ່​ພາກັນ​ວາງ​ເປົ້າໝາຍ​ທີ່​ຈະ​ລົບ​ລ້າງ​ການຖ່າຍໜັກຂອງ​ປະຊາຊົນຢູ່​ກາງແຈ້ງ​ນັ້ນ. ທ່ານກ່າວ​ຕໍ່​ໄປ​ວ່າ:

"ຂ້າພະ​ເຈົ້າ​ກໍ​ບໍ່​ສາມາດ​ເວົ້າ​ໄດ້​ຢ່າງ​ແນ່ນອນ​ວ່າ ມັນ​ເປັນ​ເລື້ອງ​ການ​ເມືອງ ​ແຕ່​ເປັນ​ຍ້ອນ​ຄວາມ​ໝັ້ນ​ໝາຍ​ຂອງ​ປະຊາຊົນ ​ແລະ​ຄວາມ​ກົດ​ດັນທີ່ເຂົາ​ເຈົ້າ​ໃຊ້​ຕໍ່​ເທດສະ ບານ​ເມືອງ​ ແລະ​ໃນ​ບາງ​ຂົງ​ເຂດ​ບ່ອນ​ທີ່​ມີ ໄພ​ຫາ​ຍະ​ນະ​ດ້ານ​ສຸຂະພາບ​ໃນ​ປີ​ແລ້ວ​ນີ້​ ແລະ​ໃນ​ປີ​ນີ້."

ຢ່າງ​ໃດ​ກໍ​ຕາມ​ເຖິງ​ແມ່ນວ່າ​ຊາວ​ເນ​ປານຢາກຈະປ່ຽນ​ແປງ​ວິທີ​ການໄປ​ໃຊ້​ຫ້ອງ​ນໍ້າ​ຂອງ​ເຂົາ​ເຈົ້າ ພວກ​ເຂົາ​ເຈົ້າກໍບໍ່​ມີ​ເງື່ອນ​ໄຂ​ທີ່ຈະ​ປ່ຽນ​ໄດ້. ຫ້ອງ​ນ້ຳສ່ວນ​ລວມກໍ​ມັກ​ຈະ​ບໍ່​ໄດ້ຮັບການ​ບົວລະ ບັດຮັກສາ​ດີ ໂດຍ​ປ່ອຍ​ໃຫ້​ມັນເປື້ອນ​ເປິະ​ແລະມີກິ່ນ​ເໝັນຫລາຍຈົນ​ຮອດ​ບໍ່​ຢາກກາຍໄປ​ໃກ້. ​ນອກ​ນັ້ນ ທ່ານ Rajbhandari ເວົ້າວ່າ ປະ​ເທ​ດນີ້ຂາດ​ລະບົບ​ລະບາຍ​ນ້ຳ​ເສຽແລະສຸ​ຂະ ​ພິບານ.