ເຈົ້າໜ້າທີ່ເນປານກ່າວວ່າ ມີຜູ້ເສຍຊີິວິດຢ່າງໜ້ອຍ 18 ຄົນ ເມື່ອເຮືອບິນໂດຍສານປະຈຳພາກພື້ນຂອງສາຍການບິນ ຊາວເຣຍ (Saurya) ຂອງເນປານ ຕົກ ແລະເຮັດໃຫ້ເກີດໄຟໄໝ້ ໃນຂະນະທີ່ກຳລັງບິນຂຶ້ນຈາກນະຄອນຫຼວງກັດມັນດູ ໃນວັນພຸດມື້ນີ້.
ພວກເຂົາເຈົ້າກ່າວວ່າ ເຮືອບິນລຳດັ່ງກ່າວບັນທຸກພະນັກງານຂອງເຮືອບິນ 2 ຄົນ ແລະຊ່າງເຕັກນິກອີກ 17 ຄົນ ເພື່ອໄປບໍາລຸງສ້ອມແປງຕາມປົກກະຕິຢູ່ສະໜາມບິນ ໂພຄາຣາ (Pokhara) ແຫ່ງໃໝ່ຂອງເນປານ, ເຊິ່ງໄດ້ເປີດຂຶ້ນໃນເດືອນມັງກອນທີ່ຜ່ານມາ ແລະມີສາງສໍາລັບສ້ອມແປງເຮືອບິນຢູ່ທີ່ນັ້ນ.
ໂຄສົກສະໜາມບິນສາກົນ ຕຣີບູວານ (Tribhuvan) ຂອງກັດມັນດູ ທ່ານ ເຕັດຈ໌ ບາຮາເດີ ພູດີອາລ (Tej Bahadur Poudyal) ກ່າວວ່າ “ມີພຽງກັບຕັນຂອງເຮືອບິນເທົ່ານັ້ນທີ່ຖືກຊ່ວຍຊີວິດໄວ້ໄດ້ ແລະກຳລັງຮັບການຮັກສາຢູ່ທີ່ໂຮງໝໍ.”
ພາບຕ່າງໆທາງໂທລະພາບສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ດັບເພີງກໍາລັງພະຍາຍາມທໍາການດັບໄຟ ພ້ອມດ້ວຍຄວັນໜາແໜ້ນສີດຳທີ່ກໍາລັງປິວຂຶ້ນສູ່ທ້ອງຟ້າ. ໃນໂທລະພາບຍັງໄດ້ສະແດງໃຫ້ເຫັນເຮືອບີນທີ່ກໍາລັງບິນຢູ່ເໜືອທາງແລ່ນເລັກນ້ອຍ ແລະຈາກນັ້ນກໍອຽງ ກ່ອນທີ່ມັນຈະປະສົບອຸບັດຕິເຫດ.
ໂທລະພາບ ໄດ້ເປີດເຜີຍໃຫ້ເຫັນຮູບພາບອື່ນໆອີກ ໂດຍສະແດງໃຫ້ເຫັນບັນດາເຈົ້າໜ້າທີ່ກູ້ໄພ ພາກັນແລ່ນໄປຫາຊາກຂອງເຮືອບິນທີ່ກໍາລັງຖືກເຜົາໄໝ້ ແລະກະຈັດກະຈາຍຢູ່ໃນທົ່ງຫຍ້າສີຂຽວ. ຫຼາຍສົບໄດ້ຖືກນຳສົ່ງໄປຫາລົດສຸກເສີນໂດຍອູ່ສະໜາມ ໃນຂະນະທີ່ປະຊາຊົນທ້ອງຖິ່ນ ພາກັນຢືນເບິ່ງເຫດການຢູ່.
ເຈົ້າໜ້າທີ່ກ່າວວ່າ ສະໜາມບິນຖືກປິດລົງຊົ່ວຄາວ.
ເຈົ້າໜ້າທີ່ຂອງສາຍການບິນ ຊາວເຣຍ ກ່າວວ່າ ເຮືອບິນລໍາດັ່ງກ່າວນີ້ເປັນເຮືອບິນ CRJ200 ໂດຍມີຂະໜາດ 50 ບ່ອນນັ່ງ.
ອີງຕາມການຕິດຕາມການບິນຂອງຈໍຣາດາການບິນທີ 24, ປັດຈຸບັນ ສາຍການບິນ ຊາວເຣຍ ດໍາເນີນງານດ້ວຍ 2 ເຮືອບິນອາຍພົ່ນ CRJ-200 ຢູ່ໃນພາກພື້ນ, ເຊິ່ງເປັນໂຄງການທີ່ເປັນເຈົ້າຂອງໂດຍບໍລິສັດ ບອມບາເດຍ (Bombardier) ຂອງການາດາ ແຕ່ຖືກຊື້ໂດຍບໍລິສັດ ອຸດສາຫະກໍາໜັກ Mitsubishi Heavy Industries ໃນປີ 2020.
ສາຍການບິນ ຊາວເຣຍ ກ່າວວ່າ ຕົນມີເຮືອບິນ CRJ200 ອື່ນໆອີກຢູ່ໃນກຸ່ມເຮືອບິນຂອງຕົນ, ແຕ່ເຮືອບິນດັ່ງກ່າວນັ້ນ ບໍ່ໄດ້ບິນມາເປັນເວລາດົນນານແລ້ວ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
KATHMANDU, July 24 (Reuters) - At least 18 people were killed when a regional passenger plane belonging to Nepal's Saurya Airlines crashed and caught fire while taking off from the capital Kathmandu on Wednesday, officials said.
The plane, carrying two crew members and 17 technicians, was going for regular maintenance to Nepal's new Pokhara airport, which opened last January and is equipped with aircraft maintenance hangars, they said.
"Only the captain was rescued alive and is receiving treatment at a hospital," said Tej Bahadur Poudyal, the spokesman for Kathmandu's Tribhuvan International Airport.
Television visuals showed fire fighters trying to put out the blaze and thick black smoke rising into the sky. They also showed the plane flying a little above the runway and then tilting before it crashed.
Other visuals showed rescue workers rummaging through the charred remains of the plane, strewn in lush green fields. Bodies were carried to ambulances on stretchers as local residents looked on, the television showed.
The airport was closed temporarily, officials said.
A Saurya Airlines official said the plane was a 50-seater CRJ200 aircraft.
According to Flight Radar 24 flight tracking, Saurya currently operates two CRJ-200 regional jets, a programme that was owned by Canada's Bombardier but which was bought by Mitsubishi Heavy Industries in 2020.
Saurya says it has another CRJ200 in its fleet, but it has not flown for a long time.