ມີນັກປີນພູ ຢ່າງນ້ອຍ 9 ຄົນ ເສຍຊີວິດໃນ ຢູ່ເທິງພູ Manaslu ເນປາລ

ແຜນທີ່ ປະເທດເນປາລ

ເຈົ້າໜ້າທີ່ກູ້ໄພສຸກເສີນຂອງເນປາລກ່າວວ່າ ມີຫລາຍຄົນທີ່ຍັງ
ຊອກຫາບໍ່ເຫັນໃນວັນຈັນມື້ນີ້ ຫລັງຈາກເກີດເຫດຫິມະຖະຫລົ່ມ
ຢ່າງຮ້າຍແຮງ ຢູ່ເທິງພູເຂົາທີ່ສູງອັນດັບທີ 8 ຂອງໂລກ.

ມີນັກປີນພູຢ່າງນ້ອຍ 9 ຄົນ ເສຍຊີວິດໃນວັນອາທິດວານນີ້ ຢູ່ເທິງ
ພູ Manaslu ເວລາຫິມະຖະຫລົ່ມລົງມາ ໃນເຫດໂສກນາດຕະກໍາ
ທີ່ຮ້າຍແຮງທີ່ສຸດບັ້ນນຶ່ງສໍາລັບພວກປີນເຂົາຢູ່ເທິງພູຫິມະໄລ ໃນ
ບໍ່ເທົ່າໃດປີຜ່ານມານີ້. ມີຫລາຍຄົນຖືກຊ່ວຍຊີວິດໄວ້ໄດ້ ແລະຖືກ
ນໍາສົ່ງໄປຍັງຄ້າຍພັກຢູ່ຕີນພູ ໂດຍທາງເຮືອບິນເຮລີຄອບເຕີ້.
ພວກປີນພູຈໍານວນນຶ່ງ ໄດ້ຮັບບາດເຈັບ.

ເຮລິຄອບເຕີ້ກູ້ໄພ ຂຶ້ນບິນເວິ່ນໄປຕາມຈ້າຍພູ ໃນວັນຈັນມື້ນີ້
ເພື່ອຊອກຫາພວກທີ່ອາດຍັງລອດຊີວິດຢູ່ ຫລືຫລົງທາງ.

ອົງການຂ່າວເອພີ ລາຍງານວ່າ ຫິມະໄດ້ຖະຫລົ່ມລົງມາ ໃນຕອນເຊົ້າມືດວັນອາທິດ ຂະນະ
ທີ່ພວກປີນພູຍັງພາກັນຫລັບນອນ ຢູ່ໃນເຕ້ນຂອງເຂົາເຈົ້າ ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ
ພວກນັກປີນພູທີ່ເສຍຊີວິດນັ້ນ ສ່ວນໃຫຍ່ແມ່ນຊາວຝຣັ່ງ. ນອກນັ້ນແລ້ວ ແມ່ນມາຈາກ
ອີຕາລີ, ເຢຍລະມັນ ແລະສະເປນ.