ຕໍາຫຼວດເນປານ ກ່າວວ່າ ພວກມືປືນຈຸນຶ່ງທີ່ບໍ່ຊາບວ່າແມ່ນກຸ່ມໃດໄດ້ຍິງຜູ້ພິພາກສາສານສູງສຸດຄົນນຶ່ງຕາຍ ຊຶ່ງຜູ້ກ່ຽວກໍາລັງຖືກສືບສວນສອບສວນເລື້ອງການສໍ້ລາດບັງຫຼວງ.
ທາງການເນປານກ່າວວ່າ ທ່ານ Rana Bahadur Bam ກໍາລັງຂີ່ລົດໄປການໃນວັນພະຫັດມື້ນີ້ໃນກຸງກັດມັນດຸ ເວລາພວກມືປືນຍິງປືນໃສ່ທ່ານພ້ອມທັງຜູ້ອາລັກຂາຂອງທ່ານ.
ທ່ານ Bam ໄດ້ເສຍຊີວິດ ໃນເວລາຕໍ່ມາຢູ່ທີ່ໂຮງໝໍ.
ສະພາປົກຄອງດ້ານຕຸລາການຂອງເນປານ ໄດ້ທໍາການສືບສວນສອບ ສວນກ່ຽວກັບຂໍ້ກ່າວຫາຕ່າງໆມາທີ່ວ່າ ທ່ານ Bam ໄດ້ຮັບສິນບົນຈາກພວກອາຊະຍາກອນຈຸນຶ່ງເພື່ອແລກປ່ຽນກັບການຕັດສິນລົງໂທດໃນສະ ຖານເບົາລົງ.
ການສັງຫານທ່ານໄດ້ມີຂຶ້ນໃນເວລາບໍ່ເທົ່າໃດມື້ ຫຼັງຈາກສະຫາແຫ່ງຊາດຂອງເນປານໄດ້ພາດກໍານົດເວລາເສ້ນຕາຍເພື່ອຮ່າງກົດໝາຍລັດຖະທໍາມະນູນສະບັບໃໝ່ຂອງປະເທດ.
ສະພາຮ່າງລັດຖະທໍາມະນູນໄດ້ເລີ້ມຮ່າງກົດໝາຍລັດຖະທໍາມະນູນໃໝ່ມາຕັ້ງແຕ່ປີ 2008 ຫຼັງຈາກໄດ້ລົບລ້າງການປົກຄອງປະເທດໂດຍລະບອບລາຊາທິປະໄຕແບບຮິນດູ ມາເປັນເວລາຫຼາຍສັດຕະວັດ. ແຕ່ຫຼັງຈາກໄດ້ຕໍ່ເວລາ ມາ 4 ເທື່ອແລ້ວ ສານສູງສຸດໄດ້ປະຕິເສດ ບໍ່ຍອມຕໍ່ເວລາໃດໆໃຫ້ຕື່ມອີກ.
ການເລືອກຕັ້ງກໍານົດຈະມີຂຶ້ນໃນວັນທີ 22 ພະຈິກປີນີ້ເພື່ອເລືອກເອົາສະມາຊິກສະພາແຫ່ງຊາດຊຸດໃໝ່.