ພວກເຈົ້າໜ້າທີ່ກ່າວວ່າ ເກືອບ 50 ຄົນເສຍຊີວິດຈາກລະເບີດແຕກ ຢູ່ການເຕົ້າໂຮມຊຸມນຸມ ໃນປາກິສຖານ

ຍາດຕິພີ່ນ້ອງ ແລະຜູ້ໄວ້ອາໄລ ເຕົ້າໂຮມກັນ ຢູ່ພິທີໄວ້ອາໄລແກ່ຜູ້ເສຍຊີວິດໝູ່ ຂອງການໂຈມຕີ ວາງລະເບີດສະຫລະຊີບ ໃນວັນອາທິດ ທີ່ເຂດເມືອງ Bajur ຂອງ Khyber Pakhtunkhwa ປາກິສຖານ ວັນທີ 31 ກໍລະກົດ 2023

ພວກເຈົ້າໜ້າທີ່ໃນປາກິສຖານ ກ່າວວ່າ ຈຳນວນຜູ້ເສຍຊີວິດຈາກການວາງລະເບີດສະຫລະຊີບຂອງວັນອາທິດທີ່ຜ່ານມາ ຢູ່ບ່ອນໂຮມຊຸມນຸມດ້ານການເມືອງ ໃນພາກຕາເວັນຕົກສຽງເໜືອຂອງປະເທດ ໄດ້ເພີ້ິມຂຶ້ນເຖິງ 46 ຄົນ. ມີອີກຄົນນຶ່ງໄດ້ເສຍຊີວິດຢູ່ໂຮງໝໍໃນມື້ຄືນແລ້ວນີ້.

ພວກເຈົ້າໜ້າທີ່ ທີ່ວີໂອເອ ໄດ້ລົມນຳນັ້ນ ແມ່ນໄດ້ປະຕິເສດຕໍ່ຈຳນວນຕົວເລກຂອງການຕາຍ 54 ຄົນ ທີ່ໄດ້ຖຶກລາຍງານໂດຍສື່ມວນຊົນບາງສ່ວນ.

ລະເບີດໄດ້ແຕກຂຶ້ນໃນລະຫວ່າງທີ່ມີການໂຮມຊຸມນຸມພວກແຮງງານຂອງພັກການເມືອງ ດ້ານສາດສະໜາ ທີ່ຊື່ວ່າ ຈາມຽດ ອູເລີມາ ອິສລາມ (JUI-F) ຢູ່ໃນເມືອງຄາຣ ຂອງເຂດຊົນເຜົ່າບາຈາວຣ໌ ໃກ້ກັບຊາຍແດນປາກິສຖານ ຕິດກັບອັຟການິສຖານ.

ບັນດາຜູ້ໄວ້ອາໄລ ໄດ້ເລີ້ມຈັດພິທີສົ່ງສະການ ໃນວັນຈັນວານນີ້ ໃຫ້ແກ່ພວກຜູ້ເຄາະຮ້າຍ.

ກຸ່ມຫົວຮຸນແຮງລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ ຢູ່ໃນຂໍ້ຄວາມສົ່ງມາ ໃນວັນຈັນວານນີ້.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂທນີໂອ ກຸເຕເຣັສ ໄດ້ກ່າວປະນາມຢ່າງແຮງຕໍ່ການໂຈມຕີ ອີງຕາມໂຄສົກຂອງທ່ານ ທ່ານຟາຮານ ຮາກ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນວານນີ້.

ທ່ານຮາກ ໄດ້ກ່າວອີກວ່າ “ທ່ານເລຂາທິການໃຫຍ່ ໄດ້ປະນາມການກໍ່ການຮ້າຍທຸກກໍລະນີໃດໆ ແລະການຕັ້ງໃຈແນເປົ້າໝາຍການໂຈມຕີໃສ່ພົນລະເຮືອນ ແລະຢືນຢູ່ໃນຄວາມສາມັກຄີຮ່ວມກັບລັດຖະບານ ແລະປະຊາຊົນຂອງປາກິສຖານ ໃນການຕໍ່ສູ້ຕ້າຮນກັບຄວາມຫາຍະນະນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ