ມານດາຂອງມື້ລາງຜູ້ນຳພັກຝ່າຍຄ້ານຣັດເຊຍ ທ່ານອາເລັກເຊ ນາວາລນີ ກ່າວໃນວັນພະຫັດວານນີ້ວ່າ ໃນທີ່ສຸດທ່ານນາງກໍໄດ້ເຫັນສົບລູກຊາຍຂອງທ່ານນາງ ແລະເວົ້າວ່າ ທ່ານນາງພວມຕ້ານຢັນການກົດດັນຢ່າງໜັກ ຂອງພວກເຈົ້າໜ້າທີ່ຢາກໃຫ້ທ່ານນາງຕົກລົງຮັບເອົາການຝັງແບບລັບໆເພື່ອບໍ່ໃຫ້ເປັນຈຸດສົນໃຈຂອງປະຊາຊົນ.
ໃນການຖະແຫຼງຜ່ານທາງວີດີໂອ ຈາກເມືອງຊາເລັກຄາດ (Salekhard) ໃນເຂດຂົ້ວໂລກເໜືອ ທ່ານນາງລີຢຸດມີລາ ນາວາລນາຢາ (Lyudmila Navalna-ya) ກ່າວວ່າ ທ່ານນາງໄດ້ຮັບອະນຸຍາດໃຫ້ໄປເບິ່ງສົບຂອງລູກຊາຍທ່ານນາງ ຢູ່ທີ່ໂຮງເຢັນຂອງເມືອງດັ່ງກ່າວ ເມື່ອແລງວັນພຸດທີ່ຜ່ານມາ.
“ອີງຕາມກົດໝາຍແລ້ວ ພວກເຂົາຄວນມອບສົບຂອງອາເລັກເຊ ໃຫ້ຂ້ອຍໃນທັນທີໂລດ ແຕ່ພວກເຂົາບໍ່ໄດ້ເຮັດແບບນັ້ນ ຈົນຮອດດຽວນີ້ ພວກເຂົາໄດ້ຂົ່ມຂູ່ແບລັກເມລຂ້ອຍ ຕັ້ງເງື່ອນໄຂກັບຂ້ອຍ ກ່ຽວກັບວ່າ ສົບຂອງອາເລັກເຊຄວນຈະຖືກຝັງໃນເວລາໃດ ແລະຢູ່ບ່ອນໃດ. ນີ້ແມ່ນຜິດກົດໝາຍ” ທ່ານາງໄດ້ກ່າວໃນຊຸດສີດຳ.
Your browser doesn’t support HTML5
Biden Meets With Navalny's Widow in California
“ພວກເຂົາຢາກໃຫ້ສິ່ງນີ້ປົກປິດເປັນຄວາມລັບ ໂດຍບໍ່ໃຫ້ມີການອຳລາຄາຈາກ. ພວກເຂົາຢາກນຳຂ້ອຍໄປຢືນຢູ່ແຄມປ່າຊ້າ ໄປເບິ່ງຂຸມທີ່ຂຸດໃໝ່ໆ ແລະເວົ້າວ່າ ‘ນີ້ແມ່ນຂຸມລູກຊາຍເຈົ້າ’ ຂ້ອຍບໍ່ເຫັນພ້ອມນຳສິ່ງນີ້” ທ່ານນາງໄດ້ກ່າວຕື່ມຢູ່ໃນວີດີໂອທີ່ນຳອອກເຜີຍແຜ່ທາງຢູທູບ.
ທ່ານນາວາລນີໄດ້ເສຍຊີວິດຢ່າງບໍ່ຄາດຄິດ ຢູ່ທີ່ນິຄົມນັກໂທດຂົ້ວໂລກເໜືອເມື່ອອາທິດແລ້ວນີ້ ຮວມອາຍຸໄດ້ 47 ປີ. ຄອບຄົວຂອງທ່ານ ເພື່ອນຝູງ ແລະປະເທດຕາເວັນຕົກຫຼາຍໆປະເທດ ໄດ້ກ່າວຫາລັດຖະບານຣັດເຊຍວ່າ ເປັນຜູ້ສັງຫານທ່ານ. ວັງເຄຣັມລິນໄດ້ປະຕິເສດຕໍ່ການກ່າວຫານີ້ ແລະເວົ້າວ່າ ຕົນພວມທຳການສືບສວນເບິ່ງສະພາບທີ່ຫ້ອມລ້ອມໃນການເສຍຊີວິດຂອງທ່ານ.