ເນໂຕ້ ປະຊຸມສຸດຍອດກັນ ຢູ່ Chicago ສະຫະລັດ (ວີດີໂອ)

  • ສິງ ບູຣົມມະວົງ

ປະທານາທິບໍດີ ບາຣັກ ໂອບາມາ ແລະສັດຕີໝາຍເລກນຶ່ງ Michelle Obama ເດີນທາງໄປຮອດສະໜາມບິນລະຫວ່າງຊາດ O'Hare ນະຄອນ Chicago ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມເນໂຕ້. ວັນທີ 19 ພຶດສະພາ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ ​ຈາກ​ຫຼາຍ​ກວ່າ 50 ປະ​ເທດ​ ກໍາລັງ​ເຕົ້າ​ໂຮມ​ກັນຢູ່​ທີ່ ​ນະຄອນ Chicago ລັດ Illinois ຂອງ​ສະຫະລັດ​ ໃນ​ວັນ​ອາທິດມື້​ນີ້​ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ 2 ມື້​ ຂອງ​ກຸ່ມ​ເນໂຕ້​ ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນກ່ຽວ​ກັບ​ຫລາຍໆ​ບັນຫາ ​ທີ່​ກໍາລັງ​ສົ່ງ​ຜົນ​ກະທົບ​ຕໍ່​ອະນາຄົດ​ຂອງ​ພັນທະ​ມິດ​ດັ່ງກ່າວ.

ຄາດ​ກັນ​ວ່າ​ເລື້ອງ​ອັຟກາ​ນິສຖານ​ຈະ​ເປັນບັນຫາຄອບ​ງໍາການ​ຫາລື​ໃນ​ກອງ​ປະຊຸມ ທີ່​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ນັ້ນ.

ກຸ່ມ​ເນ​ໂຕ້​ກໍາລັງ​ວາງ​ແຜນ​ທີ່​ຈະ​ໂອນ​ການ​ຄວບ​ຄຸມດ້ານ​ຄວາມ​ປອດ​ໄພ​ເທື່ອ​ລະ​ຂັ້ນໆ​ໄປ​ໃຫ້ກອງກໍາລັງ​ຂອງ​ອັຟການິສຖານ ​ແລະ​ແຜ້ວທາງ​ສໍາລັບ​ການ​ຖອນ​ທະຫານຂອງ​ກຸ່ມ​ເນ​ໂຕ້ ຈໍານວນປະມານ 130 ພັນ​ຄົນອອກ​ຈາກ​ອັຟກາ​ນິສຖານ ​ພາຍ​ໃນ​ທ້າຍ​ປີ 2014 ນັ້ນ.

ທ່ານ Anders Fogh Rasmussen ຫົວໜ້າ​ກຸ່ມ​ເນ​ໂຕ້​ໄດ້​ກ່າວ​ວ່າ ປາ​ກິ​ສຖານ​ມີ​ບົດບາດ​ສໍາຄັນ​ໃນ​ແຜນການ​ດັ່ງກ່າວ ​ແລະ​ໄດ້​ເຊື້ອເຊີນ​ ປະທານາທິບໍດີ Asif Ali Zardari ​ແຫ່ງ​ປາ​ກິ​ສຖານ ​ມາ​ຮ່ວມກອງປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ນໍາ. ໃນ​ສັບປະດາ​ຜ່ານ​ມາ​ນີ້ ​ປາ​ກິ​ສຖານໄດ້​ຕົກລົງ​ທີ່​ຈະ​ໄຂ​ເສ້ນ​ທາງ​ລໍາ​ລຽງທີ່​ສໍາຄັນ​ຂອງ​ກຸ່ມ​ເນ​ໂຕ້ ທີ່​ແລ່ນ​ຜ່ານ​ດິນ​ແດນ​ຂອງຕົນ​ໄປ​ຍັງ​ອັຟກາ​ນິສຖານ​ນັ້ນ.

ກຸງ​ອິສລາມາ​ບັດ​ໄດ້​ອັດ​ເສ້ນ​ທາງ​ລໍາລຽງ​ດັ່ງກ່າວ ​ປະມານ 6 ​ເດືອນຜ່ານ​ມາ ​ເວລາ​ການ​ໂຈມ​ຕີ​ທາງ​ອາກາດ​ພາຍ​ໃຕ້​ການ​ນໍາພາ​ຂອງ​ສະຫະລັດໄດ້ສັງຫານ​ທະຫານ​ປາ​ກິ​ສຖານ 24 ຄົນ​ ​ໃນ​ເຂດ​ຊາຍ​ແດນທີ່​ຕິດ​ກັບ​ອັຟກາ​ນິຖານ​ນັ້ນ.

ມີການ​ຮັກສາ​ຄວາມ​ປອດ​ໄພຢ່າງ​ເຄ່ງ​ຄັດ ​ໃນ​ນະຄອນ Chicago ຂະນະທີ່​ຄາດ​ກັນ​ວ່າ ປະຊາຊົນ​ຫຼາຍ​ພັນ​ຄົນ​ຈະ​ພາກັນທໍາ​ການ​ປະ​ທ້ວງ​ ຢູ່​ຕາມ​ຖະໜົນ​ຫົນທາງ​ໃນ​ວັນ​ອາທິດ​ມື້​ນີ້.

ພວກ​ປະ​ທ້ວງ 3 ຄົນ​ໄດ້​ຖືກ​ຈັບ​ກຸມ​ກ່ອນ​ກອງ​ປະ​ຊຸມ​ສຸດ​ຍອດ​ຂອງກຸ່ມ​ເນ​ໂຕ້​ໄຂ​ຂຶ້ນ ​ແລະ​ຖືກ​ກ່າວ​ຫາໃນ​ຖານ​ກໍ່​ການ​ຮ້າຍ ຍ້ອນ​ມີວັດຖຸ​ລະ​ເບີດ​ຢູ່​ໃນ​ຄວາມ​ຄອບ​ຄອງ.

ການປະທ້ວງຕໍ່ຕ້ານກອງປະຊຸມຂອງກຸ່ມເນໂຕ້ ຢູ່ຊິຄາໂກ: