ການຊ້ອມລົບ ຢູ່​ໂປ​ແລນ ແມ່ນເພື່ອສະແດງ ໃຫ້ຣັດເຊຍ ເຫັນຄວາມພ້ອມ

ທະຫານເນໂຕ້ ຊ້ອມລົບການຍົກພົນຂຶ້ນບົກຄັ້ງໃຫຍ່ ທີ່ປະເທດໂປແລນ (17 ມິຖຸນາ 2015)

ທະຫານຫຼາຍກວ່າ 2,000 ຄົນ ຈາກ 9 ປະເທດສະມາຊິກຂອງ
ອົງການເນໂຕ້ ກຳລັງເດີນໜ້າເພື່ອເຂົ້າຮ່ວມການຊ້ອມລົບເທື່ອ ທຳອິດຂອງກຳລັງຕອບໂຕ້ຢ່າງວ່ອງໄວຂອງອົງການເນໂຕ້ຢູ່ທີ່
ປະເທດໂປແລນ. ພວກຜູ້ນຳພັນທະມິດ ກ່າວວ່າ ການຊ້ອມລົບ
ດັ່ງກ່າວ ແມ່ນແນໃສ່ເພື່ອໃຫ້ການຄ້ຳປະກັນແກ່ບັນດາປະເທດ
ສະມາຊິກຂອງເນໂຕ້ໃນຢູໂຣບຕາເວັນອອກທີ່ຮູ້ສຶກມີຄວາມກັງ
ວົນໃຈ ກ່ຽວກັບບົດບາດຂອງຣັດເຊຍໃນກິກິດການຢູເຄຣນ.

ເລຂາທິການໃຫຍ່ຂອງອົງການເນໂຕ້ທ່ານ Jen Stoltenberg
ໄດ້ໄປຮ່ວມກັບພວກນັກຂ່າວຢູ່ພາກຕາເວັນຕົກຂອງປະເທດໂປ
ແລນ ເພື່ອເບິ່ງການສະແດງຍິງປືນໃຫຍ່ທີ່ໃຊ້ລູກປືນແທ້ເປັນເວ
ລານຶ່ງຊົ່ວໂມງຂອງກຳລັງພິເສດໂປແລນ ເຊັກແລະລີທົວເນຍ. ນອກນັ້ນຍັງມີເຮືອບິນລົບ
ຂອງສະຫະລັດແລະໂປແລນພ້ອມທັງລົດຫຸ້ມເກາະຂອງເຢຍຣະມັນເຂົ້າຮ່ວມນຳດ້ວຍ.

Your browser doesn’t support HTML5

Polan NATO Drill

ກ່ອນທີ່ຈະມີການສະແດງນັ້ນ ທ່ານ Stoltenberg ກ່າວຕໍ່ໜັງສືພິມ Bild ຂອງເຢຍຣະມັນ ວ່າ ການຊ້ອມລົບນີ້ ແມ່ນເປັນການສົ່ງສັນຍາອັນຈະແຈ້ງວ່າພັນທະມິດຂອງພວກເຮົາກຳ ລັງກະກຽມ ເຕັມໃຈ ແລະສາມາດຮັບມືກັບທຸກໆບັນຫາທ້າທາຍທີ່ຂວາງໜ້າພວກເຮົາຢູ່.

ນອກນັ້ນແລ້ວທ່ານ Stoltenberg ຍັງໄດ້ຕິຕຽນການເອົາບາດກ້າວແບບຮຸກຮານຂອງຣັດ ເຊຍໃນຢູເຄຣນ ບ່ອນທີ່ພວກກະບົດແບ່ງແຍກດິນແດນນິຍົມຣັດເຊຍ ກຳລັງສູ້ລົບກັບທະ ຫານລັດຖະບານຢູເຄຣນ ເພື່ອເຂົ້າຄວບຄຸມພາກຕາເວັນອອກຂອງປະເທດ ທີ່ປະຊາຊົນ ປາກພາສາຣັດເຊຍນັ້ນ.

ທ່ານກ່າວວ່າ “ຣັດເຊຍ ສະໜັບສະໜຸນ ພວກແບ່ງແຍກດິນແດນ ໂດຍໃຫ້ການຝຶກແອບ
ອາວຸດແລະກຳລັງທະຫານ.” ທ່ານໄດ້ກ່າວຢ້ຳເຖິງການຢືນຢັນເມື່ອໄວໆມານີ້ທີ່ວ່າ ການ ໃຫ້ຄວາມສະໜັບສະໜຸນ ຂອງມົສກູ ແມ່ນຮວມທັງ ລົດຖັງຫລາຍ ກວ່າ 1,000 ຄັນ ປືນ ໃຫຍ່ແລະລະບົບປ້ອງກັນທາງອາກາດ.

ເບິ່ງວີດີໂອກ່ຽວຂ້ອງ:

Your browser doesn’t support HTML5

Rebels in Ukraine Want Autonomy but Depend on Russia