ເຈົ້າໜ້າທີ່ເນໂຕ້ ກ່າວວ່າ “ຂ່າວປອມ” ຣັດເຊຍ ແນໃສ່ ເພື່ອບ່ອນທຳລາຍ ພັນທະມິດ

ທະຫານເຢຍຣະມັນ ຈາກກອງພັນທີ 12 ຂອງກອງພົນຍານເກາະ ທະຫານບົກ 122 ເຂົ້າຮ່ວມ ພິທີຕ້ອນຮັບ ທີ່ຄ້າຍ Rukla ປະມານ 130 ກິໂລແມັດ ທາງກ້ຳຕາເວັນຕົກ ຂອງນະຄອນ Vilnius ປະເທດລີທົວເນຍ. (7 ກຸມພາ 2017)

ມີ​ການ​ສົ່ງ​ອີແມ​ລ ກ່າວ​ຫາ​ທະຫານ​ເຢຍຣະມັນ ​ທີ່​ປະຈຳການ​ ຢູ່​ປະ​ເທດ​ລີ​ທົວ​ເນຍໃນ​ອາ ທິດ​ນີ້ ​ໄປ​ຫາ​ອົງການ​ຂ່າວ​ທ້ອງ​ຖິ່ນ​ໃນ​ປະ​ເທດ​ດັ່ງກ່າວ ຊຶ່ງ​ເປັນ​ເຫດການຫລ້າ​ສຸດໃນ​ອັນ ​ທີ່​ອົງການ​ເນ​ໂຕ້​ກ່າວ​ວ່າເປັນການ​ປຸກລະດົມ​ໃນ​ການ​ສົ່ງ “ຂ່າວ​ປອມ” ຂອງຣັດ​ເຊຍທີ່​ແນ​ໃສ່​ເພື່ອທຳລາຍ​ຄວາມ​ເຊື່ອໝັ້ນຂອງປະຊາຊົ​ນ ທີ່​ໃຫ້ການ​ສະໜັບ​ສະ​ໜຸນ​ຕໍ່​ອົງການ​ພັນ ທະ​ມິດ​ທາງ​ທະ​ຫານ​ເນ​ໂຕ້.

ອີ​ແມ​ລ ທີ່​ໄດ້​ສົ່ງ​ໄປ​ຫາ​ອົງການ​ຂ່າວ​ຫຼາຍໆ​ບ່ອນ​ ຂອງ​ລີ​ທົວ​ເນຍ ​ໃນ​ວັນ​ທີ 14 ​ກຸມພາ​ນີ້ ກ່າວ​ອ້າງ​ວ່າ ທະຫານ​ເຢຍຣະມັນ​ທີ່​ປະຈຳການ​ຢູ່ໃນ​ລີ​ທົວ​ເນຍ ​ໄດ້​ຂົ່ມຂືນ​ເດັກ​ຍິງ​ລີ​ທົວ​ເນຍທີ່​ມີ​ອາຍຸ​ບໍ່​ເຖິງກະ​ສຽນຄົນນຶ່ງ.

ອົງການ​ຂ່າວ​ຂອງ​ລີ​ທົວ​ເນຍບາງ​ອົງການ​ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ກ່າວ​ອ້າງ​ດັ່ງກ່າວ​ນີ້ ຊຶ່ງໄດ້​ມີ​ການ​ປະຕິ​ເສດ​ວ່າ ​ບໍ່​ໄດ້​ເກີດ​ຂຶ້ນ ​ໂດຍ​ຕຳຫຼວດລີ​ທົວ​ເນຍ​ພວມພະຍາຍາມ​ຊອກ​ຫາ IP ຫຼື​ເລກ​ເຄື່ອງໝາຍທີ່​ກຳນົດ​ໃຫ້​ອຸບປະກອນ​ແຕ່​ລະ​ຊະນິດ ທີ່​ພົວພັນ​ກັບ​ການ​ກະ ຈາຍ​ຂ່າວ​ລື​ນີ້.

​ໂຄສົກ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເຢຍຣະມັນ ​ກ່າວ​ວ່າ “​ໃນ​ຄວາມ​ຄິດ​ຂອງ​ພວກ​ເຮົາແລ້ວ ການ​ສືບສວນ​ຂອງ​ຕຳຫຼວດລີ​ທົວ​ເນຍ​ໄດ້​ສະຫລຸບ​ວ່າ ບໍ່​ໄດ້​ມີ​ຜູ້​ເຄາະ​ຮ້າຍ ຫລືພະ ຍານ ຫຼືຜູ້​ກໍ່​ການ​ໃດໆ​ເລີຍ.”

ເຫດການ​ໃນ​ການ​ປ່ອຍ​ຂ່າວ​ທີ່​ບໍ່ຖືກຕ້ອງ​ດັ່ງກ່າວ ​ແມ່ນ​ມີ​ລັກສະນະ​ຄ້າຍຄືກັບ​ອັນ​ທີ່​ເອີ້ນ ກໍລະນີ​ຂອງ​ນາງ​ລີ​ຊາ ​ໃນ​ປີ​ກາຍ​ນີ້ ຊຶ່ງ​ອົງການ​ຂ່າວ​ຂອງຣັດ​ເຊຍເປັນ​ຜູ້ ລາຍ​ງານ​ໃນ​ຂັ້ນ ຕົ້ນ ​ແລະ​ຫລັງ​ຈາກ​ນັ້ນ ກໍ​ປຸກ​ປັ່ນ ​ໃຫ້​ກາຍ​ເປັນ​ຂ່າວ​ໃຫຍ່ ​ຂອງ​ສື່ມວນ​ຊົນ ​ຢູ່​ເຢຍຣະມັນ ກ່ຽວ​ກັບ​ການ​ກ່າວ​ອ້າງ​ຂອງ​ເດັກ​ຍິງຣັດ​ເຊຍ​ເຊື້ອສາຍ​ເຢຍຣະມັນ​ອາຍຸ 13 ປີ​ທີ່​ຊື່ວ່າ​ນາງ ລີ​ຊາຜູ້​ຊຶ່ງ​ໄດ້​ເວົ້າວ່າ ນາງ​ຖືກ​ລັກພາ​ໂຕ​ແລະຂົ່ມຂືນ​ໂດຍ​ພວກ​ຄົນ​ເຂົ້າ​ເມືອງ​ຊາວ​ອາ​ຣັບ ທີ່​ນະຄອນ​ເບີ​ລິນ.

ມັນ​ກາຍ​ເປັນ​ວ່າ ​ເດັກ​ຍິງ​ຄົນ​ນີ້​ໄດ້​ເຮັດ​ຂ່າວ​ຂຶ້ນ ຍ້ອນ​ຫວັງ​ຢາກ​ຈະ​ປິດ​ບັງ​ພໍ່​ແມ່ຂອງ​ນາງ ​ທີ່​ວ່າ ນາງ​ໄດ້​ໄປ​ນອນ​ຄ້າງ​ຄືນ​ຢູ່​ເຮືອນ​ຜູ້​ບ່າວ​ຂອງ​ນາງ. ຂ່າວ​ກ່ຽວ​ກັບ ນາງ​ລີ​ຊານີ້ ​ໄດ້​ມີ​ຜົນ​ກະທົບ​ຕໍ່ຄວາມ​ສຳ​ພັນ ​ທີ່​ຊຸດ​ໂຊມ​ຢູ່​ແລ້ວ ລະຫວ່າງ​ເບີ​ລິນແລະ​ມົສກູ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ