ກຸ່ມພັນທະມິດ ເນໂຕ້ ຕ້ອງພິຈາລະນາ ຄືນໃໝ່ ກ່ຽວກັບ ຄວາມສຳພັນ ກັບ ຣັດເຊຍ (ວີດີໂອ)

ຜູ້ບັນຊາການທະຫານສູງສຸດ ຂອງອົງການ NATO ນາຍພົນ Philip M. Breedlove (ຂວາ)

ຜູ້​ບັນຊາ​ການ​ທະຫານຂອງອົງການ​ເນ​ໂຕ ກ່າວ​ວ່າ ພັນທະ​
ມິດ​ຕ້ອງໄດ້ພິຈາລະນາ​ຄືນ​ໃໝ່ ​ກ່ຽວກັບການ​ຕັ້ງກຳລັງທະ
ຫານ​ຂອງ​ຕົນ​ແລະ​ການ​ຕຽມ​ພ້ອມ ​ຍ້ອນວ່າ ຣັດ​ເຊຍໄດ້ປະ
ກາດຮວມເອົາ​ ເຂດ Crimea ຂອງ ຢູ​ເຄຣນ ເຂົ້າເປັນດິນ
ແດນສ່ວນນຶ່ງຂອງຕົນ.

ນາ​ຍພົນ Philip Breedlove ​ແຫ່ງ​ກອງທັບ​ອາກາດສະຫະ
ລັດ ກ່າວວ່າ ຫຼາຍ​ ກວ່າ​ນຶ່ງ​ທົດ​ສະ​ວັດຜ່ານມາແລ້ວ ທີ່ສະຫະ
ລັດ ​ແລະ​ບັນດາ​ພັນທະ​ມິດ​ຂອງ​ຕົນ ​ໄດ້​ມອງເຫັນຣັດ​ເຊຍວ່າ​
ເປັນ​ພາຄີປະເທດນຶ່ງຂອງຕົນ.

ນາຍພົນ Breedlove ກ່າວວ່າ “​ແລະ​ອົງການ NATO ​ກໍໄດ້​ຕັດສິນໃຈ ກ່ຽວ ກັບໂຄງ
ສ້າງ ​ການ​ຕຽມ​ພ້ອມ ​ແລະ​ການຕັ້ງ​ຂອງກອງກຳລັງ ອີງຕາມນັ້ນ ທີ່ວ່າ ຣັດ​ເຊຍ ​ເປັນ​
ພາຄີປະເທດ. ແຕ່ໃນປັດຈຸບັນ​ນີ້ ຣັດເຊຍໄດ້ວາງທ່າທີບໍ່ຄືກັນກັບ ເປັນພາຄີເລີຍ. ​

ເພາະສະ​ນັ້ນ ພວກ​ເຮົາ​ຕ້ອງ​ກັບຄືນ​ໄປພິຈາລະນາການ​ຕັດສິນ​ໃຈ​ເຫລົ່າ​ນັ້ນຄືນໃໝ່.”
​ໃນ​ໄລຍະສອງສາມ​ເດືອນ​ທີ່​ຜ່ານ​ມານີ້ ທ່ານ​ກ່າວ​ວ່າ ອົງການ NATO ​ໄດ້​ເຫັນ ຣັດ​ເຊຍເຕົ້າໂຮມກຳລັງຢ່າງ​ຫລວງຫລາຍ​ຢູ່​ຕາມ​ຊາຍ​ແດນຂອງຢູ​ເຄຣນ ​ແລະ ​ໃຊ້ກຳລັງ
ບັງຄັບ​ໂຮມເອົາເຂດ Crimea ເຂົ້າກັບຕົນຊຶ່ງນັ້ນໝາຍ​ຄວາມ​ວ່າ ພັນທະ​ມິດຈະ​ຕ້ອງ​ໄດ້ປັບປ່ຽນ.

ນາຍພົນ Breedlove ກ່າວວ່າ “ນັ້ນຈະ​ເປັນ​ການ​ປ່ຽນ​ແປງ​ໃນວິ​ທີ ທີ່​ເຮົາ​ປະຕິ ບັດ​ງານ. ​ເພາະສະ​ນັ້ນ ພວກເຮົາໃນເວລານີ້ ຕ້ອງໄດ້ຊັ່ງຊາຕີລາຄາຄືນໃໝ່​ວ່າ ​ເຮົາ​ຈະເຮັດແບບ
ໃດກ່ຽວກັບການຕຽມ​ພ້ອມ ການຕອບຮັບ ​ແລະ​ການວາງ​ກອງ ກຳລັງ.

ນາຍ​ພົນ Breedlove ​ໄດ້​ກ່າວໃນ​ວັນ​ພະຫັດຜ່ານມາ ຕໍ່​ນັກ​ຂ່າວ VOA ທ່ານ Henry
Ridgwell ລຸນຫລັງ​ການລະລຶກເຖິງຂີດ​ໝາຍຄົບຮອບ 70 ປີຂອງພັນ ທະ​ມິດຍົກ​ພົນ​ຂຶ້ນ​
ບົກ ຫລື D-Day ​ເພື່ອໂຈມຕີ​ຝຮັ່ງ ​ໃນ​ສະໄໝສົງ​ຄາມ​ໂລກ​ຄັ້ງ​ທີສອງ.

ເບິ່ງວີດີໂອກ່ຽວຂ້ອງ:

Your browser doesn’t support HTML5

NATO Grapples With Russian Moves in Ukraine