ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ (Jens Stoltenberg) ໄດ້ກ່າວວ່າການນຳຂອງ ອັຟການິສຖານ ແມ່ນມີຄວາມຮັບຜິດຊອບສຳລັບການພັງລົງຢ່າງວ່ອງໄວຂອງກອງທັບ ອັຟການິສຖານ ແຕ່ໄດ້ກ່າວຢໍ້າວ່າກຸ່ມພັນທະມິດດັ່ງກ່າວຄວນຈື່ໄວ້ເປັນບົດຮຽນ ກ່ຽວກັບ ວິທີທີ່ເຂົາເຈົ້າດຳເນີນການຝຶກແອບທາງທະຫານ.
ທ່ານ ສໂຕລເທັນເບີກ ໄດ້ກ່າວຫຼັງຈາກ NATO ໄດ້ຈັດການປະຊຸມເພື່ອປຶກຫາລື ກ່ຽວກັບ ຜົນກະ ທົບດ້ານຄວາມປອດໄພຈາກການຍຶດອຳນາດຂອງກຸ່ມຕາລີບານ ໃນ ອັຟການິສຖານ ວ່າ “ຄວາມລົ້ມແຫຼວນີ້ຂອງການນຳ ອັຟການິສຖານ ໄດ້ນຳໄປສູ່ໄພຫາຍະນະທີ່ພວກເຮົາໄດ້ເປັນສັກຂີພິຍານໃນມື້ນີ້.”
ທ່ານ ສໂຕລເທັນເບີກ ໄດ້ກ່າວວ່າຄວາມໄວທີ່ກອງກຳລັງ ອັຟການິສຖານ ໄດ້ອ່ອນແອລົງໃນລະ ຫວ່າງການບຸກໂຈມຕີຂອງກຸ່ມຕາລີບານ ແມ່ນໜ້າຕົກໃຈ, ທ່ານຍັງໄດ້ຍອມຮັບວ່າ “ມັນມີບົດຮຽກທີ່ຕ້ອງໄດ້ຖືກຮຽນຮູ້” ຢູ່ອົງການ NATO.
ໃນປະຕິກິລິຍາຂອງເຂົາເຈົ້າຕໍ່ໄຊຊະນະຂອງກຸ່ມຕາລີບານນັ້ນ, ຣັດເຊຍ, ເຊິ່ງໄດ້ປະກາດວ່າກຸ່ມຕາລີບານເປັນກຸ່ມກໍ່ການຮ້າຍໃນປີ 2003, ໄດ້ກ່າວວ່າເຂົາເຈົ້າຈະບໍ່ຮັບຮູ້ລັດຖະບານໃໝ່ນັ້ນໃນທັນທີ.
ລັດຖະມົນຕີການຕ່າງປະເທດ ທ່ານ ເຊີເກ ລາວຣອຟ (Sergei Lavrov) ໄດ້ກ່າວວ່າ ມົສກູ “ບໍ່ໄດ້ຟ້າວທີ່ຈະຮັບຮູ້“ ລັດຖະບານ ຕາລີບານ ແລະ ໄດ້ຮຽກຮ້ອງ “ໃຫ້ເປີດປະຊຸມແຫ່ງຊາດທີ່ກວມລວມ ດ້ວຍການມີສ່ວນຮ່ວມຂອງທຸກພັກຝ່າຍການເມືອງ ແລະ ກອງກຳລັງຕ່າງໆໃນ ອັຟການິສຖານ.”
ສຳລັບພາກສ່ວນຂອງເຂົາເຈົ້າ, ເທີກີ ແມ່ນກຳລັງເຈລະຈາກັບກຸ່ມຕາລີບານ ແລະ ທຸກພັກຝ່າຍອື່ນໆໃນ ອັຟການິສຖານ ແລະ ມີທັດສະນະຄະຕິໃຫ້ການສະໜັບສະໜູນ ກ່ຽວກັບ ຂໍ້ຄວາມຂອງກຸ່ມຕາລີບານທີ່ໄດ້ສະແດງໃຫ້ເຫັນນັບຕັ້ງແຕ່ການເຂົ້າຄວບຄຸມ, ອີງຕາມການກ່າວຂອງລັດຖະມົນຕີການຕ່າງປະເທດ ທ່ານ ເມວລຸດ ຊາວູຊໍກລູ (Mevlud Cavusoglu) ໃນວັນອັງຄານວານນີ້.
ທ່ານ ຊາວູຊໍກລູ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຢູ່ປະເທດ ຈໍແດນ ວ່າ “ພວກເຮົາຈະດຳເນີນການສົນທະນາກັບທຸກຝ່າຍຕໍ່ໄປ, ລວມທັງກຸ່ມຕາລິບານ. ພວກເຮົາມີທັດສະນະຄະຕິທີ່ເປັນແງ່ບວກ ກ່ຽວກັບ ຂໍ້ຄວາມທີ່ກຸ່ມຕາລີບານ ໄດ້ກ່າວອອກມາໃນປັດຈຸບັນນີ້, ບໍ່ວ່າຈະຕໍ່ຄົນຕ່າງປະ ເທດ, ຕໍ່ບຸກຄົນການທູດ ຫຼື ຄົນຂອງເຂົາເຈົ້າເອງ. ພວກເຮົາຫວັງວ່າຈະເຫັນສິ່ງດັ່ງກ່າວນີ້ຖືກດຳ ເນີນການເຊັ່ນກັນ.”
ຈີນ ໄດ້ສະໜັບສະໜູນກຸ່ມຕາລີບານໃນວັນອັງຄານວານນີ້ໃຫ້ດຳເນີນນະໂຍບາຍສາສະໜາ “ທີ່ປານກາງ ແລະ ໝັ້ນຄົງ” ແລະ ເພື່ອສ້າງໂຄງຮ່າງການເມືອງ “ທີ່ເປີດ ແລະ ກວມລວມ” ທີ່ປະກອບດ້ວຍທຸກພັກຝ່າຍໃນປະເທດ.