ເນໂຕ້ ຈະໂອນ ຄວາມຮັບຜິດຊອບໃນ ການສູ້ລົບ ໃຫ້ອັຟການິສຖານ ໄວຂຶ້ນ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ເລຂາທິການໃຫຍ່ອົງການເນໂຕ້ ທ່ານ Anders Fogh Rasmussen ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ໃນລະ ຫວ່າງການປະຊຸມຂອງລັດຖະມົນຕີປ້ອງກັນປະເທດເນໂຕ້ ທີ່ນະຄອນ Brussels (3 ກຸມພາ 2012)

ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ກຸ່ມ​ເນ​ໂຕ້ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ເປັນ​ເວລາ 2 ມື້ຢູ່
ນະຄອນ Brussels ​ໄດ້​ຮ່ວມ​ສົມທົບ​ກັບ​ສະຫະລັດ ແລະ​ຝຣັ່ງຮຽກຮ້ອງ​ໃຫ້ກອງ​ກຳລັງ​ຂອງ​
ອັຟກາ​ນິສຖານຮັບ​ເອົາ​ບົດບາດນຳ​ພາ​ໃນ​ການ​ປະຕິ​ບັດ​ງານ​ສູ້​ລົບ​ທັງ​ໝົດ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ
ພາຍໃນ​ປີ 2013 ນຶ່ງ​ປີ​ໄວ​ກວ່າ​ທີ່ໄດ້​ວາງ​ແຜນ​ໄວ້​ໃນ​ຂັ້ນຕົ້ນ.

ເລຂາທິການ​ໃຫຍ່​ຂອງ​ອົງການ​ເນ​ໂຕ້ ທ່ານ Anders-Fogh Rasmussen ກ່າວ​ຕໍ່​ກອງ​
ປະຊຸມ​ວ່າທ່ານ​ໃຫ້ການ​ສະໜັບສະໜຸນ​ຕໍ່​ຕາຕະລາງ​ເວລາ​ໃໝ່​ແຕ່​ກໍກ່າວ​ຢໍ້າວ່າທາງ​ອົງການ
ເນ​ໂຕ້​ບໍ່​ມີ​ແຜນການ​ທີ່​ຈະ​ຖອນ​ທະຫານ​ອອກ​ຈາກ​ອັຟກາ​ນິສຖານ​ໄວ​ກ່ອນ​ກຳນົດ. ທ່ານ​ເວົ້າ
ວ່າອົງການ​ເນ​ໂຕ້​ຄາດ​ວ່າຈະ​ມີ​ການ​ມອບບັນດາ​ແຂວງ​ຈຸສຸດ​ທ້າຍ​ໃຫ້​ແກ່ອັຟກາ​ນິສຖານ​ພາຍ ​
ໃນກາງ​ປີ 2013 ​ແລະ​ນັບ​ແຕ່​ນັ້ນ​ໄປບົດບາດ​ຂອງທະຫານ​ອົງການ​ເນ​ໂຕ້ ກໍ​ຈະ​ຄ່ອຍໆ​ປ່ຽນ
ໄປຈາກ​ການ​ສູ້​ລົບເປັນ​ການ​ໃຫ້​ຄວາມ​ສະໜັບສະໜຸນ.

ທ່ານ Rasmussen ກ່າວ​ຕື່ມ​ວ່າ ການ​ເຄື່ອນ​ໄຫວ​ໃດໆ​ກໍ​ຕາມ​ ຂອງ​ແຕ່ລະ​ປະເທດ​ພັນທະ​
ມິດຈະ​ຕ້ອງ​ໄດ້​ມີ​ການ​ປະສານ​ງານ​ກັນ​ກັບ​ກອງ​ບັນຊາ​ການ​ທະຫານເນ​ໂຕ້​ ທີ່​ນະຄອນຫຼວງກາ
ບູລ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດທ່ານ Leon Panetta ​ແລະປະທານາທິບໍ
ດີ​ຝຣັ່ງທ່ານ Nicolas Sarkozy ​ໄດ້​ສະ​ເໜີ​ແນະ​ວ່າກຳລັງ​ປະສົມ​ຈະ​ສິ້ນສຸດ​ການ​ມີ​ບົດບາດ
ໃນ​ການ​ສູ້​ລົບ​ໃນ​ປີ 2013 ນຶ່ງ​ປີ​ໄວ້​ກວ່າ​ທີ່​ໄດ້​ວາງ​ແຜນ​ໄວ້. ທ່ານ Panetta ​ເອີ້ນປີ 2013
ວ່າ ​ເປັນ​ປີ​ທີ່​ມີ​ຄວາມ​ສຳ​ຄັນ​ໃນ​ການມອບ​ໂອນ​ຂັ້ນສຸດ​ທ້າຍ​ເຂດ​ຕ່າງໆ​ທີ່​ຍັງ​ເຫຼືອຢູ່​ນັ້ນໃຫ້​ແກ່
ກອງ​ກຳລັງ​ຮັກສາ​ຄວາມສະຫງົບຂອງ​ອັຟກາ​ນິສຖານ​ແຕ່​ທ່ານ​ກໍ​ກ່າວ​ຕື່ມ​ວ່າຍັງ​ບໍ່​ທັນ​ມີ​ການ
ຕັດສິນ​ໃຈ​ໃດໆ​ເທື່ອ​ ກ່ຽວ​ກັບ​ລະດັບ​ຂອງ​ກຳລັງ​ທະຫານຂອງ​ສະຫະລັດ ​ທີ່​ຍັງ​ເຫຼືອຢູ່​ໃນ​ອັຟ
ກາ​ນິສຖານ ​ເວລາ​ໃດ​ທີ່​ບົດບາດ​ໃນ​ການ​ສູ້​ລົບ​ສິ້ນສຸດ​ລົງ​ແລ້ວ.

ໃນ​ລະຫວ່າງ​ກອງ​ປະຊຸມ​ເປັນ​ເວລາ 2 ມື້ ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອົງການ
ເນ​ໂຕ້​ຈະ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ ຂອງ​ຜູ້​ບັນຊາ​ການ​ເນ​ໂຕ້​ໃນ​ອັຟກາ​ນິສຖານຄື​ນາຍ​ພົນທະ
ຫານ​ມາຣີນ John Allen ຂອງ​ສະຫະລັດ. ນອກ​ນັ້ນບັນດາ​ລັດຖະມົນຕີ​ຂອງ​ເນ​ໂຕ້ຍັງ​ຈະ
ພາກັນ​ສຶກສາ​ເບິ່ງ​ວ່າ ​ແຜນການ​ຂອງຝຣັ່ງແລະ​ສະຫະລັດ​ທີ່​ຈະ​ສິ້ນສຸດ​ບົດບາດ​ການ​ສູ້​ລົບ​ໃນ
ປີ 2013 ນັ້ນ ​ເປັນ​ແຜນການທີ່​ສາມາດ​ປະຕິບັດ​ໄດ້​ຫຼືບໍ່.

ທີ່​ກຸງ​ວໍ​ຊິງ​ຕັນ ທ່ານ Jay Carney ​ໂຄສົກ​ຂອງ​ທຳນຽບຂາວ​ ກ່າວ​ວ່າ ຂັ້ນຕອນ​ໃນ​ການ​
ໂອນ​ອຳນາດ​ຂອງ​ອົງການ​ເນ​ໂຕ້​ໄປ​ໃຫ້​ກຳລັງ​ອັຟກາ​ນິສຖານ​ນັ້ນ ​ໄດ້​ເລີ່​ມມາ​ແລ້ວ​ແລະ​ກໍ​ຈະ​
ດຳ​ເນີນ​ຕໍ່​ໄປ. ທ່ານ​ເວົ້າວ່າ ກຳລັງ​ສະຫະລັດ​ອາດເປັນ​ໄປ​ໄດ້ທີ່ຈະ​ສືບ​ຕໍ່ມີ​ບົດບາດ​ໃນ​ການ​ສູ້​
ລົ​ບ​ໄປ​ຈົນ​ຮອດ​ທ້າຍ​ປີ 2014.

http://www.voanews.com/templates/widgetDisplay.html?id=138596619&player=article