ບັດດາເຈົ້າໜ້າທີ່ກະຊວງຊັບພະຍາກອນແຫ່ງຊາດຂອງສະຫະລັດ ກໍາລັງເດີນທາງໄປຢ້ຽມຢາມຊຸມຊົນຊາວອາເມຣິກັນພື້ນເມືອງແຫ່ງຕ່າງໆ ເພື່ອຮຽນຮູ້ກ່ຽວກັບຜົນກະທົບຂອງການກໍ່ສ້າງໂຮງຮຽນຢູ່ໃນທ້ອງຖິ່ນ ທີ່ດໍາເນີນງານໂດຍລັດຖະບານ ຕໍ່ບັນດາອະດີດນັກສຶກສາ ແລະຄອບຄົວຂອງພວກເຂົາເຈົ້າ. ສະຖາບັນທັງຫຼາຍໜີ ໃນຄັ້ງນຶ່ງ ໄດ້ກົດຂີ່ວັດທະນະທຳຂອງພວກພື້ນເມືອງຕ່າງໆ, ແຕ່ໂຮງຮຽນເຫຼົ່ານີ້ ທີ່ຍັງຄົງເຫຼືອຢູ່ບໍ່ຫຼາຍເປີດຢູ່ ບັດນີ້ພວກເຂົາໄດ້ພາກັນສະເຫຼີມສະຫຼອງ. ໄມຄ໌ ໂອຊູລລີວານ ມີລາຍງານຈາກເມືອງຣີເວີຊາຍ ລັດຄາລິຟໍເນຍ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຕະຫຼອດໄລຍະສັດຕະວັດທີ 19 ເກືອບທັງໝົດ ແລະບາງຊ່ວງຂອງສັດຕະວັດທີ 20, ເຈົ້າໜ້າທີ່ຂອງສະຫະລັດ ໄດ້ບັງຄັບໃຫ້ບັນດາເດັກນ້ອຍຊົນເຜົ່າພື້ນເມືອງ ຕ້ອງເຂົ້າໂຮງຮຽນກິນ-ນອນ, ຢູ່ທີ່ນັ້ນ ພວກເຂົາເຈົ້າໄດ້ຮ່ຳຮຽນກ່ຽວກັບທັກສະພາຍໃນທ້ອງຖິ່ນ ແລະການກະສິກໍາ, ພ້ອມທັງຖືກບັງຄັບໃຫ້ປະຖິ້ມສາສະໜາ, ພາສາ ແລະວັດທະນະທໍາຂອງພວກເຂົາເຈົ້າ.
ໃນເມືອງຣີເວີຊາຍ ລັດຄາລິຟໍເນຍ, ບັນດາສະມາຊິກຄອບຄົວ ໄດ້ຍິນເລື້ອງລາວຂອງການຕໍ່ສູ້ເພື່ອຄວາມຢູ່ລອດ ຢູ່ທີ່ໂຮງຮຽນມັດທະຍົມປາຍ ເຊີແມນ (Sherman) ຂອງຊາວອິນເດຍແດງ, ນຶ່ງໃນບໍ່ເທົ່າໃດໂຮງຮຽນກິນ-ນອນ ທີ່ຍັງຄົງໄດ້ຮັບທຶນສະໜັບສະໜຸນຈາກລັດຖະບານ, ເຊິ່ງເປັນສະຖານທີ່ທີ່ປັດຈຸບັນນີ້ ວັດທະນະທໍາຂອງຊົນເຜົ່າພື້ນເມືອງ ໄດ້ຖືກຮັບເອົາຢ່າງພາກພູມໃຈ ແທນທີ່ຈະຖືກກີດກັ້ນ.
ລັດຖະມົນຕີກະຊວງຊັບພະຍາກອນແຫ່ງຊາດ ທ່ານນາງ ເດບ ຮາລານ (Deb Haaland) ແລະຜູ້ຊ່ວຍລັດຖະມົນຕີ ທ່ານບຣາຍແອນ ນິວແລນ (Bryan Newland), ທັງສອງເປັນຊາວອາເມຣິກັນພື້ນເມືອງ ໄດ້ມາຮ່ວມຟັງໃນຖານະຂອງການຢ້ຽມຊົມເປັນເວລາຍາວນານນຶ່ງປີຂອງກະຊວງ ເຊິ່ງຮ້ອງວ່າ “ເສັ້ນທາງສູ່ການຮັກສາຢຽວຢາ.”
ຄວາມຢາກຮູ້ຢາກເຫັນ ໄດ້ນໍາເອົາແມ່ຍິງຄົນນຶ່ງມາ.
ທ່ານນາງມາວານີ ຄາລັກ ເວີດູໂກ (Mavany Calac Verdugo), ຈາກວົງດຸຣິຍາງ ລູອີເຊໂນ (Luiseño) ຂອງຊາວອິນເດຍແດງຢູ່ໃນ ຣິນຄອນ (Rincon) ກ່າວວ່າ
“ຂ້ອຍມາທີ່ນີ້ຍ້ອນຂ້ອຍຕ້ອງການເຫັນວ່າ ປູ່-ຍ່າ ຂອງຂ້ອຍໄປໂຮງຮຽນຢູ່ໃສ, ພວກເພິ່ນຖືກເອົາໄປຢູ່ບ່ອນໃດ ແລະເຊັ່ນກັນ ພໍ່ຂອງຂ້ອຍເກີດຢູ່ບ່ອນໃດ.”
ປູ່-ຍ່າ ຂອງລາວ ພົບຮັກກັນຢູ່ທີ່ນີ້, ແລະຄອບຄົວຂອງລາວ ກໍໄດ້ຊຶມຊັບເອົາຍຸດທະສາດເພື່ອຕໍ່ສູ້ກັບແນວຄິດອະຄະຕິ.
ທ່ານນາງມາວານີ ຄາລັກ ເວີດູໂກ ກ່າວວ່າ:
“ພວກເຂົາເຈົ້າອອກມາຈາກສະຖານະການຂັ້ນພື້ນຖານ ໂດຍກ່າວວ່າ ‘ເອີ, ພວກຜູ້ຊາຍຜິວຂາວໄດ້ຮັບໄຊຊະນະໃນສົງຄາມ, ແລະບາງທີ ມັນອາດມີວິທີທາງດຽວທີ່ຈະສິ້ນສຸດການຈຳແນກ ແມ່ນໃຫ້ການສຶກແກ່ເດັກນ້ອຍຂອງພວກເຮົາ.’”
ບາງເລື້ອງລາວກໍຈົບລົງດ້ວຍຄວາມເສົ້າ. ອະດີດນັກຮຽນມັດທະຍົມປາຍຂອງຊົນເຜົ່າອິນເດຍແດງ ເຊີແມນ ປະມານ 60 ຄົນ ເສຍຊີວິດລົງໃນລະຫວ່າງເຂົ້າຮຽນຢູ່ທີ່ໂຮງຮຽນແຫ່ງນີ້ ແລ້ວກໍຖືກຝັງຢູ່ໃນປ່າຊ້າໃກ້ກັບໂຮງຮຽນ, ບັນດາຜູ້ເຄາະຮ້າຍໃນຊ່ວງເວລາຫຼາຍປີ ແມ່ນເກີດຈາກພະຍາດ ແລະອຸບັດຕິເຫດ. ຢູ່ທີ່ໂຮງຮຽນຊົນເຜົ່າອິນເດຍແດງບາງແຫ່ງ, ນັກຮຽນຫຼາຍຄົນ ເປັນຜູ້ເຄາະຮ້າຍຈາກການຖືກທໍລະມານຫຼືຖືກທຳຮ້າຍ.
ແຕ່ ນາງເອຣິກາ ເບັນ, ເປັນຊາວພື້ນເມືອງຊົນເຜົ່ານາວາໂຮ (Navajo) ແລະເປັນນັກຮຽນລຸ້ນຫຼ້າສຸດຢູ່ທີ່ນີ້ ກ່າວວ່າ ເວລາຂອງນາງຢູ່ທີ່ໂຮງຮຽນ ກໍໄດ້ຂະຫຍາຍຄວາມຮູ້ຂອງນາງຫຼາຍຂຶ້ນ. ນາງກຳລັງສຶກສາຕໍ່ໃນລະດັບດອກເຕີ້ຢູ່ໃນສາຂາການສຶກສາກ່ຽວກັບຊົນເຜົ່າພື້ນເມືອງ.
ນາງເອຣິກາ ເບັນ, ອະດີດນັກສຶກສາຢູ່ທີ່ນີ້ ກ່າວວ່າ:
“ຂ້ອຍບໍ່ເຄີຍພົບພໍ້ກັບຄົນອື່ນໆໃດ ນອກຈາກຄົນຊົນເຜົ່າພື້ນເມືອງນາວາໂຮເອງ, ສະນັ້ນ ເມື່ອຂ້ອຍມານະທີ່ນີ້ ແລະໂຮງຮຽນກໍໄດ້ເປີດໂອກາດໃຫ້ກັບນັກຮຽນທຸກໆຄົນໃນທົ່ວປະເທດ, ນັ້ນແມ່ນການພົບປະສື່ສານກັນຄັ້ງທໍາອິດແທ້ໆຂອງຂ້ອຍ ກັບຊົນເຜົ່າພື້ນເມືອງອື່ນໆ, ແລະສໍາລັບຂ້ອຍເອງ ນັ້ນແມ່ນປະສົບການທີ່ຂ້ອຍຈະບໍ່ມີວັນລືມ.”
ສ່ວນທ້າວເກຣກ ຄາລັກ ຈາກວົງດຸຣິຍາງລູອີເຊໂນ ອິນເດຍແດງ ເຫັນວ່າ ມີຄວາມສົນໃຈໃໝ່ເກີດຂຶ້ນໃນປະເພນີພາຍໃນພວກຊາວໜຸ່ມເຊັ່ນກັນ ຊຶ່ງລາວເວົ້າວ່າ:
“ລູກເຕົ້າທັງໝົດ 4 ຄົນຂອງຂ້ອຍ ກໍາລັງເຂົ້າຮ່ວມໃນສິ່ງຕ່າງໆທີ່ເປັນວັດທະນະທໍາ ເຊິ່ງເຜົ່າຂອງພວກເຮົາກໍາລັງນໍາສະເໜີ, ໂດຍລວມມີ ກາຮຽນສານກະບຸງ, ການຮຽນພາສາ, ການຮຽນຮ້ອຍໝາກປັດ ເປັນຕົ້ນ.”
ຄືກັນກັບຊາວອາເມຣິກັນພື້ນເມືອງຫຼາຍໆຄົນ, ພວກເຂົາເຈົ້າກໍາລັງຮັບເອົາວັດທະນະທໍາຂອງພວກເຂົາເຈົ້າຄືນໃໝ່ ແລະກໍາລັງຮຽນຮູ້ກ່ຽວກັບປະຫວັດສາດແຫ່ງຄວາມເຈັບປວດ ຈາກການຖືກບັງຄັບໃຫ້ຊຶມຊັບເອົາວັດທະນະທຳອື່ນ.
U.S. Department of the Interior officials are visiting Native American communities to learn about the impact of government-run residential schools on former students and their families. The institutions once suppressed Native cultures, but the few schools that remain now celebrate them. Mike O’Sullivan reports from Riverside, California.]]
Through much of the 19th and part of the 20th century, U.S. authorities forced many Indigenous children into boarding schools, where they learned domestic and farming skills, and were forced to abandon their religions, languages and cultures.
In Riverside, California, family members heard the stories of survivors at Sherman Indian High School, one of a handful of remaining government-funded boarding schools, where today native cultures are embraced instead of suppressed.
U.S. Secretary of the Interior Deb Haaland and Assistant Secretary Bryan Newland, both Native Americans, came to listen as part of the department's year-long tour called “The Road to Healing.”
Curiosity brought one woman.
Mavany Calac belongs to the Rincon Band of Luiseño
“I’m here because I wanted to see where my grandparents went to school, where they were taken, and also where my dad was born.”
Her grandparents fell in love here, and her family adopted a strategy to fight prejudice.
Mavany Calac Verdugo, Rincon Band of Luiseño Indians
“They came out of the situation basically saying, 'Well, the white man won the war, and maybe the only way to end discrimination for our kids would be education.'”
Some stories ended badly. About 60 former Sherman Indian High School students who died while attending the school are buried in a nearby cemetery, victims through the years of disease or accidents. At some Indian schools, students were the victims of abuse.
But Erica Ben, a Navajo and more recent student here, says her time at the school expanded her horizons. She’s working on a doctorate in the field of Native education.
Erica Ben, Former Student
“I never really encountered anybody other than Navajo, so when I came here and the school was open to all students all across the nation, that was my actual first time interacting with other Native tribes, and for me, that was an experience I’m not going to forget.”
Greg Calac of the Luiseño Indians sees renewed interest in the traditions among young people.
Greg Calac, Rincon Band of Luiseño Indians
“All four of my children are participating in the cultural things that our tribe is offering, including basket weaving, including language, beading and such.”
Like many Native Americans, they're re-embracing their culture and learning about a painful history of forced assimilation.