ອັຟການິສຖານ ເລີ້ມປຸກລະດົມ ການສັກຢາ​ລຶບລ້າງພະຍາດໂປລິໂອ ຢູ່ທົ່ວປະເທດ

ພະນັກງານສາທາລະນະສຸກຄົນນຶ່ງ ກຳລັງຢອດຢາກັນໂປລິໂອ ໃສ່ປາກເດັກນ້ອຍ ຢູ່ນະຄອນຫຼວງກາບູລ ອັຟການິສຖານ ວັນທີ 29 ມີນາ 2021.

ກະຊວງສາທາລະນະສຸກ​ຂອງອັຟການິສຖານ ​ທີ່​ບໍ​ລິ​ຫານ​ງານ​ໂດຍ​ກຸ່ມ​ຕາ​ລີ​ບານ ໄດ້
ປະກາດໃນວັນອາທິດວານນີ້ວ່າ ຈະເລີ້ມການປຸກລະດົມ ໃນການສັກຢາປ້ອງກັນໂປລິ
ໂອເປັນເວລາສີ່ມື້ ທີ່ແນການສັກຢາໃຫ້ແກ່ພວກເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ອີງຕາມ
ລາຍງານຂອງອົງການຂ່າວເອພີ.

ໃນໄລ​ຍະສາມປີທີ່ຜ່ານມາ ກ່ອນການຄວບຄຸມອັຟການິສຖານ ກຸ່ມຕາລິບານໄດ້ຫ້າມ
ບໍ່ໃຫ້ທີມຂອງສະຫະປະຊາຊາດ ປຸກລະດົມການສັກຢາຕາມບ້ານເຮືອນ ຢູ່ໃນບາງເຂດ
ຂອງປະເທດ ທີ່ຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາເຈົ້າ. ກຸ່ມດັ່ງ ກ່າວປາກົດວ່າ ມີ
ຄວາມສົງໄສຕໍ່ບັນດາທິມສະມາຊິກຂອງທີມສັກຢາ ທີ່ອາດຈະເປັນນັກສືບຂອງລັດຖະ
ບານຊຸດກ່ອນ ຫຼືຂອງປະເທດຕາເວັນຕົກ.

ເນື່ອງຈາກການຫ້າມ ແລະການສູ້ລົບທີ່​ດຳ​ເນີນຢູ່ນັ້ນ ພວກເດັກນ້ອຍຈຳນວນ 3 ລ້ານ
3 ແສນຄົນ ໃນໄລຍະສາມປີທີ່ຜ່ານມາ ຍັງບໍ່ທັນໄດ້ສັກຢາດັ່ງກ່າວເທື່ອ.

ດຣ. ກາລັນດາ ອີບາດ (Qalandar Ebad) ຮັກ​ສາການຊົ່ວຄາວ ລັດ​ຖະ​ມົນ​ຕີກະຊວງ
ສາທາລະນະສຸກຂອງກຸ່ມຕາລີບານ ກ່າວວ່າ “ປາດສະຈາກການສົງ ໄສໃດໆ ໂປລິໂອ
ແມ່ນພະຍາດທີ່ປາດສະຈາກການປິ່ນປົວ ຈະຂ້າເດັກນ້ອຍພວກເຮົາ ຫຼືເຮັດໃຫ້ເຂົາ
ເຈົ້າພິການຕະຫຼອດໄປ ເພາະສະນັ້ນ ໃນກໍລະນີນີ້ ມີທາງດຽວກໍຄື ສັ່ງໃຫ້ມີການສັກຢາ.”

ອັຟການິສຖານ ແລະປາກິສຖານທີ່​ເປັນ​ເພື່ອນ​ບ້ານ ເປັນພຽງ​ສອງປະເທດຢູ່ໃນໂລກ
ບ່ອນທີ່ໂປລິໂອຍັງມີຢູ່ ແລະພະຍາດສາມາດເຮັດໃຫ້ເປັນເປ້ຍລ່ອຍບາງພາກສ່ວນຢູ່
ໃນໝູ່ພວກເດັກນ້ອຍ. ນັບແຕ່ປີ 2010 ປະເທດໄດ້ປຸກລະດົມການສັກຢາຢູ່ເປັນປະຈຳ
ໂດຍສົ່ງພວກພະນັກງານພາກັນໄປແຕ່ລະເຮືອນ ເພື່ອສັກຢາໃຫ້ແກ່ພວກເດັກນ້ອຍ.
ສ່ວນໃຫຍ່ຂອງພະນັກງານແມ່ນແມ່ຍິງເພາະວ່າເຂົາ ເຈົ້າສາມາດເຂົ້າໄປຫາພວກແມ່
ແລະເດັກນ້ອຍໄດ້ດີກວ່າ.

ການປຸກລະດົມ​ໃນ​ການສັກຢາສີ່ມື້ ຈະເລີ້ມ​ໃນວັນຈັນມື້ນີ້ ແລະ​ມີຂຶ້ນຢູ່​ໃນທົ່ວປະ ທດ
ອີງຕາມຄຳເວົ້າຂອງ ດຣ ອີບາດ. ການຄາດຄະເນເປົ້າໝາຍຂອງປະຊາ ຊົນອັຟກາ
ນິສຖານ 10 ລ້ານຄົນ ທີ່ເປັນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຮວມທັງ ຫຼາຍກວ່າ 3 ລ້ານ
3 ແສນຄົນຜູ້ທີ່ບໍ່ສາມາດເຂົ້າໄປເຖິງນັບແຕ່ປີ 2018 ເປັນຕົ້ນມາ.

ທ່ານເນັກ ວາລີ ຊາ ໂມມິນ (Nek Wali Shah Momin) ເຈົ້າໜ້າທີ່ກະຊວງ ສາທາລະ
ນະສຸກໃນພະແນກລືບລ້າງພະຍາດໂປລິໂອ ກ່າວວ່າ “ການສັກຢາໃຫ້ແກ່ພວກເດັກນ້ອຍ
ທີີ່ມີອາຍຸຕໍ່າກວ່າຫ້າປີຢູ່ໃນປະເທດ ລະຫວ່າງວັນຂອງການສັກຢາຢູ່ທົ່ວປະເທດເປັນໜ້າ
ທີ່ວຽກການທີ່ໃຫຍ່ຫຼວງ. ເປັນໄປບໍ່ໄດ້ທີ່ກະຊວງສາ ທາລະນະສຸກຄົນດຽວຈະເສັດສິ້ນ
ໜ້າທີ່ວຽກງານດັ່ງກ່າວໄດ້ຢ່າງສຳເລັດ ເພາະ ສະນັ້ນພວກເຮົາຕ້ອງການ ການສະໜັບ
ສະໜູນຈາກທຸກກະຊວງທັງໝົດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ