ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໃນຄຳປາໄສປະຈຳສັ ປະດາຂອງທ່ານໃນວັນເສົາມື້ນີ້ ໄດ້ກ່າວເຖິງໃນອັນທີ່ບັນລະຍາຍວ່າ ເປັນ “ສັນຍາລັກໃໝ່ສຸດຂອງຊາວອາເມຣິກັນ ທີ່ສະໜາມຫຼວງແຫ່ງຊາດຄືຫໍພິພິດທະພັນແຫ່ງຊາດກ່ຽວກັບປະຫວັດ ສາດ ແລະວັດທະນາທຳ ຂອງອາເມຣິກັນເຊື້ອສາຍອາຟຣິກາ.”
ປະທານາທິບໍດີ Barack Obama ມາເຖິງພິທີເປີດຕ້ອນຮັບ ຫໍພິພິດທະພັນແຫ່ງຊາດ ປະຫວັດສາດ ແລະວັດທະນາທຳ ອາເມຣິກັນເຊື້ອສາຍອາຟຣິກາ.
ປະທານາທິບໍດີ Obama ກ່າວວ່າ ຫໍພິພິດທະພັນ ຊຶ່ງຈະເປີດຢ່າງເປັນທາງການໃນວັນເສົາມື້ນີ້ “ບອກໃຫ້ຮູ້ເຖິງປະຫວັດສາດອາເມຣິກາ ທີ່ບໍ່ໄດ້ຮັບການອະທິບາຍໃນປະເທດຂອງເຮົາຢ່າງແຈ່ມແຈ້ງສະເໝີໄປ.”
ຮູບປັ້ນຂອງປີ 1968 ນັກກິລາໂອລິມປິກ ພະລັງດຳ ທີ່ຖືກວາງສະແດງ.
ປະທານາທິບໍດີກ່າວວ່າ “ໃນນາມບຸກຄົນຜູ້ນຶ່ງ ພວກເຮົາມີສິດບອກເລົ່າປະຫວັດອັນຍິ່ງໃຫຍ່ຂອງຜູ້ກໍ່ຕັ້ງປະເທດນີ້. ແຕ່ວ່າມັກຈະເກີດຂຶ້ນຢູ່ເລື້ອຍໆຕັ້ງໃຈຫລືບໍ່ນັ້ນ ພວກເຮົາໄດ້ເລືອກເອົາການບໍ່ບອກເລົ່າ ຫລືບໍ່ຫົວຊາກັບປະສົບການທັງໝົດຂອງຫລາຍໆລ້ານຄົນ ເໜືອຄົນອື່ນອີກຫລາຍລ້ານ.”
ປະທານາທິບໍດີ Obama ກ່າວວ່າ “ເພາະສະນັ້ນ ມັນເໝາະສົມທັງໝົດທີ່ພວກເຮົາບອກເລົ່າປະຫວັດຢູ່ ສະໜາມຫລວງແຫ່ງຊາດ ບ່ອນດຽວກັນກັບພວກເຮົາບອກເລົ່າປະຫວັດຕ່າງໆ ຂອງທ່ານ Washington ແລະທ່ານ Jefferson ແລະເອກກະລາດຂອງພວກເຮົາ.”
ບ້ວງໃສ່ຂາຄູ່ນຶ່ງຂອງພວກເປັນຂ້າທາດ ຖືກວາງສະແດງຢູ່ໃນຫໍພິພິດທະພັນ.
ໃນວັນສຸກວານນີ້ ປະທານາທິບໍດີ ໄດ້ກ່າວຕໍ່ແຂກຜູ້ມີກຽດກຸ່ມນຶ່ງ ປະມານ 700 ຄົນຢູ່່ຫ້ອງປະຊຸມໃຫຍ່ຂອງທຳນຽບຂາວ ທີ່ໄດ້ພາການມາເຕົ້າໂຮມສະຫຼອງການເປີດຫໍພິພິດທະພັນ ທີ່ “ເປັນເວລາອັນໜ້າເພິງພໍໃຈ.”
ເຄື່ອງນຸ່ງຂອງທ່ານນາງ Rosa Parks ນັກເຄື່ອນໄຫວສິດທິມະນຸດ ໄດ້ຖືກນຳມາວາງສະແດງ.
ຝູງຊົນ ຊຶ່ງຫລາຍໆຄົນເປັນຊາວອາເມຣິກັນເຊື້ອສາຍອາຟຣິກາ ພາກັນຫົວຢ່າງມ່ວນຊື່ນ ແລະຕົບມືຕໍ່ການກ່າວທີ່ຫລຸດກວ່າຄວາມເປັນຈິງ.
ຮູບປັ້ນນາງ Clara Brown ຜູ້ທີ່ເກີດມາເປັນຂ້າທາດ ຢູ່ໃນລັດ Virginia ໃນປີ 1800 ທີ່ຖືກວາງສະແດງ.
ເມືອງ Charlotte ລັດ North Carolina ໄດ້ເກີດເຫດການສັ່ນສະເທືອນໃນ ການປະທ້ວງມາໄດ້ຫລາຍຄືນແລ້ວ ຫລັງຈາກຕຳຫລວດ ໄດ້ຍິງຜູ້ຊາຍຜິວດຳເສຍຊີວິດໃນວັນອັງຄານທີ່ຜ່ານມາ. ໃນອາທິດທີ່ຜ່ານມານີ້ເຊັ່ນດຽວກັນ ສານຢູ່ທີ່ເມືອງ Tulsa ລັດ Oklahoma ໄດ້ກ່າວຫາຕຳຫລວດຜີວຂາວຄົນນຶ່ງໃນຂໍ້ຫາສັງຫານຄົນ ຫລັງຈາກນາງໄດ້ຍິງສັງຫານຜູ້ຊາຍຄົນດຳທີ່ບໍ່ມີອາວຸດຄົນນຶ່ງ ຕາຍ ເມື່ອຫລາຍມື້ກ່ອນໜ້ານັ້ນ.
ລົດຂອງທ່ານ Chuck Berry, 1973 Cadillac Eldorado ໄດ້ຖືກນຳມາວາງສະແດງ.
ໃນຄຳປາໄສ ທີ່ຍັງດຳເນີນຕໍ່ມານັ້ນ ປະທານາທິບໍດີ Obama ກ່າວວ່າ “ໃນຫລາຍໆດ້ານ ມັນເປັນເວລາດີທີ່ສຸດ. ແຕ່ໃນຫລາຍໆດ້ານ ຍັງເປັນເວລາທີ່ມີບັນຫາຫລາຍຢູ່. ປະຫວັດສາດບໍ່ເຄື່ອນໄຫວແບບເປັນເສັ້ນຊື່ຢູ່ສະເໝີໄປ. ແລະຖ້າບໍ່ມີການເຝົ້າລະວັງແລ້ວ ພວກເຮົາສາມາດກັບຄືນຫຼັງ ພ້ອມທັງເດີນໄປໜ້າໄດ້.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Obama Speaks to Racial Tensions at Celebration of African-American History Museum