ນັກຮ້ອງໜຸ່ມນ້ອຍ ແຂ່ງຂັນ ຮ້ອງເພງຊາດອາເມຣິກາ ສະຫລອງວັນເອກະລາດ (ວີໂດໂອລາວ/ອັງກິດ)

  • ທອງປານ ເທບວົງສາ
ວັນ​ທີ 4 ກໍລະກົດ ​ທຸກໆ​ປີ ຊາວ​ອາ​ເມຣິກັນ​ພາກັນ​ສະ​ເຫຼີ​ມສະຫຼອງວັນເອກະລາດ ດ້ວຍ​ພິທີ​ ແຫ່​ຂະ​ບວນ​ເດີນສວນສະໜາມ ຈູດ​ກະ​​ໂພ​ກ​ແລະບັ້ງ​ໄຟ​ດອກ ແລະ​ຢູ່​ໃນ​ບາງ​ປະຊາ​ຄົມ​ນັ້ນ ກໍ​ມີ​ການຈັດ​ງານ​ສະ​ແດງ​ດົນຕີ​ກັນ ດ້ວຍ​ແນວ​ເພງ​ທີ່​ສະ​ແດງ​ຄວາມ​ຮັກ​ຊາດ. ຢູ່​ລັດ​ແມຣີ​ແລນ​ດ໌ ທີ່ເມືອງ​ບາ​ລຕິ​ມໍ ປະມານ 95 ກິ​ໂລ​ແມດ​ຫ່າງ​ຈາກ​ນະຄອນຫຼວງ​ວໍ​ຊິງ​ຕັນ​ດີ​ຊີ​ ໄປ​ທາງ​ທິດ​ເໜືອ, ວົງ​ດົນຕີ​ປະສານ​ສຽງແຫ່ງເມືອງ​ບາ​ລຕິ​ມໍ ຫຼື the Baltimore Symphony Orchestra ​​ສະ​ແດງ​ຄອນ​ເສີຕກາງ​ແຈ້ງ ພາຍ​ໃຕ້​ດວງ​ດາວ ​ໃຫ້​ຄົນ​ເບິ່ງ​ຊົມ​ເປັນ​ປະ​ຈໍາ​ທຸກໆ​ປີ ​ໃນ​ວັນ​ສະຫລອງ​ເອກລາດ. ລາຍການ​ສະ​ແດງ​​ປີ​ນີ້ ​ແມ່ນ​ຈະ​ເລີ່ມດ້ວຍສາວນ້ອຍ​ຄົນນຶ່ງ ​ຮ້ອງ​​​ເພງ the Star Spangled Banner ຫລືເພງຊາດຂອງອາ​ເມຣິກາ. ນັກ​ຮ້ອງ​​ສາວ​ນ້ອຍ ຄົນ​ນີ້ ໄດ້ຖືກ​ຄັດ​ເລືອກ​ເມື່ອ​ເດືອນ​ເມສາ​ຜ່ານ​ມາ ໃນ​ການ​ແຂ່ງຂັນ​ປະ​ກວດ​ຮ້ອງ​ເພງ​ຄັ້ງ​ໃຫຍ່​ຄັ້ງນຶ່ງ. ທອງ​ປານ ມີ​ເລຶ່ອງນີ້​ມາ ສະ​ເໜີ​ທ່ານ​.

ເບິ່ງວີດີໂອພາສາລາວ:

​ເພງ​ຊາດ ນັບ​ວ່າ​ເປັນ​ເພງ​ທີ່​ຮ້ອງ​ຍາກ​ແລະ​ທ້າ​ທາຍ​ພໍ​ສົມຄວນ ແຕ່ນັກ​ຮ້ອງ​ໜຸ່ມ​ນ້ອຍ​ 20
ກວ່າ​ຄົນ ອາຍຸ​ແຕ່ 8 ຫາ 17 ປີ ​ໄດ້ທຸ່​ມເທ​ຄວາມ​ພະຍາ ຍາມ​ຢ່າງ​ສຸດ​ຝີ​ມື ​ໃນ​ການ​ແຂ່ງຂັນ
​ເພື່ອ​ໃຫ້ໄດ້​ມີໂອກາດຮ້ອງ​ເພງ​ຊາດ​ນີ້ ຮ່ວມ​ກັບ​ວົງ​ດົນຕີ​ປະສານ​ສຽງ Baltimore
Symphony Orchestra. Laura Farmer ກໍາມະການ​ຕັດສິນ​ຄົນ​ນຶ່ງ ​ກ່າວ​ວ່າ:

“ພວກເຮົາມີກໍາມະການສີ່ຄົນດ້ວຍການ ທີ່ຕັດສິນໃຫ້ຄະແນນພວກນັກຮ້ອງ ຈາກການ
ຊົງຕົວແລະ
ຄວາມສາມາດໃນການຮ້ອງຂອງພວກເຂົາເຈົ້າ ເຊັ່ນ ລູກຄໍ ນໍ້າສຽງ ລີລາການ
ຮ້ອງ ການວາງຕົວເທິງເວທີ ແລະ
ຄວາມແຮງຂອງການເປັ່ງສຽງ ເພາະວ່າພວກເຂົາເຈົ້າ
ຕ້ອງເປັ່ງສຽງແຮງ ໃຫ້
ກ້ອງ​ກັງວານ ກ່ວາສຽງດັງຂອງວົງດົນຕີ.

ຜູ້ຊະນະປະກວດຮ້ອງເພງປີນີ້ ຊຶ່ງ​ໄດ້​ແກ່​ສາວ​ນ້ອຍ Cassidy Hamilton ນັ້ນ ກໍໜ້າຈະບໍ່ມີ
ບັນຫາ​ໃດໆ. ນາງ​ກ່າວ​ວ່າ:

“ຂ້ອຍຄິດວ່າ ຂ້ອຍເລິ່ມມີໃຈມັກດົນຕີ ຕັ້ງ​ແຕ່​ຍັງ​ນ້ອຍໆ ຕອນຮຽນຢູ່ປະຖົມສຶກສາ ແຕ່
ຂ້ອຍຄິດວ່າ
ຕອນຂ້ອຍ​ມີອາຍຸໄດ້ປະມານ 14 ປີນັ້ນ ຂ້ອຍຈຶ່ງຮູ້ສຶກ​ແທ້ໆວ່າ ນີ້ຄືສິ່ງທີ່
ຂ້ອຍຢາກຈະເຮັດໄປຕະຫລອດຊີວິດ.”

ສາວນ້ອຍ Cassidy ຊຶ່ງມາຈາກເມືອງນຶ່ງນອກ Annapolis ເມືອງຫຼວງຂອງລັດແມຣີແລນດ໌
ຮຽນຮ້ອງເພງກັບ Larry Friedman ທີ່ກ່າວວ່າ ນີ້ມັນເປັນໂອກາດອັນຍິ່ງໃຫຍ່ສໍາລັບສາວ
ນ້ອຍ Cassidy. Larry ​ເວົ້າ​ວ່າ

“ບໍ່ມີຫຼາຍຄົນປານໃດ ອາຍຸສໍ່ານາງ ທີ່ມີໂອກາດ​ໄດ້ຮ້ອງເພງກັບວົງດົນຕີ​ໃຫຍ່
Symphony Orchestra
.

ສາວນ້ອຍ ອະດາເລຍ ຮິມເມນເນຊ ຊຶ່ງໄດ້ຮັບໂອກາດແບບນີ້ເມື່ອສາມປີຜ່ານມາ ເວລານາງ
ມີອາຍຸໄດ້ 11 ນັ້ນ ​ໃຫ້ຄໍາແນະນໍາ​ແກ່ Cassidy ວ່າ:

“ບໍ່ຕ້ອງຕື່ນເຕ້ນ ຕ້ອງມ່ວນຊື່ນ ເພາະວ່າບຸດ​ດຽວ ມັນກໍຈົບລົງ​ແລ້ວ. ຂ້ອຍຢາກ​ມີ
​ໂອກາດ​
ໄດ້ຮ້ອງແບບນີ້ອີກ.

ນັບແຕ່ນັ້ນມາ ອະດາເລຍ ກໍໄດ້ຂຶ້ນເວທີຮ້ອງເພງຫຼາຍໆຄັ້ງ ບໍ່ແມ່ນໄດ້ຮ້ອງ​ແຕ່​ກັບວົງ
Baltimore Symphony Orchestra ວົງດຽວເທົ່ານັ້ນ.

ຄັ້ງນີ້ຈະບໍ່ແມ່ນການສະແດງຮ້ອງເພງຕໍ່ໜ້າ​ຜູ້​ຊົມເທື່ອທໍາອິດຂອງສາວ​ນ້ອຍຄາສິດີ ແຕ່ນາງ
ກໍຮູ້ດີວ່າ ມັນຈະ​ເປັນ​ຄັ້ງ​ທີ່ພິເສດຫຼາຍ.

“ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍ ບໍ່ຄິດບໍ່ຝັນເລີຍວ່າ ຈະມີໂອກາດແບບນີ້.”

ເບິ່ງວີດີໂອ ພາສາອັງກິດ: