ອົງການ NASA ເປີດເຜີຍລາຍຊື່ຈຸບິນ ສໍາລັບພາລະກິດ ການບິນອ້ອມດວງເດືອນ ໃນປີ 2024

ຊຸດອະວະກາດໃໝ່ ເຊິ່ງມີແຜ່ນທຸງສະຫະລັດຕິດຢູ່ ປາກົດໃຫ້ເຫັນໃນລະຫວ່າງງານ Axiom Space Artemis III Lunar Spacesuit ຢູ່ທີ່ສູນກາງອະວະກາດຮຸສຕັນ ໃນນະຄອນຮຸສຕັນ, ລັດເທັກຊັສ, ວັນທີ 15 ມີນາ 2023.

ອົງການ NASA ໄດ້ເປີດເຜີຍລາຍຊື່ ຂອງນັກບິນອະວາກາດ ໃນວັນຈັນມື້ນີ້, ເຊິ່ງມີຊາວອາເມຣິກັນສາມຄົນ ແລະຊາວການາດານຶ່ງຄົນ ໂດຍທັງສາມຄົນນັ້ນຈະ​ທຳການບິນອ້ອມດວງເດືອນໃນປີໜ້າ, ອັນເປັນການເລີ້ມຕົ້ນ ໃນການສົ່ງມະ ນຸດກັບຄືນໄປຢຽບ ພື້ນຜິວຂອງດວງເດືອນອີກຄັ້ງ ເຊິ່ງເປັນເທື່ອທໍາອິດໃນຮອບເຄິ່ງສັດຕະວັດ, ອີງຕາມລາຍງານຂອງອົງການຂ່າວ AFP.

Your browser doesn’t support HTML5

NASA’s Artemis Moon Missions Promise Diverse Crews

ພາລະກິດ ອາເຕມິສ 2 ມີກໍານົດທີ່ຈະເລີ້ມ​ການປະຕິບັດງານ ໃນເດືອນພະຈິກ ປີ 2024 ພ້ອມດ້ວຍຈຸບິນ 4 ຄົນ ທີ່ຈະພາກັນບິນອ້ອມຮອບດວງເດືອນ, ແຕ່ບໍ່ໄດ້ລົງຈອດ ຢູ່ທີ່ນັ້ນ.

​ອັນເປັນສ່ວນນຶ່ງຂອງໂຄງການອາເຕມິສ, ອົງການ NASA ມີເປົ້າໝາຍທີ່ຈະສົ່ງນັກບິນອະວະກາດໄປດວງເດືອນໃນປີ 2025, ເຊິ່ງເປັນໄລຍະເວລາຫຼາຍກວ່າ 5 ທົດສະຫວັດ ລຸນຫຼັງ​ການ​ປະ​ຕິ​ບັດພາລະກິດຄັ້ງປະຫວັດສາດຂອງຍານ Apollo ສິ້ນສຸດລົງໃນປີ 1972.

Your browser doesn’t support HTML5

NASA Hails Successful Conclusion of Artemis 1 Mission

ນອກ​ຈາກການສົ່ງແມ່ຍິງຄົນທໍາອິດແລະຄົນຜິວ​ດຳຜູ້ທໍາອິດໄປດວງເດືອນ, ອົງ ການອະວະກາດຂອງສະຫະລັດ ຍັງຫວັງທີ່​ຈະ​ສ້າງ​ຕັ້ງ ​ການ​ມີ​ໜ້າ​ຂອງມະນຸດຢ່າງ​ເປັນ​ການ​ຖາ​ວອນ ຢູ່ເທິງດວງເດືອນ ແລະທ້າຍທີ່ສຸດ ກໍຈະອອກເດີນທາງໄປດາວພະອັງຄານຕໍ່.

ຜູ້ບໍລິຫານອົງການ NASA ທ່ານບີລ ເນລຊັນ ກ່າວໃນອາທິດນີ້ຢູ່ທີ່ “What’s Next Summit” ເຊິ່ງເປັນເຈົ້າພາບຈັດໂດຍອາຊຽສ (Axios) ​ທີ່​ທ່ານຄາດ​ວ່າ ຈະ​ມີ​ການ​ສົ່ງ​ຍານ ​ທີ່​ມີ​ມະ​ນຸດໄປດາວອັງ​ຄານ ພາຍໃນປີ 2040.

ອ່ານຂ່າວນີ້ເປັນພາສາອັງກິດ