ອົງການອະວາກາດຂອງສະຫະລັດ ມີກຳນົດເປີດເຜີຍບັນດາພາບສີແບບສົມບູນ ຈາກກ້ອງໂທລະທັດ ເຈມສ໌ ເວັບ ສເປສ (James Webb Space) ໃນມື້ວັນອັງຄານນີ້, ນຶ່ງມື້ລຸນຫຼັງທີ່ໄດ້ມີການແບ່ງປັນພາບສີແບບຄົບຖ້ວນສົມບູນ ເຊິ່ງໄດ້ສະແດງໃຫ້ເຫັນບັນດາດາວ ແລະກາແລັກຊີຕ່າງໆ ຈາກເຂດທີ່ເລິກເຂົ້າໄປໃນລະບົບຈັກກະວານ ຫຼາຍກວ່າທີ່ເຄີຍໄດ້ເຫັນມາກ່ອນ.
ໃນລະຫວ່າງການຖະແຫຼງຂ່າວທີ່ທໍານຽບຂາວໃນມື້ວັນຈັນວານນີ້ ເພື່ອເປີດເຜີຍຮູບພາບທໍາອິດຈາກອົງການ NASA, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວວ່າ ກ້ອງໂທລະທັດແມ່ນ “ປ່ອງຢ້ຽມອັນໃໝ່ເພື່ອເຂົ້າສູ່ປະຫວັດສາດຂອງລະບົບຈັກກະວານພວກເຮົາ.”
ກ້ອງໂທລະທັດລາຄາ 10 ຕື້ໂດລາ, ເປັນກ້ອງໂທລະທັດທີ່ໃຫຍ່ທີ່ສຸດ ແລະມີພະລັງທີ່ສຸດເທົ່າທີ່ເຄີຍມີມາ ໄດ້ຖືກປ່ອຍຂຶ້ນສູ່ອະວາກາດ ໂດຍສາມາດສ່ອງເຂົ້າໄປໃນກຸ່ມໝູ່ດາວຕ່າງໆຢູ່ໃນລະບົບຈັກກະວານໄດ້ໄກກວ່າກ້ອງອື່ນໆທີ່ເຄີຍໃຊ້ມາ.
ນັກວິທະຍາສາດໄດ້ອະທິບາຍກ້ອງໂທລະທັດດັ່ງກ່າວວ່າ ເປັນການມອງກັບຄືນຫຼັງ, ເນື່ອງຈາກວ່າ ມັນສາມາດແນມເຫັນລະບົບກາແລັກຊີຕ່າງໆຢູ່ໄກຫຼາຍ ຊຶ່ງແສງຈາກບັນດາກາແລັກຊີເຫຼົ່ານັ້ນ ໃຊ້ເວລາຫຼາຍພັນລ້ານປີແສງເພື່ອໄປເຖິງກ້ອງໂທລະທັດ.
ປະທານາທິບໍດີ ໂຈ ໄບເດັນ ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວຂອງອົງການ NASA ກ່ຽວກັບຮູບພາບທໍາອິດຈາກກ້ອງໂທລະທັດ ເວັບ ສເປກ, ເປັນຮູບຖ່າຍລັງສີຄວາມຮ້ອນ ທີ່ມີຄວາມລະອຽດສູງສຸດ ເທົ່າທີ່ເຄີຍຖ່າຍມາໃນລະບົບຈັກກະວານ, ຢູ່ທີ່ຕຶກທໍານຽບຂາວ, ເມື່ອວັນທີ 11 ກໍລະກົດ 2022.
ຜູ້ບໍລິຫານອົງການ NASA ທ່ານບີລ ເນລຊັນ (Bill Nelson), ເຊິ່ງໄດ້ເຂົ້າຮ່ວມຖະແຫຼງຂ່າວພ້ອມກັບປະທານາທິບໍດີ ໄບເດັນ ແລະຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ກ່າວວ່າ “ການເດີນທາງຂອງແສງຢູ່ທີ່ 186,000 ໄມລ໌ ຕໍ່ວິນາທີ. ແລະແສງທີ່ພວກເຈົ້າເຫັນໃນນຶ່ງຂອງແສງນ້ອຍໆ ໃນລາຍລະອຽດຕ່າງໆເຫຼົ່ານັ້ນ (ຢູ່ໃນຮູບ) ແມ່ນມີການເດີນທາງຫຼາຍກວ່າ 13 ພັນລ້ານປີ.”