ອົງ​ການ​ນາ​ຊາ ປະ​ກາດ​ວ່າ ໂຄງ​ການ​ອາ​ວະ​ກາດ​ ສຳ​ລັບ​ເອກ​ກະ​ຊົນ ແມ່ນ​ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້

ນັກ​ທີ່ອງ​ທ່ຽວ ພາ​ກັນ​ຖ່າຍ​ຮູບ​ກັບ​ກັບ​ປ້າຍ​ຂອງ​ອົງ​ການ​ນາ​ຊາ ​ທີ່​ສະ​ຖາ​ນີ​ອາ​ວະ​ກາດ Kennedy Space Center, ​ເມືອງ Cape Canaveral, ລັດ ຟ​ລິ​ຣີ​ດາ.

​ຜູ້​ໃດກໍ​ຕາມທີ່ເຄີຍໄຝ່ຝັນຢາກເປັນ​ນັກ​ບິນອາ​ວະ​ກາດແຕ່ຕອນ​ຍັງນ້ອຍ ເມື່ອໃຫຍ່
​ຂຶ້ນ​ມາກໍ​ໄດ້​ຄອງ​ຄອຍຖ້າໂອ​ກາດດ້ວຍ​ໃຈ​ຈົດ​ຈໍ່ ທີ່ຈະ​ໄດ້ຫລຽວ​ເບິ່ງ​ໂລກອັນ​ເຫຼື້ອມໆ​
ຂອງ​ພວກ​ເຮົາ ຢູ່ເທິງ​ອະ​ວະ​ກາດ. ດຽວ​ນີ້ ມີ​ການ​ປ່ຽນ​ແປງ​ຢ່າງ​ໜ້າ​ເຫລືອ​ເຊື່ອ,
ອົງ​ການ​ນາ​ຊາຂອງ​ສະ​ຫະ​ລັດ ໄດ້​ຕົກ​ລົງ​ອະ​ນຸ​ຍາດໃຫ້​ບຸກ​ຄົນ​ທົ່ວ​ໄປ ໃຊ້​ເວ​ລາ​ຢູ່
​ໃນ​ສະ​ຖາ​ນີ​ອາ​ລະ​ກາດ​ນາໆ​ຊາດໄດ້ແລ້ວ. ແຕ່ວ່າ​ ມັນ​ກໍ​ມີຄ່າ​ໃຊ້​ຈ່າຍ​ທີ່ບໍ່​ຖືກ​ເລີຍ.
ນັກ​ຂ່າວ​ຂອງວີ​ໂອ​ເອ Kevin Enochs ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ວັນ​ນະ​ສອນ
​ຈະ​ນຳລາຍ​ລະ​ອຽດ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ລາຍ​ງານ​ກ່ຽວ​ກັບ ອົງ​ການ​ນາ​ຊາ​ອະ​ນຸ​ຍາດ​ໃຫ້​ນັກ​ບິນ​ອາ​ວະ​ກາດ​ສ່ວນ​ບຸກ​ຄົນ ເດີນ​ທາງ​ໄປ​ຍັງ​ສະ​ຖາ​ນີອາ​ວະ​ກາດນາໆ​ຊາດແລ້ວ

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່ມີ​ຄວາມເປັນ​ໄປ​ໄດ້​ຫລາຍນັ້ນ, ອົງ​ການ​ນາ​ຊາຂອງ​
ສະ​ຫະ​ລັດໄດ້​ປະ​ກາດ​ຂ່າວໃຫຍ່ລະດັບ​ໂລກອັນ​ນີ້.

ທ່ານ Jeff Dewitt,ຫົວ​ໜ້າເຈົ້າ​ໜ້າ​ທີ່ການ​ເງິນ​ຂອງ​ອົງ​ການ​ນາ​ຊາ (NASA) ກ່າວ​ວ່າ:
“​ອົງ​ການ​ນາ​ຊາແມ່ນ​ໄດ້​ເປີດ​ສະ​ຖາ​ນີ​ອະ​ວະ​ກາດສາ​ກົນໃຫ້ມີ​ໂອ​ກາດທາງ​ດ້ານ
​ການ​ຄ້າ ແລະທຳ​ການ​ຕະ​ຫຼາດໂຄ​ສະ​ນະ​ໃຫ້​ຄົນ​ຮູ້​ກ່ຽວ​ກັບ​ໂອ​ກາດ​ເຫລົ່າ​ນີ້
ໃນ​ຂະ​ນະ​ທີ່​ ພວກ​ເຮົາບໍ່​ເຄີຍ​ເຮັດ​ແບບ​ນີ້​ມາ​ກ່ອນ. ພວກ​ເຮົາ​ກຳ​ລັງ​ປະ​ກາດ
ໃຫ້​ນັກ​ອະວະ​ກາດສ່ວນບຸກ​ຄົນ ສາ​ມາດ​ໄປ​ຢ້ຽມ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ
ໂດຍ​ໃຊ້​ຍານ​ອະ​ວະ​ກາດ​ຂອງ​ສະ​ຫະ​ລັດ ແລະໃຫ້​ພວກ​ບໍ​ລິ​ສັດເຮັດ​ກິດ​ຈະ​ກຳ​
ຕ່າງໆ ທາງ​ການ​ຄ້າ​ຢູ່ທີ່ສະ​ຖາ​ນີ​ອະ​ວະ​ກາດສາ​ກົນ​ເພື່ອ​ຫາ​ຜົນ​ກຳ​ໄລໄດ້.

ໃນໄລ​ຍະ​ໃດ​ນຶ່ງ​ຂອງ​ປີ 2020 ຈະ​ມາ​ເຖິງນີ້ອົງ​ການ​ນາ​ຊາຄາດ​ຫວັງວ່າ ​ຈະ​ເລີ້ມ
​ອະ​ນຸ​ຍາດ​ໃຫ້​ນັກ​ບິນ​ອະວະ​ກາດທີ່​ເປັນ​ສ່ວນ​ບຸກ​ຄົນສອງ​ທ່ານຕໍ່​ປີທີ່​ຈະຖືກ ເອົາ​ບິນ
​ຈາກ​ໂລກ​ມະ​ນຸດຂຶ້ນ​ໄປ ແລະໃຊ້​ເວ​ລາ​ປະ​ມານ 30 ມື້ ຢູ່​ໃນ​ຍານ​ອາ​ວະ​ກາດ
ເພື່ອ​ຢ້ຽມ​ຊົມ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນຫລື​ ISS.

​ມັນ​ຈະ​ເປັນ​ການ​ປະ​ຢັດເງິນໄດ້​ຫລາຍສຳ​ລັບ​ອົງ​ການ​ນາ​ຊາ, ແຕ່​ວ່າ ມັນ​ຈະ​ຕ້ອງ
​ໃຊ້​ເງິນ​ຈຳ​ນວນ​ເປັນ​ລ້ານໆ​ໂດ​ລາ ສຳ​ລັບ​ນັກ​ບິນ​ອາ​ວະ​ກາດ​ທີ່ມີ​ຄວາມ​ປາດ​ຖະ​ໜາ
ຢາກ​ເຮັດ​ເຊັ່ນ​ນັ້ນ.

ພາບຈາກອົງການນາຊາ ທີ່ສະແດງໃຫ້ເຫັນຂະບວນບັນທຸກສຳ​ພາ​ລະ ໃນຂະນະທີ່ ໄປຮອດໄປເຖິງ ສະຖານີອາວະກາດນາໆຊາດ, 13 ທັນວາ 2016.

ທ່ານ Jeff Dewitt ກ່າວເພີ້ມ​ຕື່ມ​ວ່າ “ເມື່ອ​ພວກ​ເຂົາ​ເຈົ້າ​ໄປ​ຮອດ​ສະຖາ​ນີ​ອະ​ວະ​ກາດ
ສາ​ກົນແລ້ວ, ມັນ​ຈະຕ້ອງ​ມີ​ຄ່າ​ໃຊ້​ຈ່າຍ​ສຳ​ລັບ​ສະຖາ​ນີ​ດັ່ງ​ກ່າວ…ມັນ​ແບບ​ວ່າ…
ຖ້າ​ຫາກ​ທ່ານ​ຄິດເບິ່ງ​ລາ​ຄາ​ແລ້ວ ແລະ​ທ່ານ​ບວກມັນ​ເຂົ້າເປັນ​ຄ່າໃຊ້​ຈ່າຍ​ທັງ​ໝົດ,
ມັນ​ກໍຈະ​ເປັນ​ປະ​ມານ 35 ພັນໂດ​ລາຕໍ່​ຄືນ ສຳ​ລັບ​ນັກ​ບິນ​ອາ​ວະ​ກາດ ຄົນ​ນຶ່ງ ແຕ່​ວ່າ
ມັນ​ບໍ່​ໄດ້ມີ​ການ​ສະ​ສົມ​ຄະ​ແນນເພື່ອ​ເອົາ​ລາງວັນ ຄື​ກັນ​ກັບໂຮງ​ແຮມ​ Hilton ຫຼື
Marriott ເລີຍ.”

ນອກ​ເໜືອ​ໄປ​ຈາກ​ຄ່າ​ໃຊ້​ຈ່າຍ​ຂອງ​ແຕ່​ລະ​ຄືນ​ແລ້ວ, ​ນັກ​ບິນ​ອາ​ວະ​ກາດ​ມີ​ຄວາມ​ປາດ​
ຖະ​ນາ​ນັ້ນ ຍັງ​ຕ້ອງ​ຈ່າຍໃຫ້​ບໍ​ລິ​ສັດ​ໂບ​ອິ້ງ​ແລະ Space X, ຊຶ່ງ​ເປັນ​ສອງ​ບໍ​ລິ​ສັດທີ່​ຈະ​
ອະ​ນຸ​ຍາດສະ​ໜອງ​ພາ​ຫະ​ນະ​ໃຫ້​ຄົນຂີ່​ໄປຫາ ISS ອີກ​ດ້ວຍ ແລະ ການ​ເຮັດ​ແນວນັ້ນ
ກໍ​ອາດຈະຍິ່ງມີ​ຄ່າ​ໃຊ້​ຈ່າຍເພີ້ມສູງ​ຂຶ້ນ​ອີກ.

ທ່ານ Jeff Dewitt ກ່າວຕໍ່​ວ່າ “ການຂີ່​ຍານຂຶ້ນ​ໄປ​ຮອດ​ທີ່​ນັ້ນ, ດັ່ງ​ທີ່ທ່ານ​ຊາບ ຢູ່​ດຽວ​ນີ້,
ພວກ​ເຮົາ​ຈ່າ​ຍປະ​ມານ 80 ລ້ານ​ໂດ​ລາຕໍ່ນຶ່ງບ່ອນ​ນັ່ງ ​ສຳ​ລັບ ນັກ​ບິນ​ອາ​ວະ​ກາດ​ຂອງ​
ພວກ​ເຮົາ​ເພື່ອ​ເດີນ​ທາງ​ໄປທີ່ນັ້ນ. ຖ້າ​ຫາກ​ທ່ານ​ຄິ​ດ​ສະ​ເລ່ຍ​ແລ້ວ ໂຄງ​ການ​ຂອງ​
ນັກ​ບິນທາງ​ການ​ຄ້າ, ​ລາ​ຄາ​ຂອງ​ພວກ​ເຮົ​າກໍ​ແມ່ນ​ແມ່ນ​ຫຼຸດ​ລົງມາ​ຫາປະ​ມານ 58 ລ້ານ​
ໂດ​ລາ ຕໍ່ບ່ອນ​ນັ່ງ. ສະ​ນັ້ນ ໃນ​ທາງ​ທິດ​ສະ​ດີ​ແລ້ວ, ນັກ​ບິນ​ອາ​ວະ​ກາດເອກ​ກະ​ຊົນ,
ຂ້າ​ພະ​ເຈົ້າ​ຄາດ​ວ່າ ລາ​ຄາ​ກໍ​ຄົງ​ຢູ່​ປະ​ມານລະ​ດັບ​ນັ້ນຫລະ.”

ຜູ້​ໃດ​ກໍ​ຕາມ​ທີ່​ມີ​ເງິນ ແລະ​ຮູ້​ສຶກ​ຢາກ​ຈະເຮັດ​ເຊັ່ນ​ນີ້ ຕ້ອງ​ໄດ້​ຜ່ານສິ່ງ​ທີ່​ເອີ້ນ​ວ່າ ກວດ​ກາ
​ເລື້ອງ​ສຸ​ຂະ​ພາບທີ່​ເຂັ້ມ​ງວດ​ສົມ​ຄວນ​ກ່ອນ.

ແຕ່​ອົງ​ການ​ນາ​ຊາເວົ້າ​ວ່າ, ປ່ອຍໂອ​ກາດ​ໃຫ້​ພວກ​ບໍ​ລິ​ສັດ​ເອກ​ກະ​ຊົນ ແລະ​ຜູ້​ຄົນບິນ​ໄປ
​ເຖິງອະ​ວະ​ກາດ ຈະ​ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ເຈົ້າສາ​ມາດເລີ້ມຊອກ​ຫາຂໍ້​ມູນຕ່າງໆກ່ຽວ​ກັບ
​ອະ​ວະ​ກາດເພີ້​ມ​ຂຶ້ນ​ໄປ​ອີກ.

ທ່ານ Bill Gerstenmaier ຈາກ​ຫ້ອງ​ການຊອກ​ຄົ້ນ​ຫາ​ແລະດຳ​ເນີນ​ການ​ຂອງອົງ​
ການ​ນາ​ຊາກ່າວ​ວ່າ “ມັນ​ສະ​ແດງ​ໃຫ້​ເຫັນ​ວ່າ ອົງ​ການ​ນາ​ຊາແມ່ນກຳ​ລັງຈະປ່ອຍ​
ແລະຢາກ​ເບິ່ງວ່າພາກ​ເອກ​ກະ​ຊົນສາ​ມາດ​ທີ່​ຄວບ​ຄຸມວົງ​ໂຄຈອນອະ​ວະ​ກາດຢູ່
​ເບື້ອງ​ລຸ່ມໄດ້​ຫລືບໍ່ ເມື່ອ​ເວ​ລາ​ຜ່ານ​ໄປ ແລະນັ້ນ​ຄືວິ​ໄສ​ທັດ​ທີ່ກວ້າງ​ໄກ​ຂອງ​ພວກ​ເຮົາ
​ທີ່​ຈະກ້າວ​ໄປໃນ​ຕໍ່​ໜ້າ.”

​ໂຄງ​ການ​ທັງ​ຫຼາຍ​ ເຊັ່ນ​ການເອົາ​ມະ​ນຸດກັບ​ຄືນ​ໄປ​ຍັງ​ດວງ​ເດືອນ ພາຍ​ໃນ​ປີ 2024 ແລະຈາກນັ້ນກໍ​ໄປ​ຍັງດາວ​ພະອັງຄານ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຈຸບິນຂອງ SpaceX Crew Dragon ທີ່ເຫັນໃນພາບ, 03 ມີນາ 2019 ທີ່ມີຄວາມຍາວ 20 ແມັດ ຈາກສະຖານີອາວະກາດນາໆຊາດ ຮາໂມນີ.