ອົງການອະວະກາດ ຂອງສະຫະລັດ ຫຼື NASA ກ່າວວ່າ ຍານອະວະກາດສຳຫຼວດດາວ
ພະອັງຄານ ລຳຫຼ້າສຸດຂອງຕົນ ໄດ້ລົງຈອດເທິງດາວເຄາະສີແດງດັ່ງກ່າວດ້ວຍຄວາມ
ສຳເລັດ ພ້ອມດ້ວຍພາລະກິດທີ່ຈະສຳຫຼວດເລິກລົງໄປຈາກພື້ນຜິວຂອງດາວດັ່ງກ່າວ.
ຫລັງຈາກໄດ້ເດີນທາງຜ່ານອະວະກາດ ຫຼາຍຮ້ອຍລ້ານກິໂລແມັດເປັນເວລາ 6 ເດືອນ
ແລ້ວ ຍານສຳຫຼວດ ທີ່ມີຊື່ວ່າ ອິນໄຊທ໌ (InSight) ກໍໄດ້ລົງຈອດເທິງຜິວດາວພະອັງຄານ
ດ້ວຍຄວາມປອດໄພ ໃນວັນຈັນວານນີ້.
Your browser doesn’t support HTML5
Insight Lander Touches Down on Mars
ພວກນັກວິທະຍາສາດ ທີ່ຫ້ອງແລບ Jet Propulsion ທີ່ເມືອງ ປາຊາເດນາ ໃນລັດ
ແຄລີຟໍເນຍ ກໍໄດ້ພາກັນຮ້ອງເຊຍຂຶ້ນ ໃນຂະນະທີ່ພວກເຂົາເຈົ້າ ໄດ້ຮັບຂໍ້ມູນທີ່ສະແດງ
ໃຫ້ເຫັນວ່າ ຍານອະວະກາດດັ່ງກ່າວ ໄດ້ລອດພົ້ນຈາກການລົງຈອດ ທີ່ເປັນອັນຕະລາຍ
ເທິງດາວພະອັງຄານ ແລ້ວ.
ສູນກາງຄວບຄຸມຍານອະວະກາດ ກ່າວວ່າ “ການລົງຈອດໄດ້ຮັບການຢືນຢັນແລ້ວ.”
ບໍ່ເທົ່າໃດນາທີຕໍ່ມາ ສູນກາງຄວບຄຸມ ກໍໄດ້ຮັບຮູບພາບຂອງຍານ ທີ່ຫ້ອມລ້ອມດ້ວຍດິນ
ຂອງດາວພະອັງຄານ.
ຜູ້ທ່ຽວຊົມຄົນນຶ່ງ ກຳລັງບັນທຶກພາບຂອງຕົນເອງ ໃນຂະນະຢືນຢູ່ຕໍ່ໜ້າປ້າຍວາງສະແດງ ຂອງຍານອະວະກາດ ສຳຫຼວດດາວພະອັງຄານ ຂອງອົງການ NASA ຢູ່ໃນສະໜາມບິນ Lompoc ກ່ອນການ ຍິງຂຶ້ນສູ່ ອະວະກາດດ້ວຍຈະຫຼວດ ລຸ້ນ V ຂອງບໍລິສັດ United Launch Alliance Atlas ທີ່ຈະບັນທຸກ ຍານອະວະກາດສຳຫຼວດ InSight Mars lander ຂອງອົງການ NASA ຊຶ່ງໄດ້ຖະຍານຂຶ້ນຈາກ ຖານທັບອາກາດ Vandenberg ໃນລັດແຄລີຟໍເນຍ, ວັນທີ 5 ພຶດສະພາ 2018.
ຍານອະວະກາດ ອິນໄຊທ໌ ໄດ້ໃຊ້ເວລາທີ່ ສຳຄັນ 6 ນາທີເຄິ່ງ ຢູ່ໃນບັນຍາກາດ ຂອງ
ດາວພະອັງຄານ ເພື່ອລົງຈອດ. ໃນລະຫວ່າງ ຊ່ວງເວລາດັ່ງກ່າວ ຍານອິນໄຊທ໌ ໄດ້
ຫລຸດຄວາມໄວລົງ ຈາກ 19,300 ກິໂລແມັດຕໍ່ຊົ່ວໂມງ ມາເປັນ 8 ກິໂລແມັດຕໍ່ຊົ່ວໂມງ
ເວລາລົງ ເຖິງພື້ນດາວພະອັງຄານ. ເພື່ອຊ່ວຍໃນການລົງຈອດ ພວກນັກວິທະຍາສາດ
ໄດ້ຕິດຕັ້ງຈ້ອງ ໃຫ້ແກ່ ຍານອິນໄຊທ໌ ພ້ອມດ້ວຍເຄື່ອງຈັກນ້ອຍ ແລະຂາຂອງຍານທີ່
ເຮັດວຽກພິເສດ ເພື່ອຮອງຮັບການລົງຈອດດ້ວຍຄວາມນິ້ມນວນ.