ປີ 2014 ເປັນປີທີ່ ຮ້ອນເອົ້າທີ່ສຸດ ຂອງໂລກ ໃນຮອບ 135 ປີ

ນຳ້ກ້ອນເປື່ອຍ ຍ້ອນອຸນຫະພູມຮ້ອນເອົ້າຂຶ້ນຂອງໂລກ ຈາກ ແຜ່ນນ້ຳກ້ອນ Pastoruri ໃນເຂດເມືອງ Huaraz ປະເທດ Peru.

ການວິເຄາະທາງວິທະຍາສາດ​ ທີ່ເປັນອິດສະຫຼະຂອງສະຫະລັດ
2 ສະບັບ ​ທີ່ ພິມເຜີຍ​ແຜ່​ ​ໃນ​ວັນ​ສຸກ​ວານ​ນີ້​ ກ່າວວ່າ ​ປີ 2014​
ເປັນ​ປີ​ອົບເອົ້າທີ່​ສຸດ ​ໃນ​ປະ ຫວັດສາດ ນັບ​ແຕ່​ປີີ 1880 ​ເປັນ
ຕົ້ນມາ.

ບົດ​ວິ​ເຄາະກ່ຽວກັບອຸນຫະພູມເທິງໜ້າດິນ​ຂອງ​ໂລກ ​ໂດຍ​ບັນ
ດາ​ນັກວິ​ທະຍາ​ສາດ ຢູ່​ທີ່ສະຖາບັນການສຶກສາດ້ານອະວະກາດ
Goddard ຂອງອົງການ​ອະ ວະກາດສະຫະລັດ ຫລື NASA ທີ່
ນະຄອນ New York ​ແຈ້ງວ່າ ​ອຸນຫະພູມ ໂດຍສະ​ເລ່ຍ ຂອງ​ປີ
2014 ແມ່ນ 14.68 ອົງສາແຊ​ລເຊິ​ສຄື 1.22 ອົງສາ​ສູງກວ່າອັດ
ຕາສະ​ເລ່ຍຂອງ​ສັດ​ຕະວັດ​ທີ 20.

ສ່ວນອົງການ​ຄຸ້ມ​ຄອງມະຫາ​ສະມຸດ ​ແລະ​ບັນຍາກາດ ​ແຫ່ງ​ຊາດ ຫລື NOAA ຄຳນວນ​ວ່າ ອຸນຫະພູມໂດຍສະ​ເລ່ຍແລ້ວ ຕ່ຳກວ່ານີ້ໜ້ອຍ​ນຶ່ງ​ຢູ່ໃນລະດັບ 14.52 ອົງສາແຊ​ລເຊິ​ສ.

ທ່ານ John Grunsfeld ເຈົ້າ​ໜ້າ​ທີ່​ປົກຄອງ​ຮ່ວມຂອງພະແນກຄົ້ນຄວ້າວິທະ ຍາສາດ
ຂອງ​ອົງການ NASA ທີ່​ນະຄອນຫລວງວໍຊິ​ງຕັນ ກ່າວວ່າ ອົງການ NASA ແມ່ນຢູ່​ແຖວ
​ໜ້າ​ໃນການ​ສືບສວນ​ທາງ​ວິທະຍາສາດກ່ຽວກັບປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຂອງ​ໂລກ ໃນ
ຂອບເຂດທີ່ກວ້າງຂວາງ. ທ່ານເວົ້າວ່າ “ການ​ສັງ​ເກດໃນ​ລະ​ຍະ​ຍາວ​ກ່ຽວກັບທ່າອຽງ​ທີ່
ຄວາມ​ອົບເອົ້າຂຶ້ນ ​ແລະ​ໄດ້ຈັດໃຫ້​ປີ 2014 ​ເປັນ​ປີ​ທີ່ອົບເອົ້າ​ທີ່​ສຸດ​ໃນ​ປະຫວັດສາດ ​ຊຶ່ງ
ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນ​ສຳ ຫລັບອົງການ NASA ທີ່ຈະສຶກສາ​ກ່ຽວ​ກັບ​ລະບົບ
​ຂອງໂລກ​ໃຫ້​ເປັນ​ທີ່ລະ​ອຽດ ​ແລະ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ເພື່ອ​ໃຫ້​ເຂົ້າ​ໃຈ​ເຖິງ​ໜ້າ​ທີ່ ​ແລະ​
ຜົນ​ກະທົບ​ຂອງ ກິດຈະການທີ່​ມະນຸດເຮັດຂຶ້ນ.”

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ​ໃນ​ວັນ​ສຸກ ວານນີ້​ວ່າ “ສິ່ງ​
ທີ່​ປະຫລາດ​ນັ້ນກໍ​ຄື ມີໃຜ​ປະຫລາດ​ໃຈ​ບໍ່​ວ່າ ປີ 2014 ເປັນ​ປີ​ຮ້ອນ​ທີ່ສຸດ​ໃນ​ປະຫວັດສາດ.”
ທ່ານ​ກ່າວ​ວ່າ “ວິທະຍາສາດ ​ໄດ້​ຮ້ອງ​ໃສ່ພວກ​ເຮົາ​ມາ​ເປັນ​ເວລາ​ອັນ​ດົນ​ນານ​ແລ້ວ
ກ່ຽວກັບເລື່ອງນີ້.”

Your browser doesn’t support HTML5

2014 WARMEST YEAR SOTVO