ຍານອາວະກາດ Juno ຈະບິນເຂົ້າສູ່ ວົງໂຄຈອນ ດາວພະຫັດ ໃນໄວໆນີ້

Your browser doesn’t support HTML5

ຫຼັງຈາກການເດີນທາງເປັນເວລາ 5 ປີ, ຍານອາວະກາດ Juno ໄດ້ບິນເຂົ້າ​ໃກ້ຈຸດໝາຍປາຍ ທາງຂອງມັນແລ້ວ, ເຊິ່ງແມ່ນດາວພະຫັດ ຂະໜາດຍັກ, ບ່ອນທີ່ຍານ​ລຳ​ນີ້ຈະບິນ ເຂົ້າສູ່​ວົງ ໂຄຈອນ ແລະເລີ່ມສົ່ງຂໍ້ມູນກັບຄືນມາສູ່ໂລກ ໃນວັນທີ 4 ກໍລະກົດນີ້. ດັ່ງທີ່ນັກ ຂ່າວ Mark O’Sulivan ໄດ້ລາຍງານ ຈາກເມືອງ Pasadena ລັດ ຄາລີຟໍເນຍ, ຍານລຳດັ່ງກ່າວ ຈະບິນ ທະລຸເຂົ້າຂີ້ເຝື້ອທີ່ປົກຄຸມໜາ ຂອງດາວພະຫັດ ເພື່ອເປີດເຜີຍຄວາມລຶກ ລັບຂອງມັນ, ເຊິ່ງ ລາຍງານຈະເປັນແນວໃດນັ້ນຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ.

Your browser doesn’t support HTML5

ຟັງລາຍງານ ຍານອາວະກາດ Juno ຈະບິນເຂົ້າສູ່ ວົງໂຄຈອນ ດາວພະຫັດ ໃນໄວໆນີ້

ບັນດານັກວິທະຍາສາດຕຽມພ້ອມ​ແລ້ວຢູ່ເທິງພື້ນດິນ ທີ່ຫ້ອງທົດລອງການຂັບເຄື່ອນ ຈະ ຫຼວດ ​ເຊິ່ງເປັນບ່ອນຄວບຄຸມການປະຕິບັດການ ສຳລັບໂຄງການສຳຫຼວດນີ້ຂອງອົງການ ອາວະກາດ ສະຫະລັດ ຫລືNASA.

ຍານອາວະກາດ Juno ໄດ້ຖືກປ່ອຍຂຶ້ນໃນເດືອນສິງຫາ ປີ 2011 ຈາກ​ແຫລມ Canaveral ໃນລັດ Florida.

ຍານອາ​ວະ​ກາດ​ລຳ​ນີ້ຈະປະເຊີນໜ້າກັບສະພາບແວດລ້ອມທີ່ໂຫດຮ້າຍ ໃນພາລະກິດການ ບິນອ້ອມດາວພະຫັດ ​ເປັນ​ເວລາ 20 ​ເດືອນ.

ທ່ານ Steve Levin ນັກວິທະຍາສາດໂຄງການຍານອາວະກາດ Juno ກ່າວວ່າ “ດາວພະ ຫັດແມ່ນດາວທີ່ໃຫຍ່ທີ່ສຸດ, ເປັນດາວທີ່ມີຄວາມຮ້າຍກາດທີ່ສຸດໃນລະບົບສຸລິຍະ ຈັກກະວານ, ແລະ ມັນກໍມີສະໜາມແມ່ເຫຼັກທີ່ໃຫຍ່ກວ່າ, ມີແສງ aurora ທີ່ໃຫຍ່ ກວ່າ, ມີຊັ້ນກຳມັນຕະລັງສີທີ່ໃຫຍ່ກວ່າ ແລະ ມີແຮງດຶງດູດທີ່​ແຮງກວ່າ. ທຸກໆ ຢ່າງກ່ຽວກັບດາວ​ດວງ​ນີ້, ແມ່ນໃຫຍ່ຫຼາຍແທ້ໆ.”

ເສັ້ນທາງການບິນອ້ອມ​ຂົ້ວ ຂອງຍານອາວະກາດ ຈະຖ່າຍ​ທຳ​ແຜນ​ທີ່ຂອງ​ພື້ນທີ່​ທັງ​ໝົດ​ຂອງ​ດາວ​ເຄາະ​ໜ່ວຍ​ນີ້ໃນລະຫວ່າງການໂຄຈອນ ອ້ອມ​ດາວ​ດັ່ງກ່າວ 37 ຮອບ, ແລະເປີຍເຜີຍຂໍ້ມູນ ກ່ຽວກັບຈຸດກຳເນີດ, ດ້ານໃນ, ບັນຍາກາດ ແລະ ກຳລັງແມ່ເຫຼັກຂອງດາວພະຫັດ. ລັງສີ ຂອງມັນແມ່ນຮຸນແຮງ, ເຊິ່ງຍານຕ້ອງໄດ້ໃຊ້​ກ່ອງປ້ອງກັນກຳມັນຕະພາບລັງສີ.

ພວກຊ່າງຖ່າຍຮູບ ຕິດຕາມຈະຫຼວດ Atlas V ກັບຍານອາວະກາດ Juno ໃນຂະນະທີ່ມັນໄດ້ຖືກປ່ອຍອອກຈາກຖານປ່ອຍຍານອາວະກາດ Complex 41 ໃນແຫຼມ Canaveral ລັດ Florida. 5 ສິງຫາ 2011.

ທ່ານ Steve Levin ກ່າວວ່າ “ໂດຍພື້ນຖານແລ້ວມັນແມ່ນກ່ອງ titanium ໃຫຍ່ ກ່ອງໜຶ່ງ, ແລະ ພວກເຮົາກໍໄດ້ໃສ່ອຸປະກອນໄຟຟ້າທີ່ມີຄວາມລະອຽດອ່ອນທີ່ສຸດ ຂອງພວກເຮົາໄວ້ທາງໃນກ່ອງນັ້ນເພື່ອຊ່ວຍປ້ອງກັນ ຈາກການໄດ້ຮັບຄວາມເສຍຫາຍ ຈາກດາວພະຫັດ ທີ່ມັນອາດຈະ​ມີ​ຕໍ່ພວກເຮົາ​.”

ປະຊາຊົນໃນທົ່ວໂລກສາມາດຕິດຕາມການປະຕິບັດພາລະກິດໄດ້ທາງ ອອນໄລນ໌ ດ້ວຍການ ດາວໂຫຼດເອົາຊັອຟແວຊື່ວ່າ Eyes on the solar system ຈາກເວັບໄຊທ໌ຂອງອົງ ການ NASA.

ທ່ານ Kevin Hussey ຜູ້ບໍລິຫານດ້ານເທັກໂນໂລຈີການແນມເຫັນ ກ່າວວ່າ “ແຕ່ໃນຄໍ່າ ຄືນຂອງວັນທີ 4 ກໍລະກົດ, ທ່ານຈະສາມາດເປັນສັກຂີພິຍານໃນ​ເຫດການທີ່ເປັນ ປະຫວັດສາດຄັ້ງນີ້, ເຊິ່ງຍານອາວະກາດ Juno ຈະບິນ​ເຂົ້າສູ່​ວົງໂຄຈອນຂອງ ດາວພະຫັດ.”

ຍານອາວະກາດ Juno ໄດ້ຖືກຕັ້ງຊື່ຕາມເທບທິດາ ເຊິ່ງໃນຕຳນານຂອງຊາວ ໂຣມັນ ​ແລ້ວ ແມ່ນສາມາດແນມເຫັນຜ່ານເມກເຝື້ອ, ແລະ ບັນດານັກວິທະຍາສາດກ່າວວ່າການປະຕິບັດ ພາລະກິດ ຈະເປີດເຜີຍ ຄວາມລຶກລັບຂອງດາວພະຫັດ ແລະ ເປີດແສງສະຫວ່າງ ກ່ຽວກັບ ວິທີທີ່ລະບົບສຸລິຍະຈັກກະວານຂອງພວກເຮົາໄດ້ຖືກສ້າງຂຶ້ນມາແນວໃດ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ