ບັນດານັກຄົ້ນຄວ້າຈາກອົງການ NASA ຂອງສະຫະລັດ ກໍາລັງສຶກສາເບິ່ງທະເລສາບນໍ້າເຄັມ “ທີ່ມີລັກສະນະຄ້າຍຄືດາວອັງຄານ” ຢູ່ທາງທິດຕາເວັນຕົກຂອງປະເທດອອສເຕຣເລຍ ໃນການຕາມຫາຂໍ້ມູນເພີ້ມເຕີມ ກ່ຽວກັບສິ່ງມີຊີວິດຈາກຕ່າງດາວ. ບັນດານັກຊ່ຽວຊານຈາກສະຫະລັດກ່າວວ່າ ຂົງເຂດແຫ່ງນີ້ ເຊິ່ງມີນໍ້າທີ່ເປັນສີບົວ ແລະຕົ້ນໄມ້ຕ່າງໆທີ່ມີລັກສະນະສະເພາະໂດດເດັ່ນ ຄ້າຍຄືກັນກັບດາວອັງຄານຫຼາຍກວ່າຂົງເຂດອື່ນໆຢູ່ໃນໂລກ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຮັບຟັງລາຍງານກ່ຽວກັບ ທີມສໍາຫຼວດຂອງສະຫະລັດ ຄົ້ນຄວ້າຫ່ສິ່ງທີ່ມີຊີວິດຈາກຕ່າງດາວ ຢູ່ທາງທິດຕາເວັນຕົກຂອງອອສເຕຣເລຍ
ຢີລການ ເຄຣຕັນ (Yilkarn Craton), ເປັນພູມິພາກທີ່ມີຄວາມອຸດົມສົມບູນດ້ວຍແຮ່ທາດຫຼາຍທີ່ສຸດ ຕັ້ງຢູ່ຫ່າງຈາກເມືອງເພີທ (Perth) ໄທທາງທິດຕາເວັນຕົກຂອງປະເທດອອສເຕຣເລຍ ປະມານ 400 ກິໂລແມັດ.
ຢີລການ ເປັນຄໍາສັບຂອງຊົນເຜົ່າພື້ນເມືອງຢູ່ໃນທ້ອງຖິ່ນແຫ່ງນັ້ນ ເພື່ອອະທິບາຍກ່ຽວກັບຫີນທີ່ມີລັກສະນະຄືກັນກັບແກ້ວ. ພູມິພາກແຫ່ງນີ້ໄດ້ເປັນຈຸດສຸມຂອງການສໍາຫຼວດ ແລະຂຸດຄົ້ນແຮ່ທາດ, ແຕ່ນັກວິທະຍາສາດເຊື່ອວ່າ ມັນອາດຈະເຊື່ອງຊ້ອນຮ່ອງຮອຍຕ່າງໆກ່ຽວກັບຈັກກະວານ ແລະສິ່ງມີຊີວິດຢູ່ດາວເຄາະອື່ນໆ.
ທະເລສາບທີ່ເປັນກົດອາຊິດເຫຼົ່ານີ້ ຕັ້ງຢູ່ທາງທິດຕາເວັນຕົກຂອງປະເທດອອສເຕຣເລຍ ໄດ້ເປີດເຜີຍໃຫ້ເຫັນສະພາບການຂອງສິ່ງທີ່ຄ້າຍຄືດາວອັງຄານ. ຫິນທີ່ມີອາຍຸ 3 ພັນລ້ານປີ ຢູ່ທາງທິດຕາເວັນຕົກຂອງອອສເຕຣເລຍ ເປັນຫິນທີ່ມີຄວາມເກົ່າແກ່ທີ່ສຸດໃນໂລກ, ແລະນັກວິຊາການເຊື່ອວ່າ ພວກມັນມີລັກສະນະທີ່ຄ້າຍຄືກັນກັບອາຍຸຂອງຫິນທີ່ຢູ່ເທິງດາວອັງຄານເຫຼົ່ານັ້ນ.
ທີມຜູ້ຊ່ຽວຊານຂອງສະຫະລັດ, ເຊິ່ງໄດ້ຮັບການຮ່ວມມື ແລະສະໜັບສະໜຸນຈາກບັນດາຜູ້ອາວຸໂສຂອງຊົນເຜົ່າພື້ນເມືອງ ກໍາລັງດໍາເນີນການກວດກາໃນສິ່ງທີ່ຮ້ອງວ່າ “ສະພາບແວດລ້ອມທີ່ມີຄວາມເຄັມສູງ” ຫຼື ສະຖານທີ່ທີ່ມີເກືອເປັນຈໍານວນຫຼາຍ ເຊິ່ງບໍ່ພຽງແຕ່ຢູ່ໃນລະບົບນິເວດຕ່າງໆໃນປັດຈຸບັນ, ແຕ່ພວກມັນໄດ້ເກັບຮັກສາສິ່ງທີ່ເກີດຂຶ້ນໃນອະດີດໄດ້ແນວໃດ.
ຮອງສາດສະດາຈານ ບຣິທນີ ຊມິດທ໌ (Britney Schmidt), ຈາກມະຫາວິທະຍາໄລຄໍແນລ ໃນລັດນິວຢອກ ກ່າວຕໍ່ອົງການອອກອາກາດຂອງອອສເຕຣເລຍວ່າ ໂຄງການດັ່ງກ່າວແມ່ນການອອກທຶນໂດຍອົງການ NASA, ເຊິ່ງເປັນອົງການບໍລິຫານການບິນ ແລະອະວະກາດແຫ່ງຊາດ ທີ່ຕັ້ງຢູ່ນະຄອນຫຼວງວໍຊິງຕັນດີຊີ, ໂດຍທ່ານນາງກ່າວວ່າ:
“ພວກເຮົາແມ່ນສະມາຊິກ ໂຄງການມະຫາສະໝຸດຂ້າມອະວະກາດແລະເວລາ ໂດຍໄດ້ຮັບທຶນສະໜັບສະໜຸນຈາກໂຄງການຊີວະວິທະຍາດາຣາສາດແຫ່ງອົງການ NASA, ແລະພວກເຮົາກໍາລັງສຶກສາກ່ຽວກັບສິ່ງທີ່ຄ້າຍຄືກັນຕ່າງໆຢູ່ທີ່ນັ້ນ, ຫຼື ຕົວຢ່າງຕົ້ນກໍາເນີດຂອງດາວອັງຄານ ຄວນຊິເປັນແນວໃດ. ດັ່ງນັ້ນ, ຂົງເຂດສະເພາະຢູ່ທາງທິດຕາເວັນຕົກຂອງອອສເຕຣເລຍ ຈຶ່ງເໝາະສົມໃນການສຶກສາຄົ້ນຄວ້າ ເນື່ອງຈາກຂົງເຂດດັ່ງກ່າວມີຫິນທີ່ມີອາຍຸເກົ່າແກ່ທີ່ສຸດ, ສະນັ້ນ, ບໍລິເວນ ຢີລການ ເຄຣຕັນ ເຊິ່ງມີອາຍຸປະມານສອງລ້ານຫາສາມລ້ານປີ ເຊັ່ນດຽວກັບນໍ້າທີ່ມີກົດອາຊິດສູງ, ແລະດັ່ງນັ້ນ, ມັນເປັນການລວມກັນຂອງທັງສອງສິ່ງເຫຼົ່ານັ້ນ ທີ່ພວກເຮົາເຫັນຢູ່ພື້ນຜິວດາວເຄາະດວງອື່ນໆ. ສະນັ້ນຈຶ່ງຖືວ່າ ມັນມີລັກສະນະສະເພາະທີ່ເດັ່ນຫຼາຍ.”
ທີມນັກຄົ້ນຄວ້າຂອງສະຫະລັດ ໄດ້ດໍາເນີນງານຮ່ວມກັບບັນດາຜູ້ອາວຸໂສພື້ນເມືອງຢູ່ໃນທ້ອງຖິ່ນ ເຊິ່ງພວກເພິ່ນໄດ້ອະທິບາຍໃນສິ່ງທີ່ຮ້ອງວ່າ “ເລື້ອງລາວກ່ຽວກັບຄວາມຝັນ” ຂອງພູມິພາກແຫ່ງນີ້, ເຊິ່ງເປັນການສ້າງແຜນຜັງຂອງດິນຂຶ້ນມາໂດຍດວງວິນຍານແຫ່ງບັນພະບູລຸດ.
ມັນຍັງມີຫຼາຍຄໍາຖາມໃຫຍ່ໆທີ່ຈະຕອບຫຼາຍຢ່າງເຊັ່ນວ່າ ຖ້າສິ່ງມີຊີວິດຫາກດໍາລົງຢູ່ໄດ້ ຢູ່ໃນສະພາບແວດລ້ອມທີ່ເປັນພິດ ແລະມີປະລິມານເກືອທີ່ສູງຢູ່ທາງທິດຕາເວັນຕົກຂອງອອສເຕຣເລຍ, ມັນສາມາດເກີດຂຶ້ນໄດ້ຢູ່ໃນດາວເຄາະດວງອື່ນໆຂອງຈັກກະວານໄດ້ບໍ?
ພວກເຮົາອາດຈະບໍ່ສາມາດໄດ້ຮັບຄໍາຕອບເລີຍ, ແຕ່ດ້ວຍຄວາມຮູ້ທາງວິທະ ຍາສາດ ແລະຄວາມຮູ້ແບບດັ້ງເດີມ ສາມາດໄດ້ຮັບຮ່ອງຮອຍຕ່າງໆທີ່ມີຄ່າໄດ້.
ດ້ວຍຂໍ້ມູນທັງຫຼາຍເຫຼົ່ານີ້ ຈະຊ່ວຍສ້າງໃຫ້ມີນັກຮຽນຮູ້ລະດັບປະລິນຍາໂທແລະ ປະລິນຍາເອກເພີ້ມຂຶ້ນ ເມື່ອທີມສໍາຫຼວດກັບຄືນມາສະຫະລັດ.