ອົງການ NASA ປະກາດລາຍຊື່ຈຸບິນນາໆຊາດ ທີ່ມີຄວາມຫຼາກຫຼາຍ ເປັນຄັ້ງທໍາອິດສໍາລັບພາລະກິດໄປດວງເດືອນ ນັບຕັ້ງແຕ່ຊຸມປີ 1970

ນັກບິນອະວະກາດ (ແຕ່ຊ້າຍຫາຂວາ) ທ່ານຣີດ ວາຍສ໌ແມນ, ທ່ານວິກເຕີ້ ໂຄລ-ເວີ, ທ່ານເຈເຣມີ ແຮນເຊັນ ແລະທ່ານນາງຄຣິສຕີນາ ໂຄຈ, ສະມາຊິກຈຸບິນ ຂອງພາລະກິດອະວະກາດອາເຕມິສ 2 ເພື່ອໄປ ແລະກັບມາຈາກດວງເດືອນ ພາກັນເຂົ້າຮ່ວມງານຂອງອົງການ NASA ໃນນະຄອນຮຸສຕັນ, ລັດເທັກຊັສ, ວັນທີ 3 ເມສາ 2023.

“ມັນເປັນເວລາຫຼາຍກວ່າເຄິ່ງສັດຕະວັດແລ້ວ ນັບຕັ້ງແຕ່ນັກບິນອະວະກາດ ໄດ້ເດີນທາງໄປດວງເດືອນ, ບັດນີ້ ມັນກໍາລັງຈະມີການປ່ຽນແປງ,” ນີ້ຄືການກ່າວຂອງຜູ້ບໍລິຫານອົງການ NASA ທ່ານບີລ ແນລສັນ ໃນຂະນະທີ່ ທ່ານຢືນຢູ່ຕໍ່ໜ້າພວກນັກບິນອະວະກາດໃນປັດຈຸບັນ ພ້ອມທັງຜູ້ມີປະສົບການ ສະ​ໄໝຍານອາໂປລໂລແລະໂຄງການຍານອະວະກາດ​ໄປ​ກັບຂອງສູນກາງອະວະກາດຈອນ ສັນ ທີ່ເອລລິງຕັນຟິ​ລ ໃນນະຄອນຮຸສຕັນ, ລັດເທັກຊັສ. ປະຊາຊົນພາກັນເຕົ້າ ໂຮມກັນ ເພື່ອມາຟັງການປະກາດຊື່ຂອງຈຸບິນອາເຕມິສ 2 ຄັ້ງປະວັດສາດນີ້ ເຊິ່ງລວມມີທ່ານນາງຄຣິສຕີນາ ໂຄຈ (Christina Koch), ທ່ານວິກເຕີ້ ໂຄ​ລ- ເວີ (Victor Glover), ທ່ານຣີດ ວາຍສ໌ແມນ (Reid Wiseman), ແລະທ່ານ ເຈເຣມີ ແຮນເຊັນ (Jeremy Hansen).

ທ່ານແນລສັນກ່າວວ່າ “ນີ້ແມ່ນຈຸບິນຂອງມະນຸດຊາດ,” ໂດຍເນັ້ນໜັກໃສ່ຄວາມແຕກຕ່າງຫຼາຍໆຢ່າງ ຈຶ່ງໄດ້ສ້າງໃຫ້ມີບັນດາຈຸບິນນານາຊາດ, ທັງໝົດແມ່ນມີອາຍຸລະຫວ່າງ 40 ປີ. “ພວກເຮົາເລືອກເພື່ອກັບຄືນໄປດວງເດືອນ ແລະໄປຫາດາວພະອັງຄານ, ແລະພວກເຮົາກໍາລັງດໍາເນີນງານຮ່ວມກັນ ເນື່ອງຈາກວ່າ ຢູ່ໃນສັດຕະວັດທີ 21 ອົງການ NASA ພວມສໍາຫຼວດ​ລະ​ບົບຈັກກະວານພ້ອມດ້ວຍພາຄີສາກົນ.”

Your browser doesn’t support HTML5

NASA Announces Diverse International Crew for First Moon Mission Since 1970s

ຜູ້ມີປະສົບການສູງ ຈາກສະຖານີອະວະກາດນານາຊາດ ຫຼື (ISS) ທ່ານຣີດ ວາຍສ໌ແມນ ແລະເປັນຜູ້ບັນຊາການຢູ່ໃນພາລະກິດອາເຕມິສ 2, ໃນລະຫວ່າງທີ່ວິສະວະກອນຄຣິສຕີນາ ໂຄຈ ແລະທ່ານເຈເຣມີ ແຮນເຊັນ ຮັບຜິດຊອບເປັນຜູ້ຊ່ຽວຊານຢູ່ໃນພາລະກິດດັ່ງກ່າວ. ທ່ານແຮນເຊັນ ເປັນນັກບິນອະວະກາດສາ ກົນຄົນທໍາອິດ ທີ່ມີກໍານົດຈະ​ບິນ​ປະ​ຕິ​ບັດພາລະກິດ​ທີ່ດວງເດືອນ, ໃນຂະນະທີ່ ທ່ານນາງໂຄຈ ຈະກາຍເປັນແມ່ຍິງຄົນທໍາອິດໃນປະຫວັດສາດ ທີ່ຮ່ວມໃນການເດີນທາງຄັ້ງນີ້.

“ຂ້ອຍຕື່ນເຕັ້ນບໍ? ແນ່ນອນທີ່ສຸດ,” ທ່ານນາງໂຄຈ ກ່າວຕໍ່ບັນດາຜູ້ຄົນທີ່ເຂົ້າມາຮ່ວມເປັນກໍາລັງໃຈ ໃນລະຫວ່າງພິທີປະກາດດັ່ງກ່າວ. “ແຕ່ ຄໍາຖາມຂອງຂ້ອຍອີຫຼີແລ້ວແມ່ນ ພວກເຈົ້າຕື່ນເຕັ້ນບໍ?”

ອ່ານຂ່າວນີ້ເປັນພາສາອັງກິດ