ສະພາແຫ່ງຊາດ ຢືນຢັນວ່າ ປະຊາຊົນ ໃນ ແຂວງຜົ້ງສາລີ ແມ່ນທຸກຍາກທີ່ສຸດໃນ ລາວ

ບັນດາສະມາຊິກສະພາເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດສະໄໝສາມັນຄັ້ງທີ 3 ໃນນະຄອນຫຼວງວຽງຈັນ.

ສະມາຊິກສະພາແຫ່ງຊາດ ລາວ ຢືນຢັນວ່າປະຊາຊົນສ່ວນໃຫຍ່ໃນແຂວງຜົ້ງສາລີ ຍັງ
ຕ້ອງປະເຊີນໜ້າກັບຄວາມທຸກຍາກຫຼາຍທີ່ສຸດໃນ ລາວ ເພາະການພັດທະນາພື້ນຖານ
ໂຄງລ່າງຍັງໄປບໍ່ທົ່ວເຖິງ.

Your browser doesn’t support HTML5

ຟັງລາຍງານ ສະພາແຫ່ງຊາດຢືນຢັນວ່າ ປະຊາຊົນໃນແຂວງ ຜົ້ງສາລີ ແມ່ນທຸກຍາກທີ່ສຸດໃນ ລາວ

ທ່ານ ຈັນສີ ແສງຊົມພູ ສະມາຊິກສະພາແຫ່ງຊາດ ລາວ ແຂວງຜົ້ງສາລີ ໃຫ້ການຢືນຢັນ
ວ່າ ການທີ່ມີງົບປະມານຢ່າງຈຳກັດ ແລະ ການນຳໃຊ້ງົບປະມານຢ່າງບໍ່ມີປະສິດທິຜົນ
ນັບເປັນປັດໃຈສຳຄັນທີ່ເນັດໃຫ້ແຂວງຜົ້ງສາລີ ເປັນແຂວງທີ່ປະຊາຊົນສ່ວນໃຫຍ່ຍັງມີ
ສະພາບຊີວິດການເປັນຢູ່ທີ່ທຸກຍາກຫຼາຍທີ່ສຸດໃນ ລາວ ໂດຍສະເພາະແມ່ນການພັດ
ທະນາພື້ນຖານໂຄງລ່າງຕ່າງໆເຊັ່ນ ໄຟຟ້າ, ຫົນທາງ ແລະ ແຫຼ່ງນໍ້າກິນນໍ້າໃຊ້ທີ່ສະອາດ
ນັ້ນຍັງຈັດຕັ້ງປະຕິບັດໄດ້ຢ່າງຊັກຊ້າຫຼາຍ ທັງກໍຍັງບໍ່ໄດ້ມາດຕະຖານອີກດ້ວຍ ດັ່ງທີ່ທ່ານ
ຈັນສີ ໃຫ້ການຢືນຢັນວ່າ

"ຢູ່ແຂວງຜົ້ງສາລີ ຂອງພວກຂ້າພະເຈົ້ານີ້ ການກໍ່ສ້າງເສັ້ນທາງ, ໄຟຟ້າ, ນໍ້າດື່ມນໍ້າສະ
ອາດນີ້ ຖືວ່າຍັງເປີເຊັນຕໍ່າທີ່ສຸດ. ຢູ່ແຂວງຜົ້ງສາລີ 529 ບ້ານນຳໃຊ້ໄຟ້ຟ້າພຽງແຕ່ 49 ເປີເຊັນເທົ່ານັ້ນ ເວົ້າເຖິງເສັ້ນທາງລະຫວ່າງເມືອງໄປຫາບ້ານບໍ່ສາມາດໄປ 2 ລະດູ ໂຄງການຈຳນວນໜຶ່ງຈະເວົ້າເລື່ອງຄຸນນະພາບພັດບໍ່ຢາກສູງ ຍົກຕົວຢ່າງດຽວນີ້ ເສັ້ນທາງໄປນໍ້ານ້ອຍ ເຮັດແລ້ວ ຍາມໃດກໍສ້ອມແປງຕະຫຼອດຄືຈັ່ງຊີ້ໜາ."

ບັບດາເຈົ້າໜ້າທີ່ສຳຫຼວດການບູລະນະຫົນທາງຢູ່ເຂດຊົນນະບົດຂອງ ລາວ.

ໂດຍໃນປັດຈຸບັນແຂວງຜົ້ງສາລີ ຍັງເຫຼືອບ້ານທຸກຍາກ 329 ບ້ານຄິດເປັນ 63 ເປີເຊັນ ຂອງບ້ານທີ່ມີຢູ່ທັງໝົດ 529 ບ້ານ ແລະ ເຖິງແມ່ນວ່າເສດຖະກິດຈະຂະຫຍາຍຕົວໃນອັດ ຕາສະເລ່ຍເຖິງ 9.32 ເປີເຊັນ ຕໍ່ປີກໍຕາມ ແຕ່ຍອດຜະລິດຕະພັນພາຍໃນ GDP ກໍສະ ເລ່ຍເປັນລາຍໄດ້ຂອງປະຊາຊົນໃນແຂວງຜົ້ງສາລີ ທີ່ລະດັບ 840 ໂດລາຕໍ່ຄົນຕໍ່ປີ ສ່ວນງົບປະມານລາຍຈ່າຍຂອງແຂວງຜົ້ງສາລີ ໃນແຜນການປະຈຳປີ 2016-2017 ກໍມີມູນຄ່າລວມ 338 ຕື້ກີບ ຫຼື ບໍ່ເຖິງ 43 ລ້ານໂດລາແຕ່ຢ່າງໃດ.

ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຢືນຢັນວ່າເປົ້າໝາຍຂອງລັດ
ຖະບານ ລາວ ກ່ຽວກັບ ການລົບລ້າງຄວາມຍາກຈົນຂອງປະຊາຊົນ ລາວ ແລະ ເຮັດໃຫ້
ປະເທດ ລາວ ຫຼຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງໃນປີ 2020 ນັ້ນບໍ່ ໄດ້ໝາຍຄວາມວ່າຈະບໍ່ມີຄົນທຸກຈົນເຫຼືອຢູ່ໃນ ລາວ ເລີຍແຕ່ຢ່າງໃດ ແຕ່ໝາຍເຖິງການ
ເຮັດໃຫ້ປະຊາຊົນ ລາວ ມີຢູ່ມີກິນ ເຈັບເປັນກໍໄດ້ຮັບການຮັກສາປິ່ນປົວ, ລູກຫຼານໄດ້ເຂົ້າ
ໂຮງຮຽນ ແລະ ມີຜົນຜະລິດສະບຽງອາຫານທີ່ກຸ້ມຕົນເອງ.

ໂດຍໃນແຜນການປະຈຳສົກປີ 2015-2016 ທີ່ຜ່ານມາ ລັດຖະບານ ລາວ ໄດ້ວາງເປົ້າ
ໝາຍລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນໃຫ້ໄດ້ໃນ 179 ບ້ານ ຫຼື ຄິດເປັນ
0.48 ເປີເຊັນຂອງບ້ານທຸກຍາກທັງໝົດໃນທົ່ວປະເທດ ຫາກແຕ່ຈາກການຈັດຕັ້ງປະຕິ
ບັດຕົວຈິງ ກໍສາມາດບັນລຸໄດ້ພຽງແຕ່ 50 ບ້ານ ຫຼື ຄິດເປັນ 0.03 ເປີເຊັນເທົ່ານັ້ນຂອງ
ບ້ານທຸກຍາກທັງໝົດ 1,736 ບ້ານ ສ່ວນເມືອງທຸກຍາກທີ່ສຸດນັ້ນກໍຫຼຸດລົງຈາກ 47
ເມືອງເປັນ 33 ເມືອງ ທັງກໍຍັງເຫຼືອອີກ 14 ເມືອງທີ່ຍັງບໍ່ທັນມີເງື່ອນໄຂຄົບຖ້ວນ ໂດຍສະ
ເພາະແມ່ນແຂວງໄຊສົມບູນ, ຫົວພັນ, ຜົ້ງສາລີ ແລະ ເຊກອງນັ້ນຖືເປັນເຂດທີ່ຍັງມີປະ
ຊາຊົນ ແລະ ເມືອງທີ່ທຸກຍາກເຫຼືອຢູ່ຢ່າງໜາແໜ້ນທີ່ສຸດ.

ທາງດ້ານຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກຂັ້ນສູນກາງລາຍ
ງານວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໃນປີ 2017 ໄດ້ວາງເປົ້າ
ໝາຍທີ່ຈະລົບລ້າງບັນຫາຄວາມທຸກຍາກຂອງປະຊາຊົນ ລາວ ໃຫ້ໄດ້ບໍ່ນ້ອຍກວ່າ
5,580 ຄອບຄົວ ເພື່ອໃຫ້ຍັງເຫຼືອ 70,924 ຄອບຄົວທຸກຍາກ ຫຼື ຄິດເປັນ 6.09 ເປີເຊັນ
ຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດ ທັງຍັງໄດ້ວາງຄາດໝາຍຈະລົບລ້າງບ້ານ
ທຸກຍາກໃຫ້ໄດ້ 178 ບ້ານເຊິ່ງຖ້າຫາກວ່າຈັດຕັ້ງປະຕິບັດໄດ້ຈິງ ກໍຈະເຮັດໃຫ້ຍັງເຫຼືອ
ບ້ານທຸກຍາກ 1,511 ບ້ານເທົ່າກັບ 18 ເປີເຊັນຂອງບ້ານທັງໝົດ.

ໂດຍການລົບລ້າງຄວາມທຸກຍາກດັ່ງກ່າວນີ້ ລັດຖະບານ ລາວ ໄດ້ຮັບບໍລິການຊ່ວຍເຫຼືອ
ຈາກນານາຊາດ ແລະ ອົງການສາກົນ ນັບຕັ້ງແຕ່ປີ 1983 ເປັນຕົ້ນມາ ເຊິ່ງກໍໄດ້ປະກອບ
ສ່ວນຢ່າງສຳຄັນເຂົ້າໃນການພັດທະນາໃນທຸກດ້ານທີ່ມີເປົ້າໝາຍເພື່ອລົບລ້າງຄວາມ
ຍາກຈົນຂອງປະຊາຊົນ ລາວ ດັ່ງຈະເຫັນໄດ້ຈາກອັດຕາຄວາມຍາກຈົນທີ່ຫຼຸດລົງຈາກ 48
ເປີເຊັນ ຂອງຈຳນວນປະຊາກອນ ລາວ ທັງໝົດໃນປີ 1992 ເປັນ 27.6 ເປີເຊັນໃນປີ
2008, 17 ເປີເຊັນ 2015 ແລະ ບໍ່ເຖິງ 10 ເປີເຊັນໃນປີ 2016 ຕາມລຳດັບ.