ບັນດາຜູ້ຈັດແຈງການທ່ອງທ່ຽວ ກ່າວໃນວັນຈັນມື້ນີ້ວ່າ ພວກ
ເຈົ້າໜ້າທີ່ເກົາຫຼີເໜືອ ໄດ້ຫ້າມຊາວຕ່າງຊາດ ເຂົ້າຮ່ວມໃນ
ການແຂ່ງຂັນແລ່ນທົນປະຈຳປີນາໆຊາດ ໃນເດືອນເມສາຕໍ່
ໜ້ານີ້ ໂດຍອ້າງເຖິງຄວາມຢ້ານກົວ ກ່ຽວກັບການລະບາດ
ຂອງເຊື້ອໄວຣັສອີໂບລາ ທີ່ອັນຕະລາຍເຖິງຕາຍນັ້ນ.
ເກົາຫຼີເໜືອ ຊຶ່ງບໍ່ໄດ້ມີກໍລະນີຄົນຕິດເຊື້ອອີໂບລາຈັກຄົນ ໄດ້ອັດ
ຊາຍແດນຂອງຕົນ ສຳຫລັບພວກນັກທ່ອງທ່ຽວຕ່າງປະເທດໃນ
ເດືອນຕຸລາປີແລ້ວນີ້ ແລະວາງຂໍ້ຈຳກັດຮັດແຄບສະຖານທີ່ກັກກັນ
ພະຍາດຢ່າງເຂັ້ມງວດຕໍ່ຊາວຕ່າງຊາດອື່ນໆ ເຊັ່ນພວກນັກການ
ທູດແລະພວກພະນັກ ງານຊ່ອຍເຫຼືອ ທີ່ເຂົ້າໄປໃນປະເທດ.
ທ່ານ Nick Bonner ຜູ້ຈັດການບໍລິສັດທ່ອງທ່ຽວ KoryoTours ທີ່ຕັ້ງຢູ່ປັກກິ່ງ ບອກພວກອົງການຂ່າວວ່າ ທ່ານໄດ້ຮັບແຈ້ງກ່ຽວກັບຂໍ້ຫ້າມດັ່ງກ່າວໃນເຊົ້າວັນຈັນມື້ນີ້. ທ່ານກ່າວຕໍ່ໄປວ່າ ສະເພາແຕ່ບໍລິສັດຂອງທ່ານແຫ່ງດຽວໄດ້ຄາດໝາຍວ່າ ຈະນຳພານັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 400 ຄົນເຂົ້າຮ່ວມໃນການແຂ່ງແລ່ນທົນດັ່ງກ່າວ.
ທ່ານ Bonner ກ່າວຕື່ມວ່າ ທາງອົງການຂອງທ່ານໄດ້ຮັບແຈ້ງລ່ວງໜ້າ ໃຫ້ຄາດໝາຍວ່າ
ຈະໄດ້ຮັບຄຳປະກາດກ່ຽວກັ ບການຈຳກັດຮັດແຄບເລື້ອງເຊື້ອອີໂບລານີ້ ໃນທ້າຍເດືອນກຸມພານີ້.
Your browser doesn’t support HTML5
nokoreaebola23february15