ຄູບາຫົວຊາດນິຍົມອົງນຶ່ງ ໃນມຽນມາ ຜູ້ທີ່ໄດ້ເຂົ້າຮ່ວມການປະທ້ວງຕໍ່ຕ້ານລັດຖະບານ
ຢູ່ທີ່ຄ້າຍ ນອກວັດໃຫຍ່ Shwedagon ທີ່ມີຊື່ສຽງໃນນະຄອນຢ່າງກຸ້ງ ເມື່ອອາທິດແລ້ວ
ນີ້ ໄດ້ປະກາດວ່າເພິ່ນແລະພວກປະທ້ວງຄົນອື່ນໆຈະພາກັນຢູ່ທີ່ນັ້ນເປັນເວລາດົນນານ.
ຄູບາ Pyinyar Wuntha ໄດ້ກ່າວຕໍ່ພວກນັກຂ່າວໃນວັນສຸກທີ່ແລ້ວ ສອງມື້ຫຼັງຈາກໄດ້
ເລີ້ມມີການນັ່ງປະທ້ວງວ່າ “ຖ້າຫາກພວກເຮົາໄດ້ຮັບການສະໜອງຕອບຕໍ່ຄຳຮຽກຮ້ອງ
ສາມຂໍ້ ພວກເຮົາຈະຢຸດເຊົາການບອຍຄອດຂອງພວກເຮົາ. ຖ້າບໍ່ດັງນັ້ນພວກເຮົາຈະຕໍ່
ສູ້ຕໍ່ໄປ ຈົນກວ່າລັດຖະບານລາອອກຈາກໜ້າທີ່.”
ທີ່ປຶກສາປະເທດມຽນມາ ທ່ານນາງ Aung San Suu Kyi ກ່າວລະຫວ່າງ ການເປີດພິທີ ສັດຕະວັດທີ 21st ກອງປະຊຸມ ສະຫະພັນສັນຕິພາບ Panglong ທີ່ ສູນກາງກອງປະຊຸມສາກົນ ທີ Myanmar.
ຕົກມາເຖິງຕອນແລງວັນອາທິດ ເຖິງຢ່າງໃດກໍດີ ພວກເຂົາເຈົ້າ ໄດ້ພາກັນໜີໄປຈາກ
ບ່ອນປະທ້ວງຂອງເຂົາເຂົ້າ ແລະພວກປະຊາຊົນໃນເຂດທ້ອງຖິ່ນ ໄດ້ພາກັນມ້ຽນມັດ
ທຳຄວາມສະອາດມເພື່ອຂ້າເຊື້ອຕາມປະເພນີພື້ນເມືອງຕໍ່ເຂດດັ່ງກ່າວ. ບໍ່ເທົ່າໃດຊົ່ວ
ໂມງກ່ອນໜ້ານັ້ນ ຕຳຫຼວດໄດ້ທັບມ້າງຄ້າຍຂອງພວກປະທ້ວງ ທີ່ເປັນເຄືອຂ່າຍ ທີ່ນະ
ຄອນ Mandalay ໂດຍໄດ້ຈັບກຸມຄູບາຢ່າງໜ້ອຍຫົກຄົນແລະກ່າວຫາວ່າເຂົາເຈົ້າປະ
ກອບສ່ວນໃນການຍຸຍົງ. ສະຖານທີ່ແຫ່ງທີສາມ ທີ່ເມືອງ Taunggyi ເມືອງເອກຂອງ
ລັດສານ ກໍໄດ້ຖືກກວດລ້າງຂັບໄລ່ເຊັ່ນດຽວກັນ.
ຫ້ອງການທີ່ປຶກສາລັດຖະບານ ຂອງທ່ານນາງ Aung San Suu Kyi ໄດ້ “ສະແດງ
ຄວາມຂອບໃຈ” ຕໍ່ບັນດາສະມາຊິກປະຊາຄົມທີ່ບໍ່ໄດ້ເຂົ້າຮ່ວມການນັ່ງປະທ້ວງແລະ
ຄວາມຂອບໃຈດັ່ງກ່າວ ໄດ້ຖືກເຜີຍແຜ່ໃນເວລາຕໍ່ມາ ຢູ່ໜ້າໜັງສືພິມ Global New
Light of Myanmar ທີ່ໜູນຫຼັງໂດຍລັດຖະບານ.
ພວກປະທ້ວງຄູບາຫົວຊາດນິຍົມ ວັນທີ 3 ສິງຫາ 2017 ໃນນະຄອນ Yangon, Myanmar.
ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫລື NLD ຂອງ ທ່ານນາງ Aung Saan
Suu Kyi ທີ່ໄດ້ເຂົ້າກຳອຳນາດເມື່ອນຶ່ງປີກວ່າໆທີ່ຜ່ານມາ ອັນເປັນໄລຍະຂ້າມຜ່ານໄປ
ຈາກການປົກຄອງຂອງພວກທະຫານມາເປັນເວລາຫລາຍສິບປີນັ້ນ ໄດ້ທຳການຕັດສິນ
ແບບເດັດຂາດ ຕໍ່ຕ້ານຄູບາຫົວຊາດນິຍົມກວ່າລັດຖະບານທີ່ໄດ້ຮັບການໜູນຫລັງໂດຍ
ພວກທະຫານ ໃນເມື່ອກ່ອນ ຈຶ່ງໄດ້ຮັບຄວາມຍ້ອງຍໍ ໃນເວລາທີ່ລັດຖະບານ ພວມຕ້ອງ
ການຜົນສຳເລັດຢ່າງແທ້ຈິງຢູ່ນັ້ນ.