ການທີ່ລັດຖະບານທະຫານຂອງມຽນມາ ສົ່ງຜູ້ຕາງໜ້າທີ່ບໍ່ແມ່ນດ້ານ ການເມືອງຂອງຕົນເຂົ້າຮ່ວມ ກອງປະຊຸມລັດ ຖະມົນຕີການຕ່າງປະເທດຂອງອາ ຊຽນທີ່ຈັດຂຶ້ນຢູ່ຫຼວງພະບາງ ອາທິດແລ້ວນີ້ ບໍ່ໄດ້ເປັນສັນຍານວ່າລາວ ຫລືອາ ຊຽນມີຄວາມຄືບໜ້າ ໃນແກ້ໄຂບັນຫາຂັດແຍ້ງໃນມຽນມາແຕ່ຢ່າງໃດ. ແຕ່ມັນ ສະແດງໃຫ້ເຫັນເຖິງຄວາມອ່ອນແອ ຂອງລັດຖະ ບານນັ້ນ ຊຶ່ງອາດຈະເປັນການ ເອື້ອອໍານວຍໃຫ້ແກ່ຈີນ ສະແຫວງຫາຜົນປະໂຫຍດ ທາງຍຸດທະສາດພູມີສາດ ຂອງມຽນ ມາໄດ້ຫຼາຍຂຶ້ນຊໍ້າ. ບົວສະຫວັນຈະນໍາຄໍາເຫັນຂອງພວກນັກຊ່ຽວຊານ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ໃນນາມທີ່ເປັນປະທານວຽນ ຂອງອາຊຽນສໍາລັບປີນີ້ ສປປ ລາວ ໄດ້ແຕ່ງຕັ້ງ ທ່ານອາລຸນແກ້ວ ກິດຕິຄຸນ ທີ່ມີປະສົບການທາງດ້ານການທູດສູງໃຫ້ເປັນທູດ ພິເສດຂອງອາຊຽນສໍາລັບມຽນມາແລະທ່ານກໍໄດ້ເລີ້ມຕົ້ນເຄື່ອນໄຫວຢ່າງໄວວາ ພາຍ ຫຼັງທີ່ລາວເລີ້ມເປັນປະທານອາຊຽນຕັ້ງແຕ່ວັນທີ 1 ມັງກອນນີ້ເປັນຕົ້ນມາ ຊຶ່ງມັນສະແດງໃຫ້ເຫັນວ່າລາວທີ່ເປັນປະເທດນ້ອຍກວ່າໝູ່ໃນກຸ່ມນີ້ ໄດ້ພະຍາ ຍາມທໍາໜ້າທີ່ໃນການປະທານຂອງຕົນ ໃຫ້ດີທີ່ສຸດ, ອີງຕາມ ດຣ. ແອນ ດຣູ ແວລສ໌-ແດັງ, ຊ່ຽວຊານກ່ຽວກັບລາວ, ຫວຽດນາມ ແລະກໍາປູເຈຍຢູ່ສະຖາບັນສັນຕິພາບຂອງສະຫະລັດ ທີ່ໂອ້ລົມກັບພວກເຮົາຜ່ານ Zoom ວ່າ:
“ລາວໄດ້ແຕ່ງຕັ້ງເອກອັກຄະລັດຖະທູດທີ່ເປັນນັກການທູດອະວຸໂສແລະມີຄວາມ ສາມາດທີ່ສຸດຂອງຕົນ ໃຫ້ເຮັດວຽກກ່ຽວກັບດ້ານນີ້. ສິ່ງນັ້ນ, ສໍາລັບຂ້າພະເຈົ້າແລ້ວ ຄິດວ່າມັນເປັນສັນຍານໃນທາງບວກ ເມື່ອເວົ້າເຖິງຄວາມສົນໃຈ ແລະ ຄວາມມຸ້ງໝັ້ນຂອງລາວ, ເຂົາເຈົ້າຖືເອົາບົດບາດໃນການເປັນປະທານອາຊຽນຢ່າງຈິງຈັງ. ເຂົາເຈົ້າຢາກຈະປະກອບສ່ວນ, ຖ້າຫາກວ່າຕົນສາມາດແກ້ໄຂວິກິດການນີ້ ຢູ່ທີ່ນັ້ນໄດ້. ທາງການລາວ ກໍຄືພວກເຮົາທຸກຄົນ ຮູ້ດີວ່າ ວິກິດການໃນ ມຽນມາເປັນບັນຫາຮ້າຍແຮງທີ່ສຸດທີ່ອາຊຽນກໍາລັງປະເຊີນໜ້າຢູ່. ຂ້າພະເຈົ້າຄິດວ່າລາວ, ເອກອັກຄະລັດຖະທູດອາລຸນແກ້ວ ສົມຄວນໄດ້ຮັບໂອກາດແບບນີ້ ແລະທ່ານກໍໄດ້ຮັບການສະໜັບສະໜູນຈາກທຸກປະເທດຢູ່ພາຍໃນ ແລະນອກ ອາຊຽນ ແຕ່ການທີ່ວ່າທ່ານຈະໂຊກດີ ຫຼືໄດ້ຜົນທີ່ດີກວ່າປະເທດທີ່ເປັນປະທານອາຊຽນໃນເມື່ອກ່ອນເຊັ່ນອິນໂດເນເຊຍ ແລະກຳປູເຈຍນັ້ນຫຼາຍປານໃດ ແມ່ນ ຍັງເວົ້າໄດ້ຍາກ.”
ນັບແຕ່ລັດຖະບານທະຫານມຽນມາ ເຮັດລັດຖະປະຫານໂຄ່ນລົ້ມລັດຖະບານທີ່ ຖືກເລືອກຕັ້ງໃນຕົ້ນປີ 2021 ມາ, ອາຊຽນບໍ່ຍອມຮັບຮູ້ອຳນາດການປົກຄອງ ທະຫານມຽນມາແລະໃນເດືອນເມສາຂອງປີດຽວກັນນັ້ນ ອາຊຽນກໍໄດ້ເລີ້ມຫ້າມ ບໍ່ໃຫ້ລັດຖະບານດັ່ງກ່າວ ສົ່ງຜູ້ຕາງໜ້າທາງດ້ານການເມືອງຂອງຕົນເຂົ້າຮ່ວມ ກອງປະຊຸມລະດັບສູງຂອງອາຊຽນ. ໂດຍເປັນການຕອບໂຕ້ຄືນລັດຖະບານດັ່ງ ກ່າວ ກໍບໍ່ຍອມສົ່ງໃຜເລີຍ ເປັນຜູ້ຕາງໜ້າຂອງຕົນເຂົ້າຮ່ວມ ໃນກອງປະຊຸມ ລະ ດັບສູງ ຂອງອາຊຽນ ເຖິງແມ່ນຈະໄດ້ຮັບການເຊື້ອເຊີນກໍຕາມ ແຕ່ວ່າໃນປີ 2024 ນີ້ ເຂົາເຈົ້າໄດ້ສົ່ງຜູ້ຕາງໜ້າ ທີ່ບໍ່ແແມ່ນທາງການເມືອງຂອງຕົນ ເຂົ້າ ຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ທີ່ຈັດຂຶ້ນອາທິດແລ້ວນີ້ ຢູ່ຫຼວງພະບາງ. ຕໍ່ການປ່ຽນແປງເຊັ່ນນີ້ ທ່ານສະເຫລີມໄຊ ກົມມະສິດ, ລັດຖະ ມົນຕີການຕ່າງປະເທດແລະຮອງນາຍົກລັດຖະມົນຕີຂອງລາວ ໃນນາມປະທານ ຂອງກອງປະຊຸມໃຫ້ທັດສະນະວ່າ “ມັນເປັນສັນຍານທີ່ດີທີ່ພວກຜູ້ນຳທະຫານທີ່ຍຶດຄອງມຽນມາໃນເດືອນກຸມພາປີ 2021 ຈາກລັດຖະບານທີ່ຖືກເລືອກຕັ້ງແບບປະຊາທິປະໄຕຂອງທ່ານນາງອອງຊານ ຊູຈີ ເປັນເທື່ອທຳອິດທີ່ໄດ້ສົ່ງຜູ້ຕາງໜ້າລະດັບສູງໄປຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຢູ່ເມືອງປະຫວັດສາດຫຼວງພະບາງຂອງລາວ,” ອີງຕາມລາຍງານຂອງອົງການຂ່າວເອພີ.
ແຕ່ຢ່າງໃດກໍຕາມ, ທ່ານເຈສັນ ທາວເວີ (Jason Tower), ຫົວໜ້າຫ້ອງການ ມຽນມາ ຢູ່ສະຖາບັນສັນຕິພາບຂອງສະຫະລັດ ປະຈໍາຢູ່ບາງກອກ ເວົ້າວ່າການທີ່ທ່ານອາລຸນແກ້ວ ບໍ່ໄດ້ພົບພຽງແຕ່ລັດຖະບານທະຫານເທົ່ານັ້ນ ແຕ່ຍັງໄດ້ພົບ ກັບຝ່າຍຕໍ່ຕ້ານລັດລັັດຖະບານເຊັ່ນລັັດຖະບານສາມັກຄີຊາດ ຫລື NUG ແລະ ກຸ່ມການຈັດຕັ້ງປະກອບອາວຸດຂອງຊົນເຜົ່າຕ່າງໆ ຂອງມຽນມາແຕ່ຫົວທີ ເຊັ່ນນີ້ ແມ່ນເປັນສິ່ງທີ່ດີ. ພ້ອມກັນນັ້ນການທີ່ລາວກໍໄດ້ຮັບການຊ່ວຍເຫລືອຈາກສະມາ ຊິກໃນກຸ່ມອາຊຽນ ໂດຍສະເພາະແມ່ນອິນໂດເນເຊຍ ທີ່ເປັນປະທານອາຊຽນ ປີ 2023 ແລະ ມາເລເຊຍ ທີ່ຈະເປັນປະະທານວຽນອາຊຽນໃນປີໜ້າ ກໍເປັນຂໍ້ສະ ດວກສໍາລັບລາວເຊັ່ນກັນ ແຕ່ວ່າ ການທີ່ຈະເຮັດໃຫ້ບັນຫານີ້ຄືບໜ້າຂຶ້ນໄດ້ ມັນ ກໍຍັງເປັນ ການຍາກຢູ່, ຊຶ່ງທ່ານກ່າວວ່າ:
“ຂະນະນີ້, ຂ້າພະເຈົ້າຄິດວ່າ ໃນຂະນະທີ່ປະເທດລາວມີໂອກາດ ແລະກໍມີຄົນ ສະເໜີໃຫ້ການຊ່ວຍເຫລືອດ້ານຊັບພະຍາກອນຕ່າງໆ ຢ່າງຫຼວງຫລາຍ ໃນຫັ້ນ ແຕ່ລາວ ກໍກໍາລັງປະເຊີນໜ້າກັບບັນຫາທ້າທາຍທີ່ນັບມື້ນັບຫຼາຍຂຶ້ນໃນມຽນມາ.”
ທ່ານໃຫ້ຄໍາເຫັນຕໍ່ໄປໂດຍຜ່ານທາງອີເມລຫາພວກເຮົາວ່າ:
“ການທີ່ລັດຖະບານທະຫານມຽນມາຕົກລົງສົ່ງຕົວແທນທີ່ບໍ່ແມ່ນດ້ານການເມືອງເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນນັ້ນ ມັນສະທ້ອນໃຫ້ ເຫັນເຖິງຄວາມອ່ອນແອຂອງຝ່າຍທະຫານຫຼາຍກວ່າສັນຍານບົ່ງບອກຄວາມຄືບໜ້າ. ໂດຍທີ່ລັດຖະບານທະະຫານປະສົບກັບຄວາມລົ້ມແຫຼວຊ້ຳແລ້ວຊ້ຳແລ້ວຊ້ຳອີກ ໃນສະໜາມລົບ ແລະໂດຍທີ່ມີຈີນໄດ້ເຂົ້າມາມີສ່ວນຮ່ວມຫຼາຍຂຶ້ນໃນການພະຍາຍາມທີ່ຈະສົ່ງອິດທິພົນຕໍ່ແນວໂນ້ມຂອງຄວາມຂັດແຍ້ງໃຫ້ເປັນໄປໃນທິດທາງທີ່ເອື້ອອໍານວຍຜົນປະໂຫຍດດ້ານຍຸດທະສາດພູມສາດຂອງປະເທດດັ່ງກ່າວ ໃຫ້ແກ່ຕົນເອງ, ມັນເຮັດໃຫ້ບົດບາດຂອງອາຊຽນໃນການຕອບໂຕ້ຕໍ່ວິກິດການນີ້ ຍິ່ງມີຄວາມບໍ່ຈະແຈ້ງຫຼາຍຂຶ້ນ ແລະອາດຈະຖືກຈໍາກັດຫຼາຍກວ່າຊໍ້າ ໃນການແກ້ໄຂຜົນກະທົບຂອງມັນຕໍ່ພາກພື້ນ ແລະຕໍ່ໂລກ. ເລື້ອງນີ້ລວມມີການແກ້ໄຂອິດທິພົນຢ່າງຕໍ່ເນື່ອງຂອງນັກກໍ່ອາດຊະຍາກໍາຂ້າມຊາດທີ່ພົວພັນກັບການຄ້າມະນຸດ, ການຫລອກລວງ ແລະການສໍ້ໂກງທາງອອນລາຍ ໂດຍສະເພາະແມ່ນຕາມຊາຍແດນຂອງມຽນມາກັບໄທ ແລະລາວ.”
ຂະນະດຽວກັນທ່ານແວລສ໌-ແດງກໍໃຫ້ຂໍ້ສະຫລຸບວ່າ ໃນຕະຫລອດສາມປີຜ່ານ ມານີ້ກຸ່ມອາຊຽນໄດ້ພະຍາຍາມທີ່ສຸດ ແຕ່ກໍບໍ່ປະສົບຜົນສໍາເລັດໄດ້ໃນການແກ້ ໄຂວິກິດການໃນມຽນມາ ທັງນີ້ກໍເພາະວ່າ “ເປັນຍ້ອນບັນຫາຂອງມຽນມາສັບ ສົນຫຼາຍ ແລະທັງເປັນຍ້ອນໂຄງສ້າງແລະວີທີການດໍາເນີນງານຂອງອາຊຽນເອງ ອີກດ້ວຍ.” ສະນັ້ນລາວ ໃນນາມປະ ທານຂອງອາຊຽນປີນີ້ ກໍຄົງຍັງບໍ່ສາມາດ ສ້າງຄືບໜ້າໃນການແກ້ໄຂບັນຫານີ້ໄດ້ພໍເທົ່າໃດ ເພາະການທີ່ຈະເອົາຝ່າຍທະ ຫານ ແລະກຸ່ມຝ່າຍຄ້ານເຂົ້າມາຫາກັນແມ່ນຍາກເກີນກວ່າຄວາມສາມາດຂອງ ອາຊຽນຈະເຮັດໄດ້.