ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວສະ
ແດງຄວາມຍິນດີ ຕໍ່ປະທານາທິບໍດີ ມຽນມາ ທ່ານ ຕຽນ ຊຽນ
ສຳລັບ “ການເລືອກຕັ້ງຄັ້ງປະວັດສາດ ທີ່ເສລີ ແລະຍຸດຕິທຳ”
ຂອງປະເທດຂອງທ່ານ ອີງຕາມເຈົ້າໜ້າທີ່ຂອງມຽນມາ.
ປະທານາທິບໍດີໂອບາມາ ໄດ້ສື່ສານຂໍ້ຄວາມດັ່ງກ່າວ ໃນລະ
ຫວ່າງ ການໂທລະສັບໄປລົມກັບຄູ່ຕຳແໜ່ງມຽນມາຂອງທ່ານ
ໃນວັນພຸດວານນີ້ ຊຶ່ງລັດຖະມົນຕີຖະແຫລງຂ່າວ ຂອງມຽນມາ
ທ່ານ Ye Htut ໄດ້ກ່າວໃນໜ້າ Facebook ຂອງທ່ານໃນວັນ
ພະຫັດມື້ນີ້.
ຜູ້ນຳພັກຝ່າຍຄ້ານ ທ່ານນາງ Aung San Suu Kyi ແລະ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NLD ຂອງມຽນມາ ໄປຢ້ຽມຢາມ ສະຖານີ ໜ່ວຍເລືອກຕັ້ງ ໃນເມືອງນ້ອຍ Kawhmu, ນະຄອນ Yangon, ວັນທີ 8 ພະຈິກ 2015.
ທຳນຽບຂາວ ຍັງບໍ່ໄດ້ເຜີຍແຜ່ຖະແຫລງການກ່ຽວກັບການສົນທະນາທາງໂທລະສັບນັ້ນ ແຕ່ເຈົ້າໜ້າທີ່ສະຫະລັດ ກ່ອນໜ້ານີ້ ໄດ້ເອີ້ນການເລືອກຕັ້ງໃນວັນອາທິດຜ່ານມາ ວ່າເປັນ
“ບາດກ້າວທີ່ເດີນໄປຂ້າງໜ້າ” ສຳຫລັບປະເທດໃນເອເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນ.
ໃນຂະນະທີ່ ຜົນຂອງການເລືອກຕັ້ງ ສືບຕໍ່ຄ່ອຍໆເຂົ້າມາ ຜູ້ນຳພັກຝ່າຍຄ້ານ ທ່ານນາງ
Aung San Suu Kyi ແລະ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NLD ກໍ
ປາກົດວ່າ ຈະໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໄປເລື້ອຍໆ.
ປະທານາທິບໍດີ ມຽນມາ ທ່ານ Thein Sein ຍົກມືທັກທາຍ ຂະນະທີ່ອອກມາຈາກ ໜ່ວຍເລືອກຕັ້ງ ຫຼັງຈາກທີ່ໄດ້ປ່ອນບັດລົງຄະແນນສຽງ ໃນນະຄອນຫຼວງ Naypyidaw ເມື່ອວັນທີ 8 ພະຈິກ 2015.
ຜົນຫຼ້າສຸດຕ່າງໆ ຈາກສະຫະພັນຄະນະກຳມະການເລືອກຕັ້ງ ສະແດງໃຫ້ເຫັນວ່າ ພັກ
NLD ໄດ້ຊະນະ 196 ບ່ອນນັ່ງ ຈາກຈຳນວນ 243 ບ່ອນນັ່ງ ຫລືຫຼາຍກວ່າ 80 ເປີເຊັນ
ຂອງຜົນການເລືອກຕັ້ງທີ່ໄດ້ປະກາດ ເປັນຕົ້ນມາ ສຳຫລັບສະພາຕໍ່າ. ພັກ NLD ແມ່ນ
ຍັງນຳໜ້າໄກຫຼາຍ ຢູ່ໃນສະພາສູງ ໂດຍໄດ້ຊະນະ 95 ບ່ອນນັ່ງ ຈາກຈຳນວນ 116 ບ່ອນນັງ ທີ່ໄດ້ປະກາດອອກໄປແລ້ວໃນຕອນນີ້.
ບັນດາອາສາສະໝັກ ນັບບັດລົງຄະແນນສຽງ ຢູ່ທີ່ ສະຖານີໜ່ວຍເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງໃຫຍ່ທົ່ວປະເທດ ຢູ່ທີ່ກາງນະຄອນ Yangon, ວັນທີ 8 ພະຈິກ 2015.