ລັດຖະບານເງົາ ຂອງມຽນມາ ປະກາດວ່າ ຈະເຮັດ "ສົງຄາມປ້ອງກັນ" ຊຶ່ງໝາຍເຖິງ ການລຸກຂຶ້ນຈັບອາວຸດຕໍ່ຕ້ານ

ທະຫານເຂົ້າຮ່ວມການສວນສະໜາມ ໃນວັນກອງທັບ ທີ່ນະຄອນຫລວງເນປິດໍ, ປະເທດມຽນມາ. ວັນທີ 27 ມີນາ, ປີ 2021.

ລັດຖະບານເງົາຂອງມຽນມາໄດ້ປະກາດວ່າ ຈະເຮັດ “ສົງຄາມປ້ອງກັນ” ໃນວັນອັງຄານແລ້ວນີ້ ທີ່ພວກນັກວິເຄາະໄດ້ມອງວ່າ ເປັນການຮຽກຮ້ອງໃຫ້ລຸກຂຶ້ນຈັບອາວຸດຕໍ່ຕ້ານລັດຖະບານຜະເດັດການ ທີ່ເຂົ້າຢຶດຄອງປະເທດໃນເວລານີ້.

ລັດຖະບານເອກະພາບແຫ່ງຊາດ ຫລື NUG ໄດ້ກໍ່ຕັ້ງຂຶ້ນໃນຖານະລັດຖະບານເງົາ ຫລັງຈາກການເຮັດລັດຖະປະຫານ ຂອງພວກທະຫານ ຈາກກອງທັບແຫ່ງຊາດມຽນມາ. ລັດຖະບານ NUG ເປັນກຸ່ມຕໍ່ຕ້ານຫລັກ, ເຊິ່ງລວມມີ ນັກການ ເມືອງທີ່ຖືກຂັບໄລ່ອອກຈາກອໍານາດ ທີ່ມາຈາກການເລືອກຕັ້ງແລະບັນດາສະມາ ຊິກສະພາແຫ່ງຊາດ ທີ່ອ້າງວ່າ ເປັນລັດຖະບານທີ່ຖືກຕ້ອງຕາມກົດໝາຍ.

ຫລັງຈາກຜູ້ຮັກສາການປະທານາທິບໍດີຂອງລັດຖະບານ NUG ທ່ານດູວາ ລາຊິ ລາ (Duwa Lashi La) ໄດ້ຮຽກຮ້ອງ ຜ່ານທາງວີດີໂອໃຫ້ມີການລຸກຮືຂຶ້ນໃນທົ່ວປະເທດ, ກໍມີລາຍງານວ່າ ລັດຖະບານຖະຫານໄດ້ເພີ້ມກອງກໍາລັງຮັກສາຄວາມປອດໄພ ຢູ່ທີ່ນະຄອນຫລວງຢ້າງກຸ້ງ.

ປະເທດມຽນມາໄດ້ຕົກຢູ່ໃນພາວະວິກິດ ນັບຕັ້ງແຕ່ລັດຖະບານທະຫານເຂົ້າຢຶດ ອໍານາດ ອັນໄດ້ກະຕຸ້ນໃຫ້ເກີດການຕໍ່ຕ້ານຢ່າງກວ້າງຂວາງ. ພວກທະຫານໄດ້ໂຄ່ນລົ້ມພັກສັນຕິບາດແຫ່ງຊາດເພື່ອປະຊາທິປະໄຕ, ເຊິ່ງເປັນລັດຖະບານທີ່ມາຈາກການເລືອກຕັ້ງຕາມລະບອບປະຊາທິປະໄຕ, ແລະຍັງຄຸມຂັງທ່ານນາງອອງ ຊານ ຊູ ຈີ ຜູ້ນໍາຂອງພັກດັ່ງກ່າວ.

ການປະທ້ວງໃນທົ່ວປະເທດເກີດຂຶ້ນໂດຍມີຜູ້ຄົນຫລາຍແສນຄົນຕໍ່ຕ້ານລະບອບການປົກຄອງຂອງທະຫານແລະການນັດຢຸດງານ, ເຊິ່ງນໍາໂດຍການເຄື່ອນໄຫວຂອງພົນລະເຮືອນທີ່ບໍ່ເຊື່ອຟັງ ຫລື CMD ຍັງຢູ່ຕໍ່ມາໃນເວລານີ້.

ອ່ານຂ່າວນີ້ເປັນພາສາອັງກິດ