ຄະນະເຈົ້າໜ້າທີ່ ຈາກຫ້ອງການໄອຍະການ ສານອາຍາສາກົນ ພວມຢູ່ໃນບັງກລາແດັສ
ເພື່ອເລີ້ມການສືບສວນ ກ່ຽວກັບການກ່າວຫາ ໃນການກໍ່ອາຊະຍາກຳຕໍ່ຊາວໂຣຮິງຢາ
ຊຶ່ງເປັນຊົນກຸ່ມນ້ອຍຈາກມຽນມາ.
ໂຄສົກຈາກຫ້ອງການໄອຍະການ ກ່າວວ່າ ຄະນະສືບສວນຈະພາກັນໄປເບິ່ງສູນອົບພະ
ຍົບແຫ່ງຕ່າງໆແລະເກັບກຳຫຼັກຖານ ທີ່ແນໃສ່ເພື່ອຢາກຮູ້ຄວາມຈິງໂດຍບໍ່ມີໃຜຄວບຄຸມ
ກ່ຽວກັບວ່າແມ່ນຫຍັງໄດ້ເກີດຂຶ້ນກັບພວກອົບພະຍົບຫຼາຍໆພັນຄົນ.
ທ່ານພາຄີໂຊ ໂມຊັອກໂຊໂກ (Phakiso Mochochoko) ຜູ້ອຳນວຍການທີ່ຮັບຜິດ
ຊອບໃນວຽກງານການເກັບກຳແລະການຮ່ວມມື ຂອງຫ້ອງການໄອຍະການສານອາຍາ
ສາກົນ ກ່າວວ່າ“ມັນຈະເປັນຂັ້ນຕອນທີ່ເປັນອິດສະຫຼະ ເປັນກາງ ບໍ່ເຂົ້າຂ້າງອອກຂາ
ແລະຍຸຕິທຳ ທີ່ມີຈຸດປະສົງແນໃສ່ເພື່ອຕັດສິນວ່າແມ່ນຫຍັງຄືຄວາມຈິງແລະເພື່ອເປີດ
ເຜີຍຄວາມຈິງວ່າແມ່ນຫຍັງໄດ້ເກີດຂຶ້ນແທ້ໂດຍມີຈຸດປະສົງຈະນຳເອົາຄວາມເປັນທຳ
ມາໃຫ້ແກ່ພວກເຄາະຮ້າຍໃນການກໍ່ອາຊະຍາກຳຕໍ່ຊາວໂຣຮິງຢາ.”
ໃນການຖະແຫຼງຂ່າວທີ່ນະຄອນດາກາ ໃນວັນອັງຄານວານນີ້ ທ່ານໂມຊັອກໂຊໂກ ຂໍ
ຮ້ອງໃຫ້ມຽນມາ ຮ່ວມມືກັບຄະນະສືບສວນ.
ທ່ານໂມຊັອກໂຊໂກ ກ່າວຕໍ່ວີໂອເອວ່າ ຄະນະສືບສວນຈະອອກຈາກບັງກລາແດັສໃນ
ວັນພະຫັດເພື່ອເດີນທາງໄປນະຄອນເຮກ ບ່ອນທີ່ສານອາຍາສາກົນຈະທົບທວນເບິ່ງ
ແຜນການເກັບກຳຄຳໃຫ້ການແລະຫຼັກຖານ.ທ່ານໂມຊັອກໂຊໂກ ກ່າວຕື່ມວ່າ ການສືບ
ສວນຈະໃຊ້ເວລາ.ໃນເດືອນແລ້ວນີ້ ສານອາຍາສາກົນໄດ້ຕັດສິນວ່າ ມຽນມາຕ້ອງໄດ້
ເອົາບາດກ້າວເພື່ອປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງເພີ້ມຕື່ມ ຕໍ່ພວກຊາວໂຣຮິງຢາ ທີ່
ຍັງເຫຼືອຢູ່ພາຍໃນປະເທດມຽນມາເວລານີ້.
A team for the International Criminal Court's Office of the Prosecutor is in Bangladesh to launch
an investigation into alleged crimes against humanity committed against Rohingya people from Myanmar.
A spokesman for the ICC's prosecutor's office says investigators will be visiting refugee camps and collecting
evidence with the aim of getting the unbridled truth about what happened to the thousands of displaced
Phakiso Mochochoko, director of the Jurisdiction, Complementary and Cooperation Division of the ICC office of the prosecutor
" It is going to be an independent, impartial, objective and fair process whose aim is to determine the truth or to uncover the truth of what actually happened, with a view to bring justice to the victims of the crimes on the Rohingyas."