ຜູ້ພິພາກສາຄົນນຶ່ງໃນມຽນມາ ໄດ້ຕັດສິນໃນວັນຈັນມື້ນີ້ວ່າ ນັກຂ່າວຈາກອົງການຂ່າວ
ຣອຍເຕີສອງຄົນ ຈະປະເຊີນໜ້າກັບການດຳເນີນຄະດີ ໃນຂໍ້ກ່າວຫາຝ່າຝືນກົດໝາຍ
ລັບຂອງປະເທດ ໂດຍລາຍງານວິກິດການໂຣຮິງຢາ. ການຕັດສິນດັ່ງກ່າວໄດ້ເກີດຂຶ້ນ
ຫຼັງຈາກຫຼາຍເດືອນ ຂອງການຮັບຟັງຂັ້ນຕົ້ນ.
ທ່ານວາ ໂລນ ອາຍຸ 32 ປີ ແລະທ່ານກີຢໍ ໂຊ ໂອ ອາຍຸ 28 ປີ ໄດ້ຖືກກ່າວຫາວ່າຝ່າ
ຝືນຄວາມລັບທາງການ ທີ່ນຳໄປສູ່ການລົງໂທດເປັນເວລາ 14 ປີຢູ່ໃນຄຸກ.
ປະທານອົງການຂ່າວຣອຍເຕີ ແລະຫົວໜ້າບັນນາທິການ ທ່ານສະແຕັບເຝັນ ເອດເລີ
ກ່າວຢູ່່ໃນຖະແຫຼງການວ່າ “ພວກເຮົາຜິດຫວັງທີ່ສຸດທີ່ສານໄດ້ປະຕິເສດເຮັດໃຫ້ການ
ປ້ອງກັນສິ້ນສຸດລົງ ແລະການດຳເນີນທີ່ບໍ່ມີເຫດຜົນຕ້ານ ທ່ານວາ ໂລນ ແລະທ່ານກິຢໍ
ໂຊ ໂອ. ພວກນັກຂ່າວເຫລົ່ານີ້ ປະຕິບັດໜ້າທີ່ເຂົາເຈົ້າ ຢ່າງເປັນເປັນອິດສະຫຼະ ແລະ
ບໍ່ໄດ້ເຂົ້າຂ້າງອອກຂາທາງໃດ ແລະບໍ່ມີຄວາມຈິງ ຫຼື ຫລັກຖານທີ່ສະເໜີໃຫ້ເຫັນວ່າ
ເຂົາເຈົ້າກະທຳຄວາມຜິດໃດໆ ຫຼືຝ່າຝືນກົດໝາຍ.”
ພວກນັກຂ່າວພາກັນເດີນປະທ້ວງຮ້ອງໃຫ້ມີລາຍງານຂ່າວຢ່າງເລລີ ໃນນະຕອນຢາງກຸ້ງ ປະເທດມຽນມາ ທີ 7 ມັງກອນ 2014.
ທັງສອງຄົນໄດ້ຖືກກັກຂັງມາ ນັບແຕ່ເຂົາເຈົ້າໄດ້ຖືກຈັບແຕ່ເດືອນທັນວາ ທີ່ຜ່ານມາ
ແລະໄດ້ຖືກກ່າວຫາວ່າ ເຮັດໃຫ້ເອກກະສານທີ່ສຳຄັນຮົ່ວໄຫຼ ໃນການທັບມ້າງຂອງທະ
ຫານຢູ່ໃນວິກິດການໃນລັດຣາຄາຍ ທີ່ເປັນບ້ານເຮືອນຂອງຊາວມຸສລິມໂຣຮິງຢາທີ່ເປັນປະຊາຊົນເຜົ່ານ້ອຍ.
ນັກຂ່າວທັງສອງໄດ້ພົບປະກັບເຈົ້າໜ້າທີ່ຕຳຫຼວດສອງຄົນ ທີ່ເຂົາເຈົ້າກ່າວວ່າ ເຂົາເຈົ້າ
ບໍ່ເຄີຍພົບພໍ້ມາກ່ອນໃນພາກເໜືອຂອງນະຄອນຢ່າງກຸ້ງ. ຕໍ່ມາພວກຜູ້ຊາຍດັ່ງກ່າວໄດ້
ບອກຍາດຕິພີ່ນ້ອງວ່າ ບໍ່ດົນຫຼັງຈາກເຂົາເຈົ້າໄດ້ເອົາເອກກະສານຈຳນວນນຶ່ງໃຫ້ ເຂົາ
ເຈົ້າກໍໄດ້ຖືກຈັບເກືອບວ່າທັນທີ່.
ຕຳຫຼວດຢືນຍາມຢູ່ສານ ບ່ອນທີ່ ທ່ານວາ ໂລນ ແລະທ່ານກີຢໍ ໂຊ ໂອ ກຳລັຖືກດຳເນີນຄະດີ ໃນການກ່າວຫາວ່າຝ່າຝືນຄວາມລັບທາງການ.
ການກັກຂັງພວກເຂົາເຈົ້າ ໄດ້ເຮັດໃຫ້ເກີດມີການຮ້ອງໂຮຈາກບັນດາກຸ່ມສິດທິມະນຸດ
ສາກົນ.
ທ່ານແອດເລີ ກ່າວວ່າ ການຕັດສິນຂອງສານໃນວັນຈັນ “ໄດ້ສົ່ງຄວາມສົງໄສທີ່ຮ້າຍ
ແຮງຕໍ່ ຄວາມໝັ້ນໝາຍຂອງມຽນມາທີ່ມີຕໍ່ເສລີພາບຂ່າວສານ ແລະກົດລະບຽບຂອງ
ກົດໝາຍ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Myanmar Journalists