ລັດຖະບານໄທກ່າວວ່າ ເລີ້ມມີການສໍາພາດພວກອົບພະຍົບຊາວມຽນມາ ທີ່ອາໄສຢູ່ໃນປະເທດໄທ ກ່ຽວກັບຜູ້ມີສິດສໍາລັບໂຄງການຍົກຍ້າຍໄປຕັ້ງຖິ່ນຖານໃຫມ່ຢູ່ສະຫະລັດ.
ໄທກ່າວໂດຍຫວັງວ່າ ກຸ່ມທຳອິດອາດຈະຖືກຍົກຍ້າຍອອກໄປພາຍໃນທ້າຍປີນີ້.
ຊາວອົບພະຍົບດັ່ງກ່າວ ປະມານ 90,000 ຄົນທີ່ອາໄສຢູ່ສູນອົບພະຍົບທັງໝົດ 9 ແຫ່ງຕັ້ງຢູ່ບໍລິເວນຊາຍແດນໃນຝັ່ງໄທ ທີ່ພາກັນໜີຈາກການສູ້ລົບລະຫວ່າງກອງທັບຂອງມຽນມາ ແລະກອງກຳລັງຕໍ່ຕ້ານຊົນເຜົ່າກຸ່ມນ້ອຍ ທີ່ຕໍ່ສູ້ເພື່ອອິດສະຫຼະພາບຂອງຕົນ. ຊາວອົບພະຍົບຈໍານວນນຶ່ງເກີດຢູ່ໃນສູນລີ້ໄພ, ເຊິ່ງໄດ້ເລີ້ມຕັ້ງຂຶ້ນແຕ່ກາງຊຸມປີ 1980, ແລະຈໍານວນອີກຫຼາຍຄົນ ກໍໄດ້ອາໄສຢູ່ທີ່ນັ້ນ ເປັນເວລາຫຼາຍທົດສະວັດ.
ການສູ້ລົບກັນຢ່າງຕໍ່ເນື່ອງຢູ່ໃນມຽນມາ, ໄດ້ຂະຫຍາຍໂຕຂຶ້ນໂດຍການກໍ່ລັດຖະປະຫານຂອງທະຫານ ໃນເດືອນກຸມພາ ປີ 2021, ອັນໄດ້ເຮັດໃຫ້ພວກຜູ້ອົບພະຍົບສ່ວນໃຫຍ່ ບໍ່ສາມາດກັບຄືນປະເທດໄດ້.
ອໍາເພີແມ່ສອດ ເປັນອີກແຫ່ງນຶ່ງໃນຈໍານວນ 9 ສູນອົບພະຍົບໃນປະເທດໄທ ທີ່ເປັນບ່ອນຢູ່ອາໄສສໍາລັບຊາວອົບພະຍົບຈາກມຽນມາ
ເປົ້າໝາຍແມ່ນເພື່ອເຮັດໃຫ້ຊາວຜູ້ອົບພະຍົບ ເດີນທາງອອກຈາກສູນດັ່ງກ່າວດ້ວຍຄວາມປອດໄພ, ເຊິ່ງ ໄທ, ສະຫະລັດ ແລະ ອົງການຂ້າຫຼວງໃຫຍ່ເພື່ອຊາວອົບພະຍົບຂອງສະຫະປະຊາຊາດ ຫຼື UNHCR ໄດ້ປະກາດແຜນການຍົກຍ້າຍຖິ່ນຖານໃໝ່ໃນເດືອນພຶດສະພາ ປີ 2023.
ໃນໄລຍະນຶ່ງປີຜ່ານມານີ້, ກະຊວງພາຍໃນຂອງໄທ ກ່າວວ່າ ລັດຖະບານໄທ ແລະ ອົງການ UNHCR ໄດ້ສຳເລັດການກວດກາຂໍ້ມູນສ່ວນບຸກຄົນຂອງບັນດາຊາວອົບພະຍົບ ເພື່ອພິສູດການມີສິດເຂົ້າຮ່ວມໃນໂຄງການດັ່ງກ່າວ, ເຊິ່ງມີຊາວອົບພະຍົບຫຼາຍກວ່າ 80,000 ຄົນ ຖືວ່າມີສິດ, ແລະເກືອບວ່າ ທັງໝົດນັ້ນ ໄດ້ບອກຕໍ່ບັນດາເຈົ້າໜ້າທີ່ ວ່າ ພວກເຂົາຕ້ອງການທີ່ຈະຍົກຍ້າຍໄປຕັ້ງຖິ່ນຖານໃໝ່.