ປ. ມຽນມາ ແລະ ທ່ານນາງ ອອງຊານ ຊູຈີ ຢ້ຽມຢາມ ສປປ ລາວ

ປະທານາທິບໍດີມຽນມາ ທ່ານ Htin Kyaw (ຂວາ) ແລະທ່ານນາງ ອອງຊານ ຊູຈີ (ເສື້ອຂຽວ) ພວມຂຶ້ນເຮືອບິນ ໄປຢ້ຽມຢາມ ສປປ ລາວ.

ປະທານາທິບໍດີ​ມຽນມາ ທ່ານ Htin Kyaw ​ເດີນທາງ​ໄປ​ຢ້ຽມຢາມ ສປປ ລາວ ​ໃນ​ວັນ​ສຸກ ມື້ນີ້ຊຶ່ງ​ເປັນ​ການ​ຢ້ຽມຢາມ​ຕ່າງປະ​ເທດຢ່າງ​ເປັນ​ທາງ​ການ​ເທື່ອ​ທຳ​ອິດ ພ້ອມ​ດ້ວຍຜູ້ນຳທີ່ ແທ້ຈິງແລະທີ່ປຶກສາຂອງລັດຖະບານທ່ານ​ນາງ​ອອງຊານ ຊູ​ຈີໂດຍໄດ້ພົບປະກັບປະທານ ປະເທດ ສປປ ລາວ ທ່ານບຸນຍັງ ວໍລະຈິດ ຢູ່ທີ່ທຳນຽບປະທານປະເທດໃນນະຄອນຫຼວງ ວຽງຈັນ.

ການຢ້ຽມຢາມໃນຄັ້ງນີ້ ແມ່ນການຢ້ຽມຢາມຕ່າງປະເທດເທື່ອທຳອິດສຳລັບທັງທ່ານ Htin Kyaw ​ແລະ​ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້ນຳ​ຂອງ​ພັກ​ສັນນິບາດ​ແຫ່ງຊາດ​ເພື່ອ​ປະຊາທິປະ​ໄຕ ນັບຕັ້ງ​ແຕ່​ລັດຖະບານ​ຊຸດ​ໃໝ່​ຂອງ​ມຽນມາ​ ທີ່​ຈັດຕັ້ງຂຶ້ນ​ໂດຍພັກ​ດັ່ງກ່າວ ​ເຂົ້າກຳ​ອຳ ນາດ​ໃນ​ເດືອນ​ເມສາຫຼັງ​ຈາກ​ໄດ້​ຮັບ​ໄຊຊະນະ​ຢ່າງຖ້ວມ​ລົ້ນ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ເມື່ອ ເດືອນ​ພະຈິກ​ປີ​ກາຍ.

ຖະ​ແຫຼງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສປປ ລາວ​ກ່າວວ່າ ທັງ​ສອງ​ຝ່າຍຕົກລົງ​ກັນ ທີ່​ຈະ​ລົງ​ເລິກ ​ໃນ​ກາ​ນຮ່ວມ​ມື​ທາງ​ດ້ານ​ການ​ຄ້າ ການ​ລົງທຶນ ການ​ສຶກສາ ​ແລະ​ທ່ອງ​ທ່ຽວ ​ແລະ​ຈະ​ເຮັດ​ວຽກ​ໄປ​ສູ່​ການ​ສ້າງຕັ້ງການ​ເປີດ​ຖ້ຽວ​ບິນ​ໂດຍ​ກົງລະຫວ່າງ​ປະ​ເທດ​ທັງ​ສອງ.

ນອກ​ນັ້ນ ຖະ​ແຫຼງການ​ຍັງ​ເວົ້າວ່າ ທັງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້ຊົມ​ເຊີຍ​ ການ​ຮ່ວມມື​ໃນ​ໄລຍະ​ຜ່ານ​ມາ ​ແລະ​ຮັບ​ຮູ້​ວ່າປະ​ເທດ​ທັງ​ສອງ​ແມ່ນ​ມີ​ຄວາມ​ເຫັນ​ຮ່ວມ​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ທັງ​ໃນ​ລະດັບ​ພູມີພາກ​ແລະ​ລະດັບໂລກ.

ການ​ຢ້ຽມຢາມ​ເປັນ​ເວລາ​ນຶ່ງ​ມື້ດັ່ງກ່າວ​ນີ້ ​ແມ່ນ​ຍັງ​ຈະ​ຮວມທັງ ​ການ​ພົບ​ປະ​ກັບ​ນາຍົກລັດ ຖະມົນຕີ​ຂອງ ສປປ ລາວ ພ້ອມ​ທັງ​ໄປ​ຢ້ຽມຢາມ​ສະຖານ​ທີ່​ຕ່າງໆ​ໃນ​ນະຄອນ​ຫລວງ​ວຽງ​ຈັນ.

​ໃນ​ປັດຈຸບັນ​ນີ້ ສປປ ລາວ​ແມ່ນ​ເປັນ​ປະທານ​ຂອງ​ສະມາຄົມ​ອາ​ຊ່ຽນ ຊຶ່ງ​ປະ​ເທດມຽນມາ​ເອງ​ກໍ​ເປັນ​ສະມາຊິກ.