ປ. ມຽນມາ ປະຕິເສດວ່າ ບໍ່ໄດ້ເກີດ ຄວາມວຸ້ນວາຍ ດ້ານ ຊົນເຜົ່າ

ທ່ານ Than Lwin Htun ຫົວໜ້າພະແນກ ພາສາມຽນມາ ຂອງວີໂອເອ ສຳພາດພິເສດ ກັບ ປະທານາທິບໍດີມຽນມາ ທ່ານ Thein Sein

ຢູ່​ໃນ​ການ​ສຳ​ພາດພິ​ເສດ​ ກັບວີ​ໂອ​ເອ ພະ​ແນ​ກພາສາ​ມຽນມາ
ປະທານາທິບໍດີ Thien Sein ​ໄດ້​ປະຕິ​ເສດ​ຢ່າງ​ແຮງ ​ກ່ຽວກັບ
ການ​ປະ​ຫັດ​ປະຫານທີ່​ພົວພັນ​ກັບ​ປະຊາຄົມຊາວມຸສລິ​ມໂຣຮິງ
ຢາ ຊຶ່ງເປັນຊົນກຸ່ມນ້ອຍໃນມຽນມານັ້ນ​.

ທ່ານ Thien Sein ​ໄດ້​ກ່າວ​ຕໍ່ ຫົວໜ້າ​ພະ​ແນ​ກພາສາ​ມຽນມາ
ຂອງວີໂອເອ ທ່ານ Than Lwin Htun ​ໃນ​ວັນ​ພະຫັດ​ທີ່​ຜ່ານ
​ມາ ຢູ່​ທຳນຽບປະທານາທິບໍດີ ໃນນະຄອນຫລວງ Naypyitaw
ວ່າ “ຄວາມ​ເປັນ​ຫ່ວງ​ຂອງ​ນາໆ​ຊາດ​ກ່ຽວ​ກັບ​ເລື້ອງ​ນີ້ແມ່ນເກີນ
​ຂອບ​ເຂ​ດໂພດ”.

ທ່ານກ່າວ​ວ່າ ມັນ​ພຽງ​ແຕ່ເປັນ​ “​ເລື້ອງ​ຂອງ​ສື່​ມວນ​ຊົນ ທີ່ວ່າຜູ້​ຄົນພາກັນ​ຫລົບໜີ​ຈາກ​ການ​ທໍລະມານ.”

ການໃຫ້ຄວາມເຫັນຂອງປະທານາທິບໍດີ ແມ່ນ​ກົງກັນຂ້າມ​ກັບ ລາຍ​ງາ​ນຂອງ ສະຫະ​ປະ
ຊາ​ຊາດ ທີ່​ກ່າວ​ວ່າ ມີຊາວໂຣຮິງຢາ​ເກືອບ 140,000 ຄົນຍັງ​ບໍ່ມີ​ບ່ອນອາ​ໄສຢູ່ ​ໃນ​ສູນ​ກັກ​
ຂັງ​ຕ່າງໆ ຫລັງ​ຈາກໄດ້ເກີດການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ ກັບ​ຊາວ​ພຸດ ໃນເຂດ​ທ້ອງ​ຖິ່ນ
​ເມື່ອ​ປີ 2012. ຫລາຍ​ກວ່າ 100,000 ຄົນ​ໄດ້​ຫລົບໜີ​ຈາກມຽນມາໂດຍ​ທາງ​ເຮືອ​ໄປ​ສູ່ມາ
ເລ​ເຊຍ ​ແລະ​ໄທ.

ບັນດາ​ກຸ່ມ​ສິດທິ​ມະນຸດ ກ່າວ​ວ່າ ສະມາຊິກ​ສ່ວນ​ໃຫຍ່​ຂອງຊົນ​ກຸ່ມນ້ອຍ ແມ່ນ ໄດ້ຖືກຈຳ
ກັດຮັດແຄບຢ່າງເຄັ່ງຂັດ ​ໃນ​ທຸກໆ​ດ້ານ​ຂອງ​ຊີ​ວິດ ຮວມທັງ​ການ​ສຶກສາ ​ແລະ​ການ​ແຕ່ງ
ງານນຳດ້ວຍ.

ບັນຫາ​ການ​ເມືອງຢູ່​ໃນ​ມຽນມາ ກໍເປັນ​ເລື່ອງນອງນັນຄືກັນ​ກັບການ​ຂັດ​ແຍ້​ງຂອງ ພວກ​
ຊົນເຜົ່າ​ຕ່າງໆ ທີ່ຍັງດຳເນີນໄປ​ ໃນ​ປະ​ເທດ​ທີ່ຍັງບອບບາງຢູ່.

ບັນດາ​ຜູ້​ຕິຕຽນລັດຖະບານກ່າວ​ວ່າ ມັນ​ພວມຖອຍ​ກັບ​ຄືນ​ມາ​ຢູ່​ໃນ​ສະ​ໄໝ ການ​ປົກຄອງ
ຂອງພວກທະຫານ ທີ່ຍັງມີການຈຳກັດຮັດແຄບ ຫລັງ​ຈາກເລີ້ມ​ປະຕິ​ຮູບ​ທີ່​ຍັງບໍ່ທັນແໜ້ນ
ໜາ. ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ນາງ Aung San Suu Kyi ພັກ​ສັນນິບາດແຫ່ງຊາດເພື່ອປະ
ຊາທິປະໄຕຫຼື NLD ຕ້ອງການ​ຢາກ​ປ່ຽນ​ລັດຖະທໍາ ມະນູນ ທີ່​ຫ້າມບໍ່ໃຫ້​ບຸກຄົນ​ໃດ​ກໍຕາມ ​
ເປັນ​ປະທານາທິບໍດີ ທີ່​ມີ​ສາມີ ຫລື​ລູກ​ເຕົ້າ​ເປັນ​ສັນຊາດ​ຕ່າງ​ດ້າວ.

ມື້ລາງ​ສາມີຂອງ ທ່ານ​ນາງ Aung Sa Suu Kyi ​ແມ່ນ​ສັນຊາດ​ອັງ​ກິດ ພ້ອມ​ດ້ວຍ​ລູກ​ຊາຍ​ສອງ​ຄົນ.

ວີໂອເອ ສຳພາດ ປ. ມຽນມາ