ຕຳຫຼວດ ມຽນມາ ທີ່ຕິດຄຸກ ໃຫ້ການວ່າ ຄະດີ ຂອງທ່ານ ແມ່ນເປັນການເຕືອນ

​ຮ້ອຍ​ຕຳຫຼວດເອກ ​ໂມ ຢານ ແນັງແມ່ນໄດ້ຖືກຄຸມຕົວໂດຍຕຳຫຼວດ ເພື່ອໄປຮັບຟັງຄຳໃຫ້ການຂອງສານ ໃນຢາງກຸ້ງ, ມຽນມາ, 9 ພຶດສະພາ, 2018.

ຕຳຫຼວດ​ມຽນມາ ທີ່​ຖືກ​ຕິດ​ຄຸກຜູ້​ນຶ່ງ ໄດ້ໃຫ້ລາຍລະອຽດເພີ້ມຕື່ມຕໍ່​ສານ ​ໃນ​ວັນ​ພຸດ
​ວານ​ນີ້ ກ່ຽວ​ກັບພວກ​ນັກ​ຂ່າວ ຂອງອົງການຂ່າວຣອຍ​ເຕີ 2 ຄົນ ທີ່​ຖືກກ່າວຫາວ່າ ​
ຈັດ​ສາກ​ໂດຍ​ຕຳຫຼວດນັ້ນ ໄດ້ກາຍເປັນຄະດີການທົດສອບ ກ່ຽວກັບອິດສະຫຼະພາບ ຂອງວົງການຂ່າວ​ຢູ່ໃນ​ປະ​ເທດມຽນມາ ທີ່ຕັ້ງຢູ່ໃນເຂດເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້​.

​ຮ້ອຍ​ຕຳຫຼວດເອກ ​ໂມ ຢານ ແນັງ ຜູ້​ທີ່​ໄດ້​ຖືກສັ່ງ​ໃຫ້​ຕິດ​ຄຸກນຶ່ງ​ປີ ຍ້ອນ​ໄດ້​ລະ​ເມີດ
ກົດລະບຽບຂອງ​ຕຳຫຼວດນັ້ນ ໃຫ້​ການວ່າ ການຕັດສິນໂທດທ່ານແມ່ນແນໃສ່ເພື່ອ
​ຂົ່ມຂູ່ ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ ຜູ້​ທີ່​ພິຈາລະນາວ່າ ຈະ​ບອກ​ຄວາມ​ຈິງ​ນັ້ນ.

​ເຈົ້າ​ໜ້າ​ທີ່​ໄດ້ທ່ານນີ້ ໄດ້​ໃຫ້​ລາຍ​ລະອຽດ ກ່ຽວ​ກັບເຫດການ ​ທີ່ຜູ້​ບັນຊາ​ການຂອງ​
ຕຳຫຼວດ ​ໄດ້​ສັ່ງ​ໃຫ້​ລູກ​ນ້ອງ ມອບເອກ​ກະສາ​ນ “​ລັບ” ​ໃຫ້​ແກ່​ພວກ​ນັກ​ຂ່າວທັງ 2
ທີ່ກຳລັງຖືກດຳເນີນຄະດີ ໃນຂໍ້ຫາມີ​ເອກກະສານ​ລັບ​ຂອງ​ລັດຖະບານນັ້ນ.

ການ​ໃຫ້​ການໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ທ່ານ​ໂມ ຢານ ແນັງ ມີ​ຂຶ້ນຫຼັງ​ຈາກ ຄຳ​ໃຫ້ການ
ເທື່ອ​ທຳ​ອິດຂອງທ່ານ ​ໃນວັນ​ທີ 20 ​ເມສາຜ່ານມາ ເວລາ​ທີ່​ລາວ​ໄດ້​ກ່າວ​ວ່າ ​ເພື່ອນ​
ຮ່ວມ​ງານ​ຂອງ​ທ່ານນັ້ນ ​ໄດ້ຊ່ອຍ​ຈັດ​ສາກ​ຂຶ້ນ​ ເພື່ອໃສ່ຮ້າຍ​ພວກ​ນັກ​ຂ່າວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກນັກຂ່າວ ຂອງອົງການຂ່າວຣອຍເຕີ ທ່ານ ວາ ລົນ (Wa Lone), ກາງແຖວໜ້າ, ແລະທ່ານຂຽວ ໂຊ ອູ, ກາງທາງຫຼັງ, ຄວບຄຸມໂດຍພວກຕຳຫຼວດ ກັບໄປຍັງສານ ຫຼັງຈາກທີ່ພັກ ຮັບປະທານອາຫານກາງເວັນ ໃນຢາງກຸ້ງ, ມຽນມາ, 20 ພຶດສະພາ, 2018.