ຈີນ ກ້າວເຂົ້າມາ ມີສ່ວນກ່ຽວພັນ ກັບ ຂະບວນການ ສັນຕິພາບ ຂອງມຽນມາ

ທ່ານນາງ Aung San Suu Kyi ນັ່ງຢູ່ໃນຖ້າມກາງ ບັນດາຜູ້ຕາງໜ້າ ຈາກທະຫານ ຢູ່ທີ່ ວັນຄົບຮອບ 70 ປີ ຂອງສັນຍາ Panglong, ວັນທີ 12 ກຸມພາ 2017. (Facebook/ Myanmar State Counsellor)

ລັດຖະບານຂອງມຽນມາ ກຳລັງພົບປະກັບ ບັນດາກຸ່ມພັນທະ​ມິດຊົນເຜົ່າຕໍ່ຕ້ານ
ລັດຖະບານ ໃນສັບປະດານີ້ ເພື່ອພະຍາຍາມທີ່ຈະຟື້ນຟູຂຶ້ນ ຂັ້ນຕອນສັນຕິພາບ
ທີ່ໄດ້ຢຸດສະງັກມາ ຫຼັງຈາກ​ໄດ້ມີການສູ້ລົບກັນ ເພີ່ມຂຶ້ນໃນພາກເໜືອຂອງປະເທດ
ເປັນເວລາຫຼາຍເດືອນ ຜ່ານມາ.

ພວກນັກຮຽນທະຫານ ຂອງກອງທັບ​ເອກ​ະລາດ Kachin ເຕົ້າໂຮມກັນ ເພື່ອການຝຶກແບບ ຢູ່ທີ່ ສຳນັກງານໃຫຍ່ ຂອງ KIA ໃນເມືອງ Laiza ຂອງມຽນມາ, ໃນເດືອນຕຸລາ. (P. Vrieze/VOA)

ຄວາມຮຸນແຮງໄດ້ເຮັດໃຫ້ ຄວາມຫວັງໄປ​ໃນ​ແງ່​ດີ ກ່ອນໜ້ານີ້ ທີ່ວ່າ ທ່ານນາງ Aung
San Suu Kyi ຈະ​ສາມາດຄວບຄຸມກອງທັບ ແລະ ຈະສົ່ງເສີມສັນຕິພາບ​ໄດ້​ນັ້ນ ​ໄດ້ຈາງຫາຍໄປ. ຄວາມບໍ່ໝັ້ນຄົງ ຢູ່ໃກ້ກັບຊາຍແດນທາງພາກໃຕ້ ຂອງປະເທດ
ໄດ້ກະຕຸ້ນໃຫ້ ຈີນ ເຂົ້າມາມີສ່ວນກ່ຽວພັນໂດຍກົງ ໃນຂັ້ນຕອນສັນຕິພາບ.

ລັດຖະບານ ແລະ ພວກຕໍ່ຕ້ານ ຍິນດີນຳການເຂົ້າມາສະໜັບສະໜູນຂອງຈີນ ຢ່າງ
ລະມັດລະວັງ ແຕ່ພວກນັກວິເຄາະບາງຄົນ ​ໄດ້ຕັ້ງຄຳຖາມວ່າ ປັກກິ່ງ ພະຍາຍາມ
ຈະ​ເຂົ້າມາແຊກແຊງໃນຂັ້ນຕອນ ໂດຍຜ່ານການ​ພົວພັນ ​ທີ່​ຕົນມີກັບກຸ່ມກະບົດ
ທີ່​ມີ​ອິດ​ທິພົນ​ຕ່າງໆ ຫຼືບໍ່.

ຊາກຄວາມເສຍຫາຍ ຂອງຕະຫຼາດ ທີ່ໄດ້ຖືກວາງເພີງ ຢູ່ໃນຄຸ້ມຂອງຊາວ Rohingya ນອກເມືອງ Maugndaw ໃນລັດ Rakhine ຂອງມຽນມາ, ວັນທີ 27 ຕຸລາ 2016.

ໃນວັນພຸດວານນີ້ ຜູ້ນຳລັດຖະບານ ທີ່​ແທ້ຈິງຂອງ​ມຽນມາ ທ່ານນາງ Aung San
Suu Kyi ໄດ້ຈັດການພົບປະກັນຄັ້ງທຳອິດ ​ໃນລະດັບຂັ້ນສູງສຸດ ນັບຕັ້ງແຕ່ ກາງ
ເດືອນຕຸລາ ເປັນຕົ້ນມາ ໂດຍມີສະມາຊິກ ຂອງສະພາສາມັກ​ຄີ​ຊາດ ຫຼື UNFC
ຂອງ 7 ກຸ່ມ ຮວມທັງ ກອງທັບ​ເອກ​ະລາດ​ Kachin ນຳ​ດ້ວຍ.

ພວກທະຫານຕິດອາວຸດ ຈາກກອງທັບລັດສາມັກຄີວ້າ ຫຼື United Wa State Army ຂີ່ລົດຢູ່ຖະໜົນ ໃນເມືອງ Namteuk ທີ່ຕິດກັບເມືອງ Mangka ຢູ່ຊາຍແດນຈີນ ທີ່ເປັນປະເທດເພື່ອນບ້ານ, ໃນລັດ Wa ຂອງມຽນມາ, ວັນທີ 3 ກັນຍາ 2009.

ໄດ້​ມີ​ການ​ຫາລື​ກັນ​ກ່ຽວ​ກັບ​ເງື່ອນ​ໄຂ​ ຂອງ​ພວກ​ກະບົດ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ
ສັນຕິພາບ ທີ່​ໄດ້​ມີ​ການ​ຊັກ​ຊ້າ​ມາ ​ໂດຍ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຢຸດ​ຍິງທົ່ວ​ປະ​ເທດ
​ແລະ ​ເຂົ້າຮ່ວມ​ການ​ເຈລະຈາ​ທາງ​ການ​ເມືອງ ກ່ຽວ​ກັບ​ການສ້າງຕັ້ງລັດຖະບານກາງ
​ແບບ​ສະຫະພາບ​ປະຊາທິປະ​ໄຕ ​ຂຶ້ນມານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ