ການປະຕິເສດຂອງລັດຖະບານມຽນມາ ຕໍ່ລາຍງານອົງການຂ່າວເອພີ (AP) ກ່ຽວກັບ
ບັນທຶກຂຸມຝັງສົບຢູ່ບ້ານແຫ່ງນຶ່ງໃນລັດຣາໄຄນ໌ທາງພາກເໜືອຂອງປະເທດ ໄດ້ເນັ້ນ
ໃຫ້ເຫັນເຖິງຄວາມຈຳເປັນ ໃນການອະນຸຍາດ ໃຫ້ຄະນະກຳມະການສືບສວນທີ່ເປັນ
ອິດສະຫຼະເຂົ້າໄປໃນເຂດທີ່ເກີດຄວາມວຸ້ນວາຍດັ່ງກ່າວ ອີງຕາມຄຳເວົ້າຂອງບັນດາ
ກຸ່ມປົກປ້ອງສິດທິມະນຸດ.
ຊາວອົບພະຍົບໂຣຮິງຢາ ພາກັນເຂົ້າໄປສູນອົບບພະຍົບ ຫລັງຈາກຂ້າມຊາຍແດນ ມຽນມາ ບັງກລາແດັສ ທີ Palong Khali ໃກ້ກັບເມືອງ Cox's Bazar ໃນບັງກລາແດັສ ທີ 3 ພະຈິກ 2017.
ໃນວັນທີ 2 ກຸມພາທີ່ຜ່າມມາ ລາຍງານທີ່ພິມເຜິຍແຜ່ ໂດຍອົງການຂ່າວ AP ໄດ້ກ່າວ
ຫາວ່າ ມີການສັງຫານໝູ່ເກີດຂຶ້ນ ດ້ວຍນ້ຳມືຂອງກຳລັງຮັກສາຄວາມປອດໄພມຽນມາ
ຢູ່ໃນບ້ານ Gu Dar Pyin ໃກ້ກັບເມືອງ Buthidaung ໃນລັດຣາໄຄນ໌. ລາຍງານທີ່ອີງ
ຕາມຄຳໃຫ້ການ ຂອງພວກທີ່ເຫັນເຫດການ ຮູບຖ່າຍຈາກດາວທຽມ ແລະຮູບຈາກໂທ
ລະສັບມືຖື ໄດ້ກ່າວຫາ ກຳລັງຮັກສາ ຄວາມປອດໄພວ່າ ຈູດເຜົາຊາກສົບຈຳນວນນຶ່ງ
ດ້ວຍນໍ້າກົດ.
ລາຍງານກ່າວວ່າ ຜູ້ເຄາະຮ້າຍເຈັດສິບຫ້າຄົນໄດ້ພົບເຫັນຢູ່ຂຸມຝັງສົບ ແຕ່ພວກຊາວ
ບ້ານກ່າວວ່າ ມີປະມານ 400 ຄົນໄດ້ຖືກຂ້າຕາຍໃນການປະຕິບັດງານທີ່ມີຂຶ້ນໃນວັນ
ທີ 27 ເດືອນສິງຫາ ພຽງບໍ່ເທົ່າໃດມື້ ຫລັງຈາກການໂຈມຕີໂດຍພວກນັກລົບກອງທັບ
ປົດປ່ອຍອາຣາການໂຣຮິງຢາ ທີ່ໄດ້ເປັນເຫດ ພາໃຫ້ມີການປາບປາມທາງທະຫານທີ່
ເຮັໃຫ້ປະຊາຊົນເກືອບ 700,000 ຄົນ ທີ່ເປັນຊາວມຸສລິມ ພາກັນຫລົບໜີ ຂ້າມຊາຍ
ແດນເຂົ້າໄປສູ່ບັງກລາແດັສ.